ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເຂົ້າຮ່ວມກິດຈະກຳຕ່າງໆ ຂອງກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ - ອິດສະຫຼະ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເຂົ້າຮ່ວມກິດຈະກຳຕ່າງໆ ຂອງກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ



ກະຊວງການຕ່າງປະເທດລາຍງານວ່າ: ໃນຕອນບ່າຍຂອງວັນທີ 17 ມີນາ 2018 ທີ່ ຊິດນີ ປະເທດອົດສະຕຣາລີ, ໃນໂອກາດເຂົ້າຮ່ວມ ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ອົດສະຕຣາລີ ສະໄໝພິເສດ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ໄດ້ເຂົ້າຮ່ວມງານພົບປະກັບອະດີດນັກສຶກສາອົດສະຕຣາລີ ທີ່ເຄີຍສຶກສາຢູ່ປະເທດສະມາຊິກອາຊຽນ ພາຍໃຕ້ໂຄງການ New Colombo Plan ແລະ ນັກສຶກສາຈາກປະເທດສະມາຊິກອາຊຽນ ທີ່ໄດ້ຮັບທຶນສຶກສາຢູ່ອົດສະຕຣາລີ ໂດຍການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດອົດສະຕຣາລີ ໂດຍມີບັນດາຜູ້ນໍາ ແລະ ລັດຖະມົນຕີຕ່າງປະເທດເຂົ້າຮ່ວມ.


ໃນໂອກາດດັ່ງກ່າວນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃນຖານະອະດີດນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກລັດຖະບານອົດສະຕຣາລີ ໄດ້ຮັບກຽດຕາງໜ້າອາຊຽນ ຂຶ້ນກ່າວຄໍາເຫັນ ກ່ຽວກັບຄວາມສຳຄັນຂອງການສຶກສາຕໍ່ການການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ອົດສະຕຣາລີ ແລະ ໃນຂະນະດຽວກັນ,​ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ມີໂອກາດພົບປະສົນທະນາກັບອະດີດນັກສຶກສາອົດສະຕຣາລີ ທີ່ເຄີຍມາເຝິກງານ ຢູ່ ສປປ.ລາວ ແລະ ນັກສຶກສາລາວ ທີ່ໄດ້ຮັບທຶນການສຶກສາຈາກອົດສະຕຣາລີ.



ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພີຍານ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງອາຊຽນ ແລະ ອົດສະຕຣາລີ ວ່າດ້ວຍການຮ່ວມມື ເພື່ອຕ້ານການກໍ່ການຮ້າຍສາກົນ ເຊິ່ງເອກະສານດັ່ງກ່າວ ຈະເປັນພື້ນຖານອັນຫນັກແຫນ້ນ ສໍາລັບການຮ່ວມມື ອາຊຽນ ແລະ ອົດສະຕຣາລີ ໃນການຕ້ານການກໍ່ການຮ້າຍສາກົນໃນອະນາຄົດ ອັນເປັນການປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍ່ຄືໃນໂລກ.

ໃນຕອນແລງຂອງວັນດຽວກັນ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ແລະ ມີການພົບປະກັບ ບັນດານັກທຸລະກິດຂອງ ອາຊຽນ ແລະ ອົດສະຕາລີ ຫຼັງຈາກນັ້ນ ກໍ່ສືບຕໍ່ເຂົ້າຮ່ວມງານລ້ຽງອາຫານຄ່ຳສຳລັບຜູ້ນຳອາຊຽນ ໂດຍການເປັນເຈົ້າພາບຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ.




No comments

Powered by Blogger.