ສະຫະພາບເອີຣົບ ຮຽກທູດກັບຈາກລັດເຊຍ ຈາກກໍລະນີການວາງຢາພິດອະດີດສາຍລັບລັດເຊຍ ທີ່ອັງກິດ - ອິດສະຫຼະ

ສະຫະພາບເອີຣົບ ຮຽກທູດກັບຈາກລັດເຊຍ ຈາກກໍລະນີການວາງຢາພິດອະດີດສາຍລັບລັດເຊຍ ທີ່ອັງກິດ



ສຳນັກຂ່າວຕ່າງລາຍງານ 23 ມີນາ 2018 ວ່າ: ກອງປະຊຸມຜູ້ນຳ 28 ປະເທດສະມາຊິກສະຫະພາບເອີຣົບ ອອກຖະແຫຼງການເມື່ອວັນພະຫັດ (22​ ມີນາ) ທີ່ຜ່ານມາວ່າ: ສະມາຊິກສະຫະພາບເອີຣົບທັງໝົດມີຄວາມເຫັນໃນທິດທາງດຽວກັນວ່າ ມີຄວາມເປັນໄປໄດ້ສູງທີ່ລັດຖະບານລັດເຊຍ ຈະມີສ່ວນກ່ຽວຂ້ອງກັບກໍລະນີທີ່ທ່ານ ເຊີເກ ສະກຣີພາລ ອະດີດເຈົ້າໜ້າທີ່ໜ່ວຍຂ່າວກອງຂອງລັດເຊຍ ອາຍຸ 66 ປີ ແລະ ນາງ ຢູເລຍ ສະກຣີພາລ ລູກສາວ ອາຍຸ 33 ປີ ໄດ້ຮັບສານພິດຮ້າຍແຮງຈາກໂຄງການ “ໂນວິຊັອກ” ທີ່ສະຫະພາບໂຊວຽດພັດທະນາຂຶ້ນ ໂດຍເຫດການນີ້ເກີດຂຶ້ນທີ່ເມືອງຊາລິສບິວຣີ ຂອງອັງກິດ ເມື່ອວັນທີ 4 ມີນາ ທີ່ຜ່ານມາ ແລະ ປັດຈຸບັນພໍ່-ລູກສະກຣີພາລ ຍັງຕ້ອງໄດ້ຮັບການຕິດຕາມອາການຢ່າງໃກ້ຊິດຈາກແພດ-ໝໍ.

ຂະນະທີ່ທ່ານ ມາກ ຣັດເຕ ນາຍົກລັດຖະມົນຕີໂຮນລັງ ກ່າວວ່າສະມາຊິກສະຫະພາບເອີຣົບ ເປັນເອກະພາບຮ່ວມກັນຢ່າງຊັດເຈນໃນເລື່ອງນີ້ ຈຶ່ງມີມະຕິເຫັນດີໃຫ້ມີການຮຽກເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳນະຄອນຫຼວງມົດສະກູກັບຄືນປະເທດ ເພື່ອເປັນການປະທ້ວງທາງສັນຍາລັກ, ດ້ານແຫຼ່ງຂ່າວລະດັບສູງໃນສະຫະພາບເອີຣົບເປີດເຜີຍວ່າ ບາງປະເທດກຳລັງພິຈາລະນາທີ່ເນລະເທດທູດຂອງລັດເຊຍ ຫຼື ຮຽກທູດຂອງຕົນທີ່ປະຈຳນະຄອນຫຼວງມົດສະກູກັບປະເທດເຊັ່ນກັນ, ເຖິງຢ່າງໃດກໍ່ຕາມ ມີລາຍງານວ່າ ອິຕາລີ ແລະ ເກຣັກ ຄັດຄ້ານມາດຕະການດັ່ງກ່າວ ແລະ ມີຄວາມເປັນໄປໄດ້ສູງຫຼາຍວ່າຈະບໍ່ປະຕິບັດຕາມມະຕິດັ່ງກ່າວ.

ເຊິ່ງທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ກ່າວວ່າເຫດການທີ່ເກີດຂຶ້ນກັບພໍ່-ລູກສະກຣີພາລເປັນໄປໃນລັກສະນະຂອງການດຳເນີນການໃນຮູບແບບສະເພາະເຈາະຈົງ ໂດຍລັດຖະບານລັດເຊຍກ່ຽວຂ້ອງໂດຍກົງ ແລະ ບໍ່ສາມາດແກ້ຕົວໄດ້ ໂດຍຜູ້ນຳອັງກິດໄດ້ເນລະເທດນັກການທູດຂອງລັດເຊຍ 23 ຄົນ ເຊິ່ງທັງໝົດໄດ້ເດີນທາງກັບປະເທດແລ້ວເມື່ອວັນພຸດ (21 ມີນາ) ທີ່ຜ່ານມາ, ພາຍໃນກຳນົດໄລຍະເວລາເສັ້ນຕາຍ 7 ວັນ, ເຖິງຢ່າງໃດກໍ່ຕາມ ລັດຖະບານລັດເຊຍກໍ່ໄດ້ປະກາດເນລະເທດນັກການທູດຂອງອັງກິດໃນຈຳນວນເທົ່າກັນ ແລະ ໃຫ້ໄລຍະເວລາເດີນທາງອອກນອກປະເທດພາຍໃນ 7 ວັນ ເພື່ອຕອບໂຕ້ ພ້ອມທັງກ່າວຕຳໜິລັດຖະບານອັງກິດ ທີ່ປະຕິເສດຂໍ້ຮຽກຮ້ອງຂອງລັດເຊຍ ໃນການຮ່ວມພິສູດກວດສອບສານພິດດັ່ງກ່າວ.


No comments

Powered by Blogger.