ນາຍົກລັດຖະມົນຕີລາວ - ອົດສະຕຣາລີ ພົບປະສອງຝ່າຍ ທີ່ຊິດນີ - ອິດສະຫຼະ

ນາຍົກລັດຖະມົນຕີລາວ - ອົດສະຕຣາລີ ພົບປະສອງຝ່າຍ ທີ່ຊິດນີ



ກະຊວງການຕ່າງປະເທດລາຍງານວ່າ: ໃນຕອນເຊົ້າຂອງວັນທີ 17 ມີນາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ພົບປະກັບທ່ານ ມາລຄອມ ເທີນບູນ (Malcolm Turnbull) ນາຍົກລັດຖະມົນຕີຂອງອົດສະຕຣາລີ ທີ່ ຊິດນີ, ປະເທດອົດສະຕຣາລີ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະໄໝພິເສດ ອາຊຽນ-ອົດສະຕຣາລີ ໃນລະຫວ່າງວັນທີ 17-18 ມີນາ 2018.

ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ທີ່ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດໄລຍະເວລາ 66 ປີຜ່ານມາ, ໂດຍສະເພາະໃນປີ 2017, ສອງຝ່າຍ ໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດລາວ-ອົດສະຕຣາລີ ຄົບຮອບ 65 ປີດ້ວຍຜົນສຳເລັດຢ່າງຈົບງາມ. ພ້ອມນັ້ນ, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ໃນຂອບສອງຝ່າຍ ທີ່ເຫັນວ່າຫຼາຍໆໂຄງການກໍ່ສຳເລັດແລ້ວ ແລະ ຈຳນວນໜຶ່ງກຳລັງສືບຕໍ່ຈັດຕັ້ງປະຕິບັດ. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ.ລາວ ໃນດ້ານຕ່າງໆຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນ ການຊ່ວຍເຫຼືອທາງດ້ານການພັດທະນາ, ການຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ, ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ.ລາວ.

ການລົງທຶນຂອງ ອົດສະຕຣາລີ ຢູ່ ສປປ.ລາວ ໃນປັດຈຸບັນ ມີມູນຄ່າທັງຫມົດ 135 ລ້ານໂດລາສະຫະລັດ, ຈັດຢູ່ອັນດັບທີ 15 ຈາກທັງໝົດ 53 ປະເທດ ທີ່ລົງທຶນຢູ່ ສປປ.ລາວ. ພ້ອມນີ້, ສອງຝ່າຍເຫັນດີສືບຕໍ່ຮ່ວມມືກັນໃນດ້ານຕ່າງໆຕື່ມອີກ, ເຊັ່ນ: ດ້ານກະສິກຳ, ໂຍທາທິການ ແລະ ຂົນສົ່ງ, ດ້ານການເງິນ, ການຮ່ວມມືທາງດ້ານສິດທິມະນຸດ ແລະ ດ້ານອື່ນໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ສະໄໝພິເສດ ອາຊຽນ-ອົດສະຕຣາລີ ໃນຄັ້ງນີ້.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ອົດສະຕຣາລີ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ແລະ ຄະນະ ໃນຄັ້ງນີ້, ເຊິ່ງຈະເປັນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມທັງເປັນການສົ່ງເສີມການຮ່ວມມືຂອງສອງປະເທດ ໃນຂອບຫຼາຍຝ່າຍ ກໍ່ຄືຂອບອາຊຽນ-ອົດສະຕຣາລີ ອີກດ້ວຍ.


ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ເຊື້ອເຊີນ ພະນະທ່ານ ມາລຄອມ ເທີນບູນ, ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ, ເດີນທາງໄປຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ໃນເວລາທີ່ມີຄວາມສະດວກ; ພ້ອມທັງໄດ້ຖືໂອກາດນີ້ ເຊື້ອເຊີນນັກທ່ອງທ່ຽວຈາກ ອົດສະຕຣາລີ ມາທ່ອງທ່ຽວ ຢູ່ ສປປ.ລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ໃນໂອກາດປີທ່ອງທ່ຽວລາວ ໃນປີ 2018 ນີ້.

No comments

Powered by Blogger.