ດ່ວນ…! ລັດເຊຍເນລະເທດທູດອັງກິດ 23 ຄົນ ນອກປະເທດ ຕອບໂຕ້ທີ່ເນລະເທດທູດລັດເຊຍ - ອິດສະຫຼະ

ດ່ວນ…! ລັດເຊຍເນລະເທດທູດອັງກິດ 23 ຄົນ ນອກປະເທດ ຕອບໂຕ້ທີ່ເນລະເທດທູດລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 17 ມີນາ 2018 ວ່າ: ກະຊວງການຕ່າງປະເທດລັດເຊຍ ອອກຖະແຫຼງການປະກາດໃຫ້ເຈົ້າໜ້າທີ່ການທູດຂອງອັງກິດ 23 ຄົນ ຖືເປັນບຸກຄົນບໍ່ເພິ່ງປາດຖະໜາ ແລະ ຕ້ອງເດີນທາງອອກນອກປະເທດພາຍໃນໄລຍະເວລາ 7 ວັນ, ຂະນະດຽວກັນທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ໄດ້ສັ່ງຖອດຖອນໃບອະນຸຍາດຂອງອັງກິດ ໃນການເປີດດຳເນີນການສະຖານກຸງສຸນໃຫຍ່ ທີ່ນະຄອນເຊນປີເຕີສະເບີກ ແລະ ສັ່ງປິດສະຖາບັນ British Council ທຸກແຫ່ງໃນລັດເຊຍ ເຊິ່ງເປັນອົງການສົ່ງເສີມການຮ່ວມມືດ້ານການສຶກສາ ແລະ ສິລະປະວັດທະນະທຳຂອງອັງກິດ ເນື່ອງຈາກເປັນສະຖາບັນທີ່ບໍ່ໄດ້ຮັບອະນຸຍາດໃຫ້ເປີດດຳເນີນການຕາມກົດໝາຍ.
ຖະແຫຼງການຍັງລະບຸວ່າ ລັດຖະບານລັດເຊຍມີຄວາມຊອບທຳເປັນຢ່າງຍິ່ງ ໃນການດຳເນີນມາດຕະການອື່ນໆນອກເໜືອຈາກນີ້ ເພື່ອປົກປ້ອງຜົນປະໂຫຍດຂອງລັດເຊຍ ແລະ ເພື່ອເປັນການຕອບໂຕ້ຫາກອັງກິດຍັງສະແດງພຶດຕິກຳແຂງກະດ້າງ ທີ່ມີແຕ່ຈະສົ່ງຜົນເສຍຕໍ່ຄວາມສຳພັນສອງຝ່າຍ ໂດຍການເຄື່ອນໄຫວດັ່ງກ່າວຂອງລັດເຊຍເກີດຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງການເຊີນທ່ານ ລໍຣີ ບຣິສໂທ ເອກອັກຄະລັດຖະທູດອັງກິດ ປະຈຳນະຄອນຫຼວງມົດສະກູ ໃຫ້ເຂົ້າພົບເມື່ອຕອນເຊົ້າຂອງວັນເສົານີ້ (17 ມີນາ) ຕາມເວລາທ້ອງຖິ່ນ.
ນອກຈາກນີ້ ມາດຕະການດັ່ງກ່າວຂອງລັດເຊຍຍັງເກີດຂຶ້ນພຽງວັນດຽວ ພາຍຫຼັງທີ່ທ່ານ ບໍຣິສ ຈອນສັນ ລັດຖະມົນຕີກະຊວງການຕ່າງປະເທດອັງກິດກ່າວເມື່ອວັນສຸກ (16 ມີນາ) ທີ່ຜ່ານມາວ່າ: ມີຄວາມເປັນໄປໄດ້ສູງ ທີ່ທ່ານ ປູຕິນ ປະທານປະເທດລັດເຊຍ ຈະເປັນຜູ້ສັ່ງການໂດຍກົງໃຫ້ມີການໃຊ້ສານພິດອອກລິດຮຸນແຮງຕໍ່ລະບົບປະສາດໃນອັງກິດ ແລະ ໃນດິນແດນຂອງເອີຣົບ ເປັນຄັ້ງທຳອິດນັບຕັ້ງແຕ່ສະໄໝສົງຄາມໂລກຄັ້ງທີສອງ.

ຂະນະກ່ອນໜ້ານັ້ນ, ເມື່ອວັນພຸດ (14 ມີນາ) ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ປະກາດເນລະເທດເຈົ້າໜ້າທີ່ການທູດຂອງລັດເຊຍ 23 ຄົນ ໃຫ້ອອກນອກປະເທດພາຍໃນ 7 ວັນ ເພື່ອຕອບໂຕ້ການທີ່ລັດຖະບານລັດເຊຍນິ້ງນອນເສີຍ ຕໍ່ການຊີ້ແຈງກໍລະນີທີ່ເກີດຂຶ້ນກັບທ່ານ ເຊີເກ ສະກຣີພາລ ອາຍຸ 66 ປີ ອະດີດເຈົ້າໜ້າທີ່ໜ່ວຍຂ່າວກອງທາງທະຫານຂອງລັດເຊຍ ທີ່ລີ້ໄພຢູ່ໃນປະເທດອັງກິດ ມາຕັ້ງແຕ່ປີ 2010 ແລະ ລູກສາວ ນາງ ຢູເລຍ ສະກຣີພາລ ອາຍຸ 33 ປີ ທີ່ຖືກວາງຢາພິດ ທີ່ລັດຖະບານອັງກິດກ່າວອ້າງວ່າ ສານເຄມີດັ່ງກ່າວມາຈາກໂຄງການ “ໂນວິຊັອກ” ທີ່ຄິດຄົ້ນ ແລະ ພັດທະນາໂດຍກອງທັບສະຫະພາບໂຊວຽດ ທີ່ເມືອງຊາລິສບິວຣີ ເມື່ອວັນທີ 4 ມີນາ ທີ່ຜ່ານມາ.





No comments

Powered by Blogger.