ອົດສະຕຣາລີ ປະຕິເສດການຈັບກຸມ ທ່ານ ນາງ ອອງ ຊານ ຊູຈີ ຕາມຄຳຮ້ອງຟ້ອງຂອງກຸ່ມສິດທິມະນຸດ - ອິດສະຫຼະ

ອົດສະຕຣາລີ ປະຕິເສດການຈັບກຸມ ທ່ານ ນາງ ອອງ ຊານ ຊູຈີ ຕາມຄຳຮ້ອງຟ້ອງຂອງກຸ່ມສິດທິມະນຸດ



ສຳນັກຂ່າວຕ່າງປະເທດລາຍງານ 16 ມີນາ 2018 ວ່າ: ທ່ານ ຄຼິສຕຽນ ພໍເຕີ ລັດຖະມົນຕີກະຊວງຍຸດຕິທຳຂອງອົດສະຕຣາລີ ກ່າວວ່າ ລັດຖະບານອົດສະຕຣາລີບໍ່ຮັບຄຳຮ້ອງຟ້ອງຂອງຝ່າຍໃດໆກໍ່ຕາມ ໃນການໃຫ້ຈັບກຸມ ແລະ ດຳເນີນຄະດີທາງກົດໝາຍກັບທ່ານ ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງມຽນມາ ທີ່ຢູ່ລະຫວ່າງການເຂົ້າຮ່ວມການປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ລະຫວ່າງວັນທີ 17-18 ມີນາ 2018 ນີ້, ເນື່ອງຈາກທ່ານ ນາງ ຖືເປັນເຈົ້າໜ້າທີ່ລະດັບສູງສຸດຂອງລັດຖະບານ ທີ່ໄດ້ຮັບສິດທິຄຸ້ມຄອງທາງການທູດຢ່າງເຕັມຮູບແບບຕາມກົດໝາຍລະຫວ່າງປະເທດ.
ການຖະແຫຼງດັ່ງກ່າວຂອງລັດຖະມົນຕີກະຊວງຍຸດຕິທຳອົດສະຕຣາລີ ເກີດຂຶ້ນພາຍຫຼັງທີ່ກຸ່ມທະນາຍຄວາມ ແລະ ນັກກິດຈະກຳການເມືອງລວມ 5 ຄົນ ຮ່ວມກັນຍື່ນຄຳຮ້ອງຟ້ອງຕໍ່ສານເມືອງເມວເບິ້ນ ໃຫ້ມີການດຳເນີນຄະດີອາຍາກັບທ່ານ ນາງ ອອງ ຊານ ຊູຈີ ໃນຂໍ້ຫາອາຊະຍາກຳຕໍ່ມະນຸດ ຈາກສະຖານະການຄວາມຮຸນແຮງດ້ານສິດທິມະນຸດ ທີ່ເກີດຂຶ້ນກັບຊາວໂຣຮິງຢາ ໃນລັດຍະໄຂ່ ຂອງມຽນມາ ຕັ້ງແຕ່ທ້າຍເດືອນ ສິງຫາ 2017 ທີ່ຜ່ານມາ ແລະ ສົ່ງຜົນໃຫ້ຊາວໂຣຮິງຢາຫຼາຍກວ່າ 700,000 ຄົນ ຕ້ອງອົບພະຍົບໜີໄພໄປຍັງປະເທດບັງກະລາເທດ.

ເຖິງຢ່າງໃດກໍ່ຕາມ ທ່ານ ມາລຄອມ ເທີນບູນ ນາຍົກລັດຖະມົນຕີອົດສະຕຣາລີ ກ່າວວ່າ: ຈະຍົກເອົາສະຖານະການດ້ານສິດທິມະນຸດຂຶ້ນມາສະແດງຄວາມເປັນຫ່ວງເປັນໃຍກັບທ່ານ ນາງ ອອງ ຊານ ຊູຈີ ລະຫວ່າງການພົບປະຫາລືສອງຝ່າຍ ໃນວັນຈັນ 19 ມີນາ 2018 ນີ້.








No comments

Powered by Blogger.