ອາຊຽນ-ອົດສະຕຣາລີ ຈະເພີ່ມທະວີຮ່ວມມືຕໍ່ຕ້ານການກໍ່ການຮ້າຍ - ອິດສະຫຼະ

ອາຊຽນ-ອົດສະຕຣາລີ ຈະເພີ່ມທະວີຮ່ວມມືຕໍ່ຕ້ານການກໍ່ການຮ້າຍ



ສຳນັກຂ່າວຕ່າງປະເທດລາຍງານ 17 ມີນາ 2018 ວ່າ: ທ່ານ ປີເຕີ ດັດຕັນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງອົດສະຕຣາລີ ກ່າວຕໍ່ກອງປະຊຸມດ້ານການຕໍ່ຕ້ານການກໍ່ການຮ້າຍ ເຊິ່ງເປັນໜຶ່ງໃນການປະຊຸມຍ່ອຍຂອງການປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ເມືອງຊິດນີ ໃນລະຫວ່າງວັນທີ 17-18 ມີນາ 2018 ວ່າ: ການກໍ່ການຮ້າຍ ແລະ ຄວາມຮຸນແຮງເປັນແນວຄິດທີ່ແຜ່ກະຈາຍຂ້າມພົມແດນໄດ້ຢ່າງວ່ອງໄວໃນໂລກຍຸກປັດຈຸບັນ ເນື່ອງຈາກເຕັກໂນໂລຊີທີ່ພັດທະນາແບບກ້າວກະໂດດ ກາຍເປັນຕົວຊ່ວຍໃຫ້ກຸ່ມຄົນເຫຼົ່ານັ້ນເຜີຍແຜ່ແນວຄິດຂອງຕົນເອງ ເຊິ່ງລວມເຖິງການສົນທະນາຜ່ານຂໍ້ຄວາມແບບເຂົ້າລະຫັດ.
ເຊິ່ງທ່ານ ປີເຕີ ດັດຕັນ ໄດ້ກ່າວເນັ້ນເຖິງການເພີ່ມທະວີບການຮ່ວມມືລະຫວ່າງໜ່ວຍຂ່າວກອງຂອງອາຊຽນ ກັບ ອົດສະຕຣາລີ ທີ່ເປັນປະເທດຂະໜາດໃຫຍ່ໃນພູມມິພາກໃກ້ຊິດ ໂດຍມີລາຍງານວ່າຫາກການປຶກສາຫາລືໃນຄັ້ງນີ້ເປັນໄປຕາມແຜນການ ສະມາຊິກອາຊຽນທັງ 10 ປະເທດ ແລະ ລັດຖະບານອົດສະຕຣາລີ ຈະລົງນາມໃນບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຕໍ່ຕ້ານການກໍ່ການຮ້າຍລະຫວ່າງປະເທດ, ເຊິ່ງມາດຕະການດັ່ງກ່າວຈະລວມເຖິງການສ້າງຕັ້ງໂຄງການການຮ່ວມມື ແລະ ສ້າງຕັ້ງເຄືອຂ່າຍຕໍ່ຕ້ານການກໍ່ການຮ້າຍ ເພື່ອເສີມສ້າງຄວາມເຂັ້ມແຂງ ແລະ ປອດໄພໃຫ້ກັບພູມມິພາກ.

ສຳລັບການປະຊຸມລະຫວ່າງອົດສະຕຣາລີ ກັບ ອາຊຽນໃນຄັ້ງນີ້ ຖືເປັນການປຶກສາຫາລື ສະໄໝພິເສດ ເນື່ອງໃນໂອກາດການສະຖາປະນາສາຍພົວພັນທາງການທູດລະຫວ່າງກັນ ຄົບຮອບ 25 ປີ, ເຖິງຢ່າງໃດກໍ່ຕາມ ບັນຍາກາດຂອງການປະຊຸມຄັ້ງນີ້ ກໍ່ພົບກັບຄວາມວຸ້ນວາຍຫຼາຍດ້ານ ຕັ້ງແຕ່ຍັງບໍ່ທັນໄດ້ເລີ່ມປະຊຸມ ບໍ່ວ່າຈະເປັນການທີ່ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນ ປະຕິເສດເຂົ້າຮ່ວມການປະຊຸມຄັ້ງນີ້ ແຕ່ສົ່ງທ່ານ ອະລັນ ປີເຕີ ຄາເຢຕາໂນ ລັດຖະມົນຕີກະຊວງການຕ່າງປະເທດເປັນຜູ້ແທນເຂົ້າຮ່ວມ ແລະ ການໂຮມຊຸມນຸມປະທ້ວງຂອງພົນລະເມືອງອາຊຽນ ທີ່ອາໄສຢູ່ໃນປະເທດອົດສະຕຣາລີ ເພື່ອຕໍ່ຕ້ານຜູ້ນຳປະເທດຂອງຕົນເອງ ໂດຍສະເພາະສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີຂອງກຳປູເຈຍ ແລະ ທ່ານ ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ.







No comments

Powered by Blogger.