ກຳປູເຈຍ-ຈີນ ຊ້ອມຮົບຮ່ວມກັນຢ່າງຍິ່ງໃຫຍ່ ທີ່ປະເທດກຳປູເຈຍ - ອິດສະຫຼະ

ກຳປູເຈຍ-ຈີນ ຊ້ອມຮົບຮ່ວມກັນຢ່າງຍິ່ງໃຫຍ່ ທີ່ປະເທດກຳປູເຈຍ



ສຳນັກຂ່າວຕ່າງປະເທດລາຍງານ 17 ມີນາ 2018 ວ່າ: ທ່ານ ພົນຕີ ຈາງ ຈ້ຽນ ຜູ້ບັນຊາການທະຫານມົນທົນພາກໃຕ້ຂອງກອງທັບປົດປ່ອຍປະຊາຊົນຈີນ ແລະ ທ່ານ ພົນເອກ ພົນ ສະເຣີນ ຜູ້ບັນຊາການກອງທັບກຳປູເຈຍ ເປັນປະທານຮ່ວມໃນພິທີເປີດການຊ້ອມຮົບຮ່ວມກັນລະຫວ່າງສອງປະເທດ ພາຍໃຕ້ລະຫັດປະຕິບັດການ Dragon 2018 ທີ່ຖານທັບໃນແຂວງກຳປົງສະປຼື ທາງພາກຕາເວັນຕົກສຽງໃຕ້ຂອງປະເທດກຳປູເຈຍ, ໂດຍກອງທັບປົດປ່ອຍປະຊາຊົນຈີນສົ່ງທະຫານ 216 ຄົນເຂົ້າຮ່ວມການເຝິກຊ້ອມກັບທະຫານກຳປູເຈຍ 280 ຄົນ.


ເຊິ່ງທ່ານ ພົນເອກ ພົນ ສະເຣີນ ກ່າວໃນຕອນໜຶ່ງຂອງພິທີວ່າ ຈຸດປະສົງຂອງການຊ້ອມຮົບຮ່ວມໃນຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງ ຄົບຮອບ 60 ປີ ຂອງການສະຖາປະນາສາຍພົວພັນທາງການທູດລະຫວ່າງຈີນ ກັບ ກຳປູເຈຍ ແລະ ເປັນການສົ່ງເສີມການຮ່ວມມືທາງການທະຫານ ແລະ ຄວາມໝັ້ນຄົງລະຫວ່າງປະເທດ ລວມທັງເປັນການເພີ່ມພູນຄວາມໄວ້ວາງໃຈທາງການເມືອງຕໍ່ກັນອີກດ້ວຍ.

ປັດຈຸບັນ, ຈີນຖືເປັນປະເທດຜູ້ລົງທຶນລາຍໃຫຍ່ທີ່ສຸດຂອງກຳປູເຈຍ ຂະນະທີ່ການຊ້ອມຮົບຄັ້ງນີ້ເກີດຂຶ້ນກ່ອນຈະມີການເລືອກຕັ້ງທົ່ວໄປທີ່ຈະເກີດຂຶ້ນໃນວັນທີ 29 ກໍລະກົດ 2018 ນີ້ ເຊິ່ງສະຖານະການທາງການເມືອງຂອງກຳປູເຈຍ ເຄັ່ງຕຶງຈາກການທີ່ສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ໃຊ້ມາດຕະການຂັ້ນເດັດຂາດເພື່ອກວາດລ້າງຝ່າຍກົງກັນຂ້າມທາງການເມືອງ ສົ່ງຜົນໃຫ້ຄວາມສຳພັນລະຫວ່າງລັດຖະບານກຳປູເຈຍ ກັບ ໂລກຕາເວັນຕົກໂດຍສະເພາະສະຫະລັດ ອາເມຣິກາ ວະທີຄວາມເຄັ່ງຕຶງຢ່າງໜັກໜ່ວງ.



















No comments

Powered by Blogger.