ຈັບອະດີດປະທານປະເທດເກົາຫຼີໃຕ້ ທ່ານ ລີ ມະຢອງ-ບັກ ສໍ້ລາດບັງຫຼວງ, ໃຊ້ອຳນາດບໍ່ເປັນທຳ - ອິດສະຫຼະ

ຈັບອະດີດປະທານປະເທດເກົາຫຼີໃຕ້ ທ່ານ ລີ ມະຢອງ-ບັກ ສໍ້ລາດບັງຫຼວງ, ໃຊ້ອຳນາດບໍ່ເປັນທຳ



ສຳນັກຂ່າວຕ່າງປະເທດລາຍງານ 23 ມີນາ 2018 ວ່າ: ເມື່ອຄືນວັນພະຫັດ (22 ມີນາ) ທີ່ຜ່ານມາ ສານນະຄອນຫຼວງໂຊ ມີຄຳສັ່ງໃຫ້ຈັບກຸມຕົວທ່ານ ລີ ມະຢອງ-ບັກ ອາຍຸ 76 ປີ ອະດີດປະທານປະເທດເກົາຫຼີໃຕ້ ທີ່ດຳລົງຕຳແໜ່ງໃນລະຫວ່າງປີ 2008-2013 ໃນຂໍ້ຫາສໍ້ລາດບັງຫຼວງ ລວມທັງຮັບສິນບົນ,​ ຫຼີກລ້ຽງພາສີ ແລະ ໃຊ້ອຳນາດບໍ່ເປັນທຳ.


ໂດຍກ່ອນໜ້ານີ້, ທ່ານ ລີ ມະຢອງ-ບັກ ໄດ້ຖືກທາງສຳນັກງານໄອຍະການຂອງເກົາຫຼີໃຕ້ຮຽກໄປສືບສວນສອບສວນມາແລ້ວໃນໄລຍະ 5 ເດືອນຜ່ານມາ ຈາກທີ່ທ່ານຕົກເປັນຜູ້ຕ້ອງສົງໄສຮັບສິນບົນປະມານ 11,000 ລ້ານວອນ ຈາກບໍລິສັດຜະລິດຊິ້ນສ່ວນລົດ ທີ່ມີສ່ວນກ່ຽວຂ້ອງກັບນ້ອງຊາຍຂອງທ່ານ ຄື ທ່ານ ລີ ຊັງ-ອຶນ. ນອກຈາກນີ້ ທ່ານ ລີ ມະຢອງ-ບັກ ຍັງຕົກເປັນຜູ້ຕ້ອງສົງໄສໃນການຍັກຍອກເງິນຈຳນວນ 35,000 ລ້ານວອນ ຈາກບໍລິສັດທີ່ທ່ານມີສ່ວນກ່ຽວຂ້ອງ ດ້ວຍຂໍ້ຫາທັງໝົດນີ້ ທ່ານ ລີ ມະຢອງ-ບັກອາດຕ້ອງຕິດຄຸກເປັນເວລາເຖິງ 45 ປີ.

ເຊິ່ງສື່ເກົາຫຼີໃຕ້ລາຍງານວ່າ: ຫ້ອງຂັງທ່ານ ລີ ມະຢອງ-ບັກ ມີຄວາມກວ້າງ 13.07 ຕາລາງແມັດ ເຊິ່ງຄວາມກວ້າງສາມາດຮອງຮັບຄົນໄດ້ 6-7 ຄົນ, ຂັງໃນຫ້ອງດ່ຽວ ໂດຍມີຫ້ອງນ້ຳສ່ວນຕົວ, ເຟີນິເຈີ, ໂທລະພາບ, ໂຕະ ແລະ ແວ່ນເທົ່ານັ້ນ.

ໂດຍທ່ານ ລີ ມະຢອງ-ບັກ ໄດ້ຕິດຕາມຄຳຕັດສິນຂອງສານຢູ່ເຮືອນພັກຂອງທ່ານເອງ ເຊິ່ງເຈົ້າໜ້າທີ່ໄດ້ນຳຕົວທ່ານໄປຍັງສູນຄວບຄຸມຕົວຕໍ່ໄປ, ເຖິງຢ່າງໃດກໍ່ຕາມ ທ່ານ ລີ ມະຢອງ-ບັກ ໄດ້ລົງຂໍ້ຄວາມຜ່ານສື່ສັງຄົມອອນລາຍ ພາຍຫຼັງມີຄຳສັ່ງໃຫ້ຈັບກຸມທ່ານວ່າ: ທ່ານມີຄວາມຮັບຜິດຊອບຕໍ່ທຸກສິ່ງ ເຖິງແມ່ນວ່າໄດ້ພະຍາຍາມເຮັດດີທີ່ສຸດແລ້ວ ໃນລະຫວ່າງການດຳລົງຕຳແໜ່ງ.



No comments

Powered by Blogger.