ໄຟໄໝ້ໂຮງແຮມ-ກາສິໂນ ໃຈກາງນະຄອນຫຼວງມະນິລາ ເສຍຊີວິດ 4 ຄົນ (ວິດີໂອ) - ອິດສະຫຼະ

ໄຟໄໝ້ໂຮງແຮມ-ກາສິໂນ ໃຈກາງນະຄອນຫຼວງມະນິລາ ເສຍຊີວິດ 4 ຄົນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 18 ມີນາ 2018 ວ່າ: ເກີດເຫດໄຟໄໝ້ ໂຮງແຮມ ມະນິລາ ພາວິລຽນ ໂຮງແຮມຫຼູໃຈກາງນະຄອນຫຼວງມະນິລາ ປະເທດຟິລິບປິນ ທີ່ເປີດເປັນກາສິໂກ ແລະ ສະຖານບັນເທີງ ໂດຍມີລາຍງານວ່າເສຍຊີວິດແລ້ວ 4 ຄົນ, ໂດຍໂຮງແຮມດັ່ງກ່າວມີທັງໝົດ 21 ຊັ້ນ.

ໂດຍທ່ານ ຈອນນີ້ ຫຍູ ຜູ້ອຳນວຍການສຳນັກງານຫຼຸດຜ່ອນໄພພິບັດປະຈຳນະຄອນຫຼວງມະນິລາເປີດເຜີຍວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ໂດຍ 2 ຄົນເປັນພະນັກງານຂອງໂຮງແຮມ ຕຳແໜ່ງເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ພະນັກງານການເງິນ, ໂດຍຂະນະເກີດເຫດກໍ່ຍັງມີຜູ້ຕິດຢູ່ໃນອາຄານອີກດ້ວຍປະມານ 20 ຄົນ ແລະ ເຈົ້າໜ້າທີ່ໄດ້ເລັ່ງໃຫ້ການຊ່ວຍເຫຼືອແລ້ວ.

ສ່ວນສາເຫດຂອງການເກີດໄຟໄໝ້ ເຈົ້າໜ້າທີ່ກຳລັງສືບສວນສອບສວນ ໂດຍເຊື່ອວ່າຕົ້ນໄຟເລີ່ມມາຈາກສ່ວນທີ່ເປັນກາສິໂນ ຫຼື ຊັ້ນລອຍລັອບບີ້.












No comments

Powered by Blogger.