ທ່ານນາຍົກລັດຖະມົນຕີ ເນັ້ນໜັກໃຫ້ໃສ່ໃຈແກ້ໄຂບັນຫາສັງຄົມ ໂດຍສະເພາະບັນຫາຢາເສບຕິດ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ເນັ້ນໜັກໃຫ້ໃສ່ໃຈແກ້ໄຂບັນຫາສັງຄົມ ໂດຍສະເພາະບັນຫາຢາເສບຕິດ



ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປີ 2018 ຈັດຂຶ້ນໃນວັນທີ 22-23 ມີນາ 2018 ຢູ່ທີ່ຖໍ້າຊ້າງລອດ-ຖໍ້າຫ້ອງການເມືອງບັນຊາການສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວ (1964-1975) ທີ່ເມືອງວຽງໄຊ, ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.



ທ່ານ ຈະເລີນ ເຢຍປ່າວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງວ່າ

ຕະຫຼອດສອງວັນບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ກົງໄປກົງມາ, ປິ່ນອ້ອມບັນຫາ ການເຜີຍແຜ່, ແນະນໍາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປີ 2018.

1). ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະ ມານແຫ່ງລັດ ສົກປີ 2017: ກອງປະຊຸມ ໄດ້ຕີລາຄາວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າໄດ້ຮັບໝາກຜົນເປັນຢ່າງດີ (ດີກວ່າປີ 2016), ໃນນັ້ນ ໂຕຊີ້ບອກທີ່ສຳຄັນແມ່ນ: ຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ; ເສດຖະກິດແຫ່ງຊາດສືບຕໍ່ຂະຫຍາຍຕົວໃນລະດັບດີ ຄື: 6.9 % (ທຽບໃສ່ແຜນບັນລຸໄດ້ 98.5 %), ການເກັບລາຍຮັບງົບປະມານບັນລຸໄດ້ 22,676 ຕື້ກີບ (94.72% ຂອງແຜນການປີ) ແລະ ການປະຕິບັດລາຍຈ່າຍບັນລຸໄດ້ 30,667 ຕື້ກິບ ( 94.65 % ຂອງແຜນປີ) ການພັດທະນາໂດຍລວມຂອງບັນດາຂະແໜງການ ແລະ ທ້ອງຖິ່ນກໍ່ມີທ່ວງທ່າທີ່ດີ ແລະ ເຫັນໝາກເຫັນຜົນເປັນລຳດັບ.

2). ສໍາລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນງວດ 1 ປີ 2018, ເຫັນວ່າ ຢູ່ໃນທ່ວງທ່າດີຂື້ນເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ອັດຕາເຕີບໂຕເສດຖະກິດ ເຖິງວ່າຍັງບໍ່ທັນສາມາດຄິດໄລ່ອອກເປັນຕົວເລກໄດ້ເທື່ອ, ແຕ່ເຫັນວ່າ ຢູ່ໃນຈັງຫວະທີ່ດີຂຶ້ນກ່ວາເກົ່າ, ບັນດາຕົວເລກຄາດໝາຍມະຫາພາກທາງດ້ານເສດຖະກິດ ກໍ່ເຫັນວ່າພວມເປັນໄປຕາມກອບທີ່ໄດ້ກຳນົດໄວ້; ການເກັບລາຍຮັບງົບປະມານແຫ່ງລັດ ເຖິງວ່າບໍ່ບັນລຸຕາມແຜນງວດ, ແຕ່ກໍ່ເຫັນວ່າເກັບໄດ້ຫຼາຍກ່ວາເກົ່າ ເມື່ອທຽບໃສ່ໄລຍະດຽວກັບຂອງປີຜ່ານມາ.

3).ວຽກງານການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ກໍ່ໄດ້ຮັບການເອົາໃຈໃສ່ຢ່າງເອົາການເອົາງານ, ເຖິງວ່າງົບປະມານສຳລັບວຽກງານດັ່ງກ່າວ ຍັງບໍ່ພຽງພໍຕາມຄວາມຕ້ອງການ, ແຕ່ລັດຖະບານ ແລະ ສະພາແຫ່ງຊາດ ກໍ່ໄດ້ພະຍາຍາມຈັດສັນໃຫ້ວຽກງານນີ້ເພີ່ມຂຶ້ນທັງຈາກຊັບພະຍາກອນພາຍໃນ ແລະ ການຊ່ວຍເຫຼືອຂອງຕ່າງປະເທດ. ການຈັດສັນພູມລຳເນົາ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ປະຊາຊົນ ເຫັນວ່າມີຜົນສຳເລັດດີສົມຄວນ.

4). ວຽກງານການສົ່ງເສີມການຜະລິດເປັນສິນຄ້າ ແລະ ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ກໍ່ໄດ້ມີຜົນສຳເລັດໃນລະດັບດີ, ພວກເຮົາສາມາດຜະລິດສະບຽງອາຫານສະໜອງໃຫ້ພາຍໃນ ໄດ້ພຽງພໍໂດຍພື້ນຖານ ແລະ ມີສ່ວນແຮໄວ້. ການຜະລິດກະສິກຳເປັນສິນຄ້າ ກໍ່ໄດ້ມີໜໍ່ແໜງໃໝ່ເກີດຂຶ້ນຫຼາຍສົມຄວນ, ອັນພົ້ນເດັ່ນ ແມ່ນສາມາດດຶງດູດການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການຜະລິດກະສິກຳເປັນສິນຄ້າ ອັນໄດ້ສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ປະຊາຊົນ ເພີ່ມຂຶ້ນ ແລະ ໝັ້ນຄົງຂຶ້ນ.

5). ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ກໍ່ໄດ້ຮັບການປັບປຸງດີຂຶ້ນ ເມື່ອທຽບໃສ່ປີຜ່ານມາ. ລະບົບນິຕິກຳທີ່ເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໄດ້ຮັບການປັບປຸງຄົບຖ້ວນສົມຄວນ. ບັນດາຂະແໜງການ ແລະ ທ້ອງຖິ່ນ ກໍ່ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ ດີຂຶ້ນກ່ວາເກົ່າ ໂດຍໄດ້ມີໜ່ວຍງານຮັບຜິດຊອບຈະແຈ້ງ ແລະ ມີກົນໄກປະສານນຳກັນລະອຽດ.

6). ວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ກໍ່ໄດ້ຮັບການເອົາໃຈໃສ່ ຢ່າງຕັ້ງໜ້າ, ໂດຍໄດ້ສຳເລັດອອກນິຕິກຳຕ່າງໆ ເພື່ອກຳນົດນະໂຍບາຍສົ່ງເສີມໃຫ້ຈະແຈ້ງກ່ວາເກົ່າ ໂດຍສະເພາະແມ່ນນະໂຍບາຍເຂົ້າຫາແຫຼ່ງທຶນ ແລະ ນະໂຍບາຍດ້ານພາສີ-ອາກອນ ແລະ ໄດ້ຮັບຮອງເອົາແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໄລຍະ 2016-2020 ພ້ອມກັນນັ້ນ ປັດຈຸບັນລັດຖະບານກໍ່ພວມຄົ້ນຄ້ວາ ແລະ ປັບປຸງດຳລັດ ວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິຂະໜາດນ້ອຍ ແລະ ຂະໜາດກາງ ຊຶ່ງຄາດວ່າ ຈະສຳເລັດໃນປີ 2018.

7). ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ໂດຍສະເພາະການດັດສົມໂຮງງານປຸງແຕ່ງໄມ້ ກໍ່ໄດ້ມີຄວາມຄືບໜ້າດີສົມຄວນ, ເຊິ່ງສາມາດຍຸບເລີກໂຮງງານໄມ້ທີ່ຕັ້ງໃນເຂດປ່າປ້ອງກັນ ແລະ ປ່າສະຫງວນ ໄດ້ທັງໝົດ ຈຳນວນ 20 ແຫ່ງ, ຍຸບເລີກໂຮງເລື່ອຍ ແລະ ໂຮງຊອຍ ໄດ້ 1,186 ແຫ່ງ. ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດໃນໄລຍະຜ່ານມາ ຍັງເປັນການຍືນຍັນ ແລະ ສົ່ງສັນຍານທີ່ຊັດເຈນ ໃຫ້ແກ່ຜູ້ທີ່ຜ່າຜືນມາວ່າລັດຖະບານ, ເຮັດແທ້ທຳຈິງ ເພື່ອປົກປັກຮັກສາປ່າໄມ້ ແລະ ທຳມະຊາດທີ່ມີຄຸ່ນຄ່າຂອງຊາດໄວ້ຍືນຍົງຄົງຕົວຊົວລູກຊົວຫຼານ.

8).ວຽກງານການອຳນວຍຄວາມສະດວກໃນການດຳເນີນທຸລະກິດແລະ ການລົງທຶນ ຂອງພາກເອກະຊົນ ກໍ່ໄດ້ຮັບການປັບປຸງຢ່າງຕັ້ງໜ້າ ເປັນຕົ້ນລັດຖະບານ ໄດ້ອອກດຳລັດ 05/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ ຂັ້ນສູນກາງ (ຄລທ.ສ) ແລະ ຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ ຂັ້ນແຂວງ (ຄລທ.ຂ) ໄດ້ອອກຄຳສັ່ງນາຍົກ ເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ ຢູ່ ສປປ.ລາວ. ຜ່ານມາການອອກນິຕິກໍາດັ່ງກ່າວ, ບັນດາອຸປະສັກ ແລະ ຂອດອຸດຕັນຂອງການ ດຳເນີນທຸລະກິດ ແລະ ການລົງທຶນ ກໍ່ໄດ້ຮັບການແກ້ໄຂໄປເປັນກ້າວໆ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ການດຳເນີນທຸລະກິດ ແລະ ການລົງທຶນ.

9). ການຈັດຕັ້ງປະຕິບັດແຜນການຮ່ວມມື ລາວ-ຫວຽດນາມ ໄດ້ມີຜົນສຳເລັດຫຼາຍດ້ານ ໃນນີ້ ພົ້ນເດັ່ນແມ່ນກອງປະຊຸມຮ່ວມຂອງຄະນະກຳມາທິການຮ່ວມມືລາວ-ຫວຽດນາມ ໄດ້ຕົກລົງເປັນເອກະພາບໄດ້ຫຼາຍໂຄງການໃຫຍ່ທີ່ສຳຄັນ ໂດຍສະເພາະໂຄງການດ້ານພະລັງງານໄຟຟ້າ ແລະ ໂຄງການຂອງຂະແໜງໂຍທາທິການ ແລະຂົນສົ່ງ. ສ່ວນການຮ່ວມມືລາວ-ຈີນ ກໍ່ໄດ້ມີຜົນສຳເລັດອັນເປັນປະຫວັດສາດໃໝ່ ພົ້ນເດັ່ນແມ່ນບັນດາໂຄງການໃຫຍ່ລະດັບຊາດ ໄດ້ເລີ່ມຈັດຕັ້ງປະຕິບັດ ເຊັ່ນ: ໂຄງການກໍ່ສ້າງທາງລົດໄຟ, ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າຕ່າງໆ; ພ້ອມກັນນັ້ນ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າ ທີ່ລັດຖະບານ ສປ.ຈີນ ໄດ້ປະກາດໃຫ້ການຊ່ວຍເຫຼືອແກ່ປະເທດເຮົາກໍ່ພວມເຂົ້າສູ່ຂະບວນການກຳນົດໂຄງການລະອຽດ ແລະ ຕົວຈິງ, ເຊິ່ງຄາດວ່າຈະໄດ້ເລີ່ມຈັດຕັ້ງປະຕິບັດໃນໄວໆນີ້.

10). ການຈັດຕັ້ງປະຕິບັດບັນດາກິດຈະກຳແລະສ່ົ່ງເສີມປີທ່ອງທ່ຽວລາວ ປີ 2018 ໄດ້ເປັນຂະບວນຟົດຟື້ນ; ຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນກໍ່ໄດ້ປະສານສົມທົບກັນຈັດກິດຈະກໍາ ແລະ ສ້າງຂະບວນການເພື່້ອໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວໃນຂອບເຂດທົ່ວປະເທດ. ມາເຖິງປະຈຸບັນ, ນັກທ່ອງທ່ຽວກໍ່ມີທ່າອ່ຽງເພີ່ມຂຶ້ນ ແລະ ຄາດວ່າຈະສາມາດບັນລຸຕົວເລກຄາດໝາຍທີ່ວາງໄວ້ ແລະ ສ້າງລາຍຮັບເຂົ້າປະເທດໄດ້ຫຼາຍກວ່າປີຜ່ານມາຢ່າງແນ່ນອນ ການກະກຽມຄວາມພ້ອມດ້ານຕ່າງໆ ກໍ່ມີຄວາມຄືບໜ້າດີ.

11). ການກະກຽມສະເຫຼີມສະຫຼອງເມືອງວຽງໄຊເຂດທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ ກໍ່ມີຄວາມຄືບໜ້າດີ, ໄດ້ມີຄະນະຮັບຜິດຊອບ ແລະ ອະນຸກຳມະການຮັບຜິດຊອບ ຢ່າງລະອຽດ.


ຄຽງຄູ່ກັບຜົນສໍາເລັດທີ່ກ່າວມານັ້ນ, ກອງປະຊຸມຍັງໄດ້ຕີລາຄາ ກ່ຽວກັບສິ່ງທ້າທາຍ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນແມ່ນ:

- ການເຕີບໂຕຂອງເສດຖະກິດຍັງອີງໃສ່ການຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ພະລັງງານໄຟຟ້າເປັນຕົ້ນຕໍ ຍັງບໍ່ແມ່ນການຂະຫຍາຍຕົວທີ່ມາຈາກການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບຕົວຈິງໃຫ້ປະຊາຊົນ. ການເກັບລາຍຮັບງົບປະມານ ເຖິງວ່າໄດ້ດີກ່ວາໄລຍະດຽວຂອງປີຜ່ານມາ ແຕ່ກໍ່ເຫັນວ່າຍັງບໍ່ທັນບັນລຸຕາມແຜນງວດທີ່ວາງໄວ້; ໜີ້ສິນພາກລັດ ມີທ່າອ່ຽງເພີ່ມຂຶ້ນ ແລະ ການແກ້ໄຂໜີ້ສິນຜ່ານມາ ຍັງຈະສືບຕໍ່ຫຍຸ້ງຍາກ ແລະ ໃຊ້ເວລາຫຼາຍປີ.

- ກົນໄກແລະວິທີການເກັບລາຍຮັບງົບປະມານຍັງບໍ່ໄດ້ຮັບການປັບປຸງຢ່າງແຂງແຮງ, ການຫັນການເກັບລາຍຮັບ ໄປສູ່ລະບົບທີ່ທັນສະໄໝ ຍັງຊັກຊ້າ.

- ການພັດທະນາຊົນນະບົດແລະ ລົບລ້າງຄວາມທຸກຍາກ ຍັງເລັ່ງໃສ່ແຕ່ການກໍ່ສ້າງພື້ນຖານໂຄງລ່າງ ຍັງບໍ່ທັນໄດ້ສຸມໃສ່ການສົ່ງເສີມການຜະລິດເປັນສິນຄ້າ ທີ່ເປັນການສ້າງລາຍຮັບຕົວຈິງໃຫ້ປະຊາຊົນ.

- ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການເຖິງວ່າໄດ້ມີນິຕິກຳຄົບຖ້ວນແລ້ວ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ຍັງຊັກຊ້າ; ວິທີການຄຸ້ມຄອງລາຄາສິນຄ້າຕົວຈິງ ຍັງບໍ່ທັນເຮັດໄດ້ດີ, ກົນໄກການເກັບກຳຂໍ້ມູນລາຄາສິນຄ້າ ຍັງບໍ່ທັນເປັນລະບົບ.

- ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໄດ້ປຶກສາຫາລືກັນຫຼາຍຄັ້ງກໍ່ຈິງ ແລະ ນິຕິກໍາກໍມີເກືອບວ່າຄົບຖ້ວນ, ແຕ່ໃນພາກປະຕິບັດ ກໍ່ຍັງບໍ່ທັນມີຄວາມຄືບໜ້າເທົ່າທີ່ຄວນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຍັງເຂົ້າຫາແຫຼ່ງທຶນຕົວຈິງຍາກ, ຄວາມອາດສາມາດແຂ່ງຂັນກັບພາຍນອກຍັງຕໍ່າ.

- ການຈັດຕັ້ງປະຕິບັດຄໍາສັ່ງ 15 ນຍ, ເຖິງວ່າໄດ້ຮັບໝາກຜົນດີ ແລະ ເດັດຂາດ, ແຕ່ກໍ່ເຫັນວ່າຍັງມີບາງແຂວງ, ທາງທ້ອງຖິ່ນ ຍັງເກີດສະພາບການລັກລອບສົ່ງໄມ້ແບບບໍ່ຖືກຕ້ອງອອກຢູ່. ພ້ອມກັນນັ້ນການດັດສົມໂຮງງານໄມ້, ໂຮງເລື່ອຍ, ໂຮງຊອຍ ກໍ່ເຫັນວ່າມີຄວາມຄືບໜ້າຊ້າ.

- ການປັບປຸງກົນໄກແລະລະບຽບການໃນການອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ແລະ ການລົງທຶນ, ເຖິ່ງວ່າໄດ້ມີຄໍາສັ່ງ ແລະ ດຳລັດ ແລ້ວ, ແຕ່ສັງເກດເຫັນວ່າການຜັນຂະຫຍາຍຄໍາສັ່ງດັ່ງກ່າວໃນແຜນດໍາເນີນລະອຽດຂອງແຕ່ຂະແໜງການຍັງຊັກຊ້າ.

- ການຈັດຕັ້ງປະຕິບັດວຽກງານຮ່ວມມືລາວ-ຫວຽດນາມ ແລະ ລາວ-ຈີນ ໂດຍສະເພາະການປະຕິບັດບັນດາໂຄງການຊ່ວຍເຫຼືອລ້າ ເຫັນວ່າຍັງຊັກຊ້າ, ສູນກາງພັກ ແລະ ລັດຖະບານຂອງສອງປະເທດ ໄດ້ຕົກລົງແລ້ວ, ແຕ່ການປະຕິບັດຕົວຈິງແມ່ນຍັງໃຊ້ເວລາດົນ.

ເພື່ອເປັນທິດທາງໃຫ້ແກ່ການປະຕິບັດໜ້າທີ່ຂອງລັດຖະບານ ກໍ່ຄືຂະແໜງການ ແລະ ທ້ອງຖິ່ນ ແຕ່ນີ້ເຖິງທ້າຍປີ ແລະ ຕໍ່ເນື່ອງເຖິງປີ 2019, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງແລະ ຜູ້ແທນກອງປະຊຸມ ຈົ່ງນຳເອົາເນື້ອໃນຈິດໃຈ ທີ່ໄດ້ຕົກລົງເປັນເອກະພາບ ໃນກອງປະຊຸມຄັ້ງນີ້ ລວມທັງບັນດາວຽກງານທີ່ເປັນຈຸດສຸມ ໃນປີ 2018 ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ດັ່ງນີ້:

1) ສືບຕໍ່ເອົາໃຈໃສ່ວຽກງານຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງ. ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງດ້ານສັງຄົມ ໂດຍສະເພາະບັນຫາຢາເສບຕິດ, ການຊິງຊັບ, ຂີ້ລັກງັດແງະ, ອັກຄີໄພ ແລະ ບັນຫາອື່ນໆ ໃຫ້ຫຼຸດໜ້ອຍຖ້ອຍລົງໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນບັນຫາຊາຍແດນກໍ່ໃຫ້ພວກເຮົາມີຄວາມລະມັດລະວັງ, ມີສະຕິຢູ່ສະເໝີ ແລະ ຢູ່ໃນທ່າກຽມພ້ອມ ເພື່ອແກ້ໄຂສະພາບການຜັນແປໃນທຸກໆກໍລະນີ ທີ່ອາດຈະເກີດຂຶ້ນ.

2) ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຕາມດໍາລັດ 397/ນຍ, ລົງວັນທີ 26 ທັນວາ 2017 ໃຫ້ບັນລຸຄາດໝາຍທີ່ວາງໄວ້. ໃນເງື່ອນໄຂທີ່ການຈັດຕັ້ງປະຕິບັດແຜນງວດທີ 1 ບັນລຸຕ່ຳກວ່າຄາດໝາຍ ຍິ່ງເປັນການເລັ່ງທວງໃຫ້ລັດຖະບານ ກໍ່ຄືບັນດາຂະແໜງການ ແລະ ທ້ອງຖິ່ນ ເພີ່ມຄວາມພະຍາຍາມ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດແຜນໃນງວດທີ 2, 3 ແລະ 4 ໃຫ້ລື່ນຄາດໝາຍທີ່ວາງໄວ້.

3) ສືບຕໍ່ເຂັ້ມງວດໃນການຈັດຕັ້ງປະຕິບັດຄຳສັ່ງ 15/ນຍ ໂດຍເອົາໃຈໃສ່ວຽກງານປົກປັກຮັກສາປ່າໄມ້ ໃຫ້ໄປຕາມທິດຍືນຍົງ, ເດັດຂາດບໍ່ສົ່ງໄມ້ທ່ອນອອກ, ຕິດຕາມກວດກາ ແລະ ປັບໃໝໃສ່ໂທດຕໍ່ຜູ້ກະທໍາຜິດຕໍ່ຄໍາສັ່ງດັ່ງກ່າວ. ພ້ອມທັງພ້ອມກັນປູກໄມ້ໃຫ້ເປັນປ່າປູກຈິດສໍານຶກໃຫ້ລູກຫຼານຂອງພວກເຮົາຮູ້ຮັກທໍາມະຊາດ.

4) ກະກຽມສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງລັດຖະບານຕິດພັນກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ເທື່ອທີ 5 ທີ່ຈະຈັດຂຶ້ນໃນຕົ້ນເດືອນພຶດສະພາ ພ້ອມທັງກະກຽມລາຍງານຕໍ່ກອງປະຊຸມສະພາແຫ່ງຊາດສະໄໝສາມັນ ເທື່ອທີ 5 , ເຊິ່ງໃນຄັ້ງນີ້, ລັດຖະບານ ແລະ ຂະແໜງການກ່ຽວຂ້ອງຈະໄດ້ກະກຽມ ແລະ ລາຍງານ 6 ຫົວຂໍ້ຕໍ່ກອງປະຊຸມສະພາແຫ່ງຊາດ ຄື:

(1) ສະຫຼຸບການເຄື່ອນໄຫວ ວຽກງານຂອງລັດຖະບານ ໃນໄລຍະ 6 ເດືອນຜ່ານມາ ແລະ ວຽກງານຈຸດສຸມຮອດທ້າຍປີ 2018;

(2) ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສົກປີ2017, ການຈັດຕັ້ງປະຕິບັດແຜນງວດທີ 1 ແລະ ທິດທາງວຽກງານຈຸດສຸມຮອດທ້າຍປີ 2018;

(3) ລາຍງານການນຳໃຊ້ເງິນເກີນແຜນ, ເງິນຍອດເຫຼືອງົບປະມານທາງດ້ານການບັນຊີ ປະຈຳປີ 2015-2016 ແລະ 3 ເດືອນຂ້າມຜ່ານ ທ້າຍປີ 2016, ລາຍຮັບວິຊາການ ປີ 2017, ສະຫຼຸບການຈັດຕັ້ງປະຕິບັດແຜນທ້າຍປີ 2018;

(4) ລາຍງານການນຳໃຊ້ເງິນຕາແຫ່ງຊາດ ສົກປີ 2017, ການຈັດຕັ້ງປະຕິບັດແຜນງວດ 1 ແລະ ທິດທາງວຽກງານຈຸດສຸມ ຮອດທ້າຍປີ 2018;

(5) ລາຍງານແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ສະພາບການຈັດສັນທີ່ດິນ ແລະ ການອອກໃບຕາດິນ;

(6) ລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການ ແລະ ມາດຕະການແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ແລະ ກະກຽມສະຫຼຸບການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ, ການປັບປຸງລັດວິສາຫະກິດ ແລະ ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງວຽກງານຈຸດສຸມ ຮອດທ້າຍປີ 2018.
ພ້ອມກັນນີ້, ລັດຖະບານກໍ່ຈະໄດ້ປ້ອງກັນຮ່າງກົດໝາຍ ຈຳນວນ 11 ສະບັບ ທີ່ໄດ້ສະເໜີສະພາແຫ່ງຊາດພິຈາລະນາ ພ້ອມທັງກະກຽມຕອບຄຳສັກຖາມຕ່າງໆ ຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມຄັ້ງນີ້.

5) ບັນດາແຂວງ ແລະ ນະຄອນຫຼວງ ປະສານສົມທົບກັບບັນດາຂະແໜງການສູນກາງ ເພື່ອຈັດຕັ້ງປະຕິບັດມະຕິ, ດຳລັດ ແລະ ນິຕິກຳທີ່ກ່ຽວກັບວຽກງານ 3 ສ້າງ ທີ່ພັກ ແລະ ລັດໄດ້ວາງອອກ. ຖືເອົາການປະຕິບັດວຽກງານນີ້ເປັນພື້ນຖານໃນການສ້າງສັງຄົມນິຍົມຢູ່ຮາກຖານ. ໃຫ້ເອົາໃຈໃສ່ເສີມຂະຫຍາຍໝາກຜົນ ທີ່ເຮັດໄດ້ ແລະ ແກ້ໄຂບັນດາຂໍ້ຄົງຄ້າງ ທີ່ພວກເຮົາຖອດຖອນໄດ້ ໃນໄລຍະຜ່ານມາ. ແຂວງຕ້ອງລົງໃກ້ສິດຕິດແທດກັບເມືອງເຊິ່ງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ບ້ານເຊິ່ງເປັນຫົວໜ່ວຍພັດທະນາ ເພື່ອຊີ້ນຳນຳພາຢ່າງໃກ້ຊິດ ແລະ ຮັບຜິດຊອບຕໍ່ຜົນສຳເລັດ ແລະ ຄວາມລົ້ມເລວໃນການຈັດຕັ້ງປະຕິບັດວຽກງານເຫຼົ່ານີ້, ຕ້ອງລົງໄປນຳພາ-ຊີ້ນໍາເມືອງ ແລະ ບ້ານ ເພື່ອໃຫ້ເຂົ້າໃຈຖຶກຕ້ອງ, ປະຕິບັດຖຶກທິດ ເຮັດຢ່າງມີໝາກມີຜົນ ແຂວງຕ້ອງກຳແໜ້ນທ່າແຮງ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນ ເພື່ອສາມາດເຂົ້າເຖິງຄວາມຮູ້, ວິທະຍາສາດ-ວິທະຍາການ, ແຫຼ່ງທຶນ, ດຶງດູດການລົງທຶນ ເພື່ອການພັດທະນາ. ພ້ອມທັງຈັດສັນທີ່ດິນສຳລັບເຂດສະຫງວນ, ເຂດຕັ້ງຖິ່ນຖານ ແລະ ທຳການຜະລິດ, ເຂດຈະພັດທະນາ ແລະ ດຶງດູດການລົງທຶນ ແລະ ຈັດຕັ້ງສະຫະກອນ ເພື່ອພັດທະນາກຸ່ມຜະລິດ...

6) ນຳເອົາຈິດໃຈຊີ້ນຳຂອງກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ໄປເຜີຍແຜ່ ແລະ ຜັນຂະຫຍາຍເຂົ້າສູ່ການນຳພາ-ຊີ້ນໍາວຽກງານຕົວຈິງ, ເປັນຕົ້ນແມ່ນທິດທາງໃນການເລັ່ງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃຫ້ໄປຕາມແຜນແຕ່ຫົວທີີ ໂດຍສະເພາະແມ່ນຄາດໝາຍທາງດ້ານລາຍຮັບ-ລາຍຈ່າຍງົບປະມານ, ການສະຫຼຸບລາຍງານຕົວເລກຂາດຕົວ ທາງດ້ານງົບປະມານ, ການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການພັດທະນາຕົວເມືອງ ແລະ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການປັບປຸງຄວາມສະດວກໃນການດຳເນີນທຸລະກິດ, ການຈັດຕັ້ງປະຕິບັດສົ່ງເສີມ ແລະ ນຳໃຊ້ປີທ່ອງທ່ຽວລາວ 2018 ເພື່ອເປັນກຳລັງແຮງໃຫ້ແກ່ການພັດທະນາແຂວງ ແລະ ວຽກຈຸດສຸມອື່ນໆ.

7) ໝາກຜົນຂອງການປະຕິບັດວຽກງານຂອງລັດຖະບານ ຕະຫຼອດໄລຍະ 2 ປີຜ່ານມາເກີດຂື້ນໄດ້ກໍ່ຍ້ອນການນຳພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ ແລະ ການຕິດຕາມ, ຊຸກຍູ້, ຕຳນິສົ່ງຂ່າວ, ໃຫ້ຄຳຄິດຄຳເຫັນ ແລະ ກຳລັງໃຈຂອງອົງການຈັດຕັ້ງພັກ, ນິຕິບັນຍັດ, ຕຸລາການ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ບັນດາອົງການຈັດຕັ້ງມະຫາຊົນ ເຊິ່ງກໍ່ໄດ້ມາເຂົ້າຮ່ວມ ແລະ ປະກອບຄຳເຫັນໃນກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້.

8) ສຳລັບຄຳສະເໜີຂອງບັນດາແຂວງ, ລັດຖະບານ, ກໍ່ຄືບັນດາຂະແໜງການ ຂໍມອບໃຫ້ບັນດາຂະແໜງການນຳໄປຄົ້ນຄວ້າ ແລະ ປະສານສົມທົບກັບແຂວງ ເພື່ອແກ້ໄຂຕາມກົດໝາຍ ແລະ ລະບຽບການ, ອັນໃດນອນໃນແຜນແລ້ວ ແລະ ຄ້າງຄາຢູ່ຂະແໜງການ ກໍ່ໃຫ້ຮີບຮ້ອນແກ້ໄຂ, ຄົ້ນຄວ້າ ແລະ ສະເໜີທາງອອກແລ້ວຈຶ່ງລາຍງານລັດຖະບານ ເພື່ອພິຈາລະນາຕາມກົດໝາຍ ແລະ ລະບຽບການ.





No comments

Powered by Blogger.