ຍົນຕົກໃສ່ເຮືອນປະຊາຊົນເສຍຊີວິດ 10 ຄົນ ທີ່ຟິລິບປິນ (ວິດີໂອ) - ອິດສະຫຼະ

ຍົນຕົກໃສ່ເຮືອນປະຊາຊົນເສຍຊີວິດ 10 ຄົນ ທີ່ຟິລິບປິນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 17 ມີນາ 2018 ວ່າ:​ ທ່ານ ອີຣິດ ອະໂປໂລນິໂອ ໂຄສົກກົມການບິນພົນລະເຮືອນຂອງຟິລິບປິນຖະແຫຼງວ່າ: ຍົນນ້ອຍແບບ Piper-23 apache ຂະໜາດ 6 ບ່ອນນັ່ງ ພ້ອມຜູ້ໂດຍສານ ແລະ ນັກບິນລວມ 5 ຄົນ ອອກເດີນທາງຈາກສະໜາມບິນໃນເມືອງພລາຣິເດວ ແຂວງບູລາກັນ ທີ່ຈະເດີນທາງໄປຍັງເມືອງລາວັກ ພາກເໜືອຂອງປະເທດ ແຕ່ເກີດອຸປະຕິເຫດຕົກໃສ່ເຮືອນຂອງປະຊາຊົນ ທີ່ເມືອງພລາຣິເດວ ເຮັດໃຫ້ຜູ້ໂດຍສານ ແລະ ນັກບິນ 5 ຄົນເສຍຊີວິດທັງໝົດ ແລະ ຍັງມີປະຊາຊົນອີກ 5 ຄົນ ໃນເຮືອນຫຼັງທີ່ເກີດເຫດເສຍຊີວິດ ລວມທັງໝົດເປັນ 10 ຄົນ ນອກຈາກນັ້ນກໍ່ຍັງມີຜູ້ໄດ້ຮັບາດເຈັບອີກ 2 ຄົນ.

ສ່ວນສາເຫດຂອງການເກີດເຫດຍັງບໍ່ຊັດເຈນ ແຕ່ຈາກຄຳບອກເລົ່າຂອງປະຊາຊົນໃກ້ຄຽງລະບຸວ່າ ຍົນໄດ້ຕຳກັບຕົ້ນໄມ້ ແລະ ເສົາໄຟຟ້າກ່ອນທີ່ຈະຕົກໃສ່ເຮືອນຫຼັງທີ່ເກີດເຫດດັ່ງກ່າວ.

ໂຄສົກກົມການບິນພົນລະເຮືອນຂອງຟິລິບປິນກ່າວອີກວ່າ ຍົນນ້ອຍທີ່ເກີດເຫດເປັນຂອງບໍລິສັດ ແອ ເອັກສະເພຣສ ເຊິ່ງຍົນທັງໝົດຂອງບໍລິສັດດັ່ງກ່າວໄດ້ຖືກສັ່ງໃຫ້ຢຸດຕິການບິນທັງໝົດກ່ອນ ເພື່ອກວດສອບຄວາມປອດໄພ.




No comments

Powered by Blogger.