ອິນໂດເນເຊຍ ອອກກົດໝາຍຫ້າມວິຈານນັກການເມືອງ ໂດຍມີຜົນບັງຄັບໃຊ້ແລ້ວ - ອິດສະຫຼະ

ອິນໂດເນເຊຍ ອອກກົດໝາຍຫ້າມວິຈານນັກການເມືອງ ໂດຍມີຜົນບັງຄັບໃຊ້ແລ້ວ



ສຳນັກຂ່າວຕ່າງປະເທດລາຍງານ 16 ມີນາ 2018 ວ່າ: ກົດໝາຍ MD3 ວ່າດ້ວຍການປົກປ້ອງສະຖານະ ແລະ ກຽດສັກສີຂອງນັກການເມືອງໃນອິນໂດເນເຊຍ ມີຜົນບັງຄັບໃຊ້ແລ້ວເມື່ອວັນພະຫັດ (15 ມີນາ) ທີ່ຜ່ານມາ, ຫຼັງຈາກສະພາຜູ້ແທນປະຊາຊົນຜ່ານຮ່າງກົດໝາຍດັ່ງກ່າວເມື່ອເດືອນທີ່ຜ່ານມາ ແຕ່ທ່ານ ໂຈໂກ ວິໂດໂດ ປະທານປະເທດອິນໂດເນເຊຍ ປ່ອຍຜ່ານໃຫ້ກົດໝາຍມີຜົນບັງຄັບໃຊ້ໂດຍບໍ່ມີການລົງນາມ ເຊິ່ງຜູ້ນຳອິນໂດເນເຊຍບໍ່ມີອຳນາດໃນການປະຕິເສດ ຫຼື ຢຸດຢັ້ງກົດໝາຍ ແຕ່ຜູ້ໃດກໍ່ຕາມທີ່ບໍ່ເຫັນດີສາມາດຮ້ອງຟ້ອງຜ່ານສານລັດຖະທຳມະນູນໄດ້.

ເນື້ອໃນສຳຄັນຂອງກົດໝາຍຄື: ການທີ່ສະມາຊິກສະພາຂອງອິນໂດເນເຊຍສາມາດຍື່ນຟ້ອງສານໃຫ້ດຳເນີນຄະດີກັບບຸກຄົນທີ່ມີພຶດຕິກຳເຮັດໃຫ້ເສື່ອມເສຍ ເຊິ່ງລວມເຖິງການວິພາກວິຈານ ທີ່ຈະເຮັດໃຫ້ນັກການເມືອງຄົນນັ້ນໆໄດ້ຮັບຄວາມເສື່ອມເສຍຊື່ສຽງ. ເຖິງຢ່າງໃດກໍ່ຕາມການດຳເນີນຄະດີຈະເກີດຂຶ້ນຫຼືບໍ່ ຈຳເປັນຕ້ອງໄດ້ຮັບຄວາມເຫັນດີຈາກຄະນະກຳມະການດ້ານຈະລິຍະທຳຂອງສະພາກ່ອນ ແຕ່ເປັນທີ່ໜ້າສັງເກດວ່າກົດໝາຍບໍ່ໄດ້ກຳນົດໄລຍະເວລາຂັ້ນຕ່ຳ ແລະ ສູງສຸດຂອງການຮັບໂທດຕັດອິດສະຫຼະພາບ.

ເຖິງຢ່າງໃດກໍ່ຕາມ, ຫຼາຍຝ່າຍໃຫ້ຂໍ້ສັງເກດວ່າ ກົດໝາຍນີ້ບໍ່ຕ່າງຫຍັງກັບການເຮັດໃຫ້ຈິດຈຳນຶກ ແລະ ຈະລິຍະທຳຂອງນັກການເມືອງຕົກຕ່ຳຕົກລົງ ແລະ ການລະບຸໃຫ້ການວິຈານທາງການເມືອງຖືເປັນອາຊະຍາກຳ ຈະຍິ່ງເປັນການເຮັດໃຫ້ພາບລັກ ແລະ ຄວາມໜ້າເຊື່ອຖືຂອງລະບອບການເມືອງໃນອິນໂດເນເຊຍຖົດຖອຍ ເຊິ່ງຫາກວັດແທກຈາກຈຳນວນປະຊາກອນ ຖືເປັນປະເທດທີ່ປົກຄອງດ້ວຍລະບອບປະຊາທິປະໄຕຂະໜາດໃຫຍ່ທີ່ສຸດເປັນອັນດັບ 3 ຮອງຈາກສະຫະລັດ ອາເມຣິກາ ແລະ ອິນເດຍ ໂດຍໃນໄລຍະ 2-3 ປີທີ່ຜ່ານມາ ມີນັກການເມືອງອິນໂດເນເຊຍຢ່າງໜ້ອຍ 8 ຄົນຖືກຈັບກຸມ ແລະ ດຳເນີນຄະດີໃນຂໍ້ຫາສໍ້ລາດບັງຫຼວງ ໜຶ່ງໃນນັ້ນຄືທ່ານ ເສດຕະຍາ ໂນວານໂຕ ອະດີດປະທານສະພາປະຊາຊົນ ເຊິ່ງເປັນຜູ້ຕອງຫາຄົນສຳຄັນໃນຄະດີຍັກຍອກເງິນຈາກໂຄງການບັດປະຊາຊົນແບບອີເລັກໂຕຣນິກ.

No comments

Powered by Blogger.