ເກົາຫຼີໃຕ້-ສ.ອາເມຣິກາ ຈະຫຼຸດໄລຍະເວລາການຊ້ອມຮົບຮ່ວມກັນລົງເຄິ່ງໜຶ່ງ - ອິດສະຫຼະ

ເກົາຫຼີໃຕ້-ສ.ອາເມຣິກາ ຈະຫຼຸດໄລຍະເວລາການຊ້ອມຮົບຮ່ວມກັນລົງເຄິ່ງໜຶ່ງ



ສຳນັກຂ່າວຕ່າງປະເທດລາຍງານ 17 ມີນາ 2018 ວ່າ: ເກົາຫຼີໃຕ້ ແລະ ສະຫະລັດ ອາເມຣິກາ ຈະຫຼຸດໄລຍະເວລາ ແລະ ຂອບເຂດຂອງປະຕິບັດການຊ້ອມຮົບຮ່ວມປະຈຳປີ ພາຍໃຕ້ລະຫັດ Key Resolve ແລະ Foal Eagler ເຊິ່ງຕາມປົກກະຕິຈະເກີດຂຶ້ນໃນໄລຍະລະດູໄມ້ໃບປົ່ງຂອງທຸກໆປີ ແຕ່ກຳນົດການໃນປີນີ້ຍັງບໍ່ຊັດເຈນ ໂດຍມີການເລື່ອນອອກໄປກ່ອນໃນໄລຍະທີ່ເກົາຫຼີໃຕ້ ເປັນເຈົ້າພາບຈັດງານກີລາໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ເມື່ອເດືອນກຸມພາ ທີ່ຜ່ານມາ ເພື່ອຫຼີກລ້ຽງບັນຍາກາດຄວາມເຄັ່ງຕຶງ ທີ່ອາດເກີດຂຶ້ນຈາກຄວາມບໍ່ພໍໃຈຂອງເກົາຫຼີເໜືອ ເຊິ່ງປະນາມການຊ້ອມຮົບຮ່ວມລະຫວ່າງເກົາຫຼີໃຕ້ ກັບ ສະຫະລັດ ອາເມຣິກາ ມາໂດຍຕະຫຼອດວ່າເປັນໄພຮຸກຮານ.


ໂດຍເຈົ້າໜ້າທີ່ລະດັບສູງດ້ານວຽກງານປ້ອງກັນປະເທດ ຂອງສອງທັງປະເທດຢືນຢັນວ່າ ການຊ້ອມຮົບຈະເດີນໜ້າຕໍ່ໄປພາຍຫຼັງສຳເລັດການຈັດງານໂອລິມປິກລະດູໜາວ ແຕ່ຈະມີການຫຼຸດໄລຍະເວລາລົງເໜືອ 1 ເດືອນ ຈາກປົກກະຕິແມ່ນ 2 ເດືອນ, ຂະນະທີ່ທ່ານ ຊອງ ອວີ-ຢອງ ທີ່ປຶກສາດ້ານຄວາມໝັ້ນຄົງຂອງລັດຖະບານເກົາຫຼີໃຕ້ ເຊິ່ງນຳຄະນະເດີນທາງເຂົ້າພົບກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ນະຄອນຫຼວງປຽງຢາງ ເມື່ອອາທິດກ່ອນກ່າວວ່າ ຜູ້ນຳສູງສຸດຂອງເກົາຫຼີເໜືອມີຄວາມເຂົ້າໃຈຫາກການຊ້ອມຮົບປະຈຳປີຈະເກີດຂຶ້ນອີກ.

ໃນຂະນະດຽວກັນ, ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ໄດ້ມອບໝາຍໃຫ້ທ່ານ ອີ ຈົງ-ຊັອກ ຫົວໜ້າຄະນະເຈົ້າໜ້າທີ່ປະຈຳທຳນຽບ ເປັນຫົວໜ້າຄະນະວາງແຜນສຳລັບການພົບປະຫາລືກັບທ່ານ ຄິມ ຈອງ-ອຶນ ທີ່ບ້ານປັນມຸນຈອມ ເຂດປອດທະຫານ ທີ່ເປັນຊາຍແດນລະຫວ່າງສອງປະເທດໃນເດືອນເມສາ 2018 ນີ້.


No comments

Powered by Blogger.