ດ່ວນ…! ອັງກິດຂັບໄລ່ທູດລັດເຊຍ 23​ ຄົນອອກນອກປະເທດ ກໍລະນີການວາງຢາພິດອະດີດສາຍລັບລັດເຊຍໃນອັງກິດ - ອິດສະຫຼະ

ດ່ວນ…! ອັງກິດຂັບໄລ່ທູດລັດເຊຍ 23​ ຄົນອອກນອກປະເທດ ກໍລະນີການວາງຢາພິດອະດີດສາຍລັບລັດເຊຍໃນອັງກິດ



ສຳນັກຂ່າວຕ່າງປະເທດລາຍງານ 15 ມີນາ 2018 ວ່າ: ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ຖະແຫຼງຕໍ່ສະພາທົ່ວໄປເມື່ອວັນພຸດ (14 ມີນາ) ທີ່ຜ່ານມາວ່າ: ຈາກກໍລະນີທີ່ເກີດຂຶ້ນກັບທ່ານ ເຊີເກ ສະກຣີພາລ ອະດີດເຈົ້າໜ້າທີ່ໜ່ວຍຂ່າວກອງທາງທະຫານຂອງລັດເຊຍ ເຊິ່ງລີ້ໄພຢູ່ໃນອັງກິດມາຕັ້ງແຕ່ປີ 2010 ແລະ ນາງ ຢູເລຍ ສະກຣີພາລ ລູກສາວ ລັດຖະບານອັງກິດບໍ່ມີທາງເລືອກອື່ນ ນອກຈາກການຂັບໄລ່ເຈົ້າໜ້າທີ່ການທູດຂອງລັດເຊຍ 23 ຄົນ ອອກຈາກປະເທດ, ໂດຍເຈົ້າໜ້າທີ່ກຸ່ມນີ້ຖືເປັນເຈົ້າໜ້າທີ່ຂ່າວກອງທີ່ບໍ່ໄດ້ປະກາດຕົວ ຕ້ອງເດີນທາງອອກນອກປະເທດພາຍໃນ 7 ວັນ ຖືເປັນການຂັບໄລ່ນັກການທູດຕ່າງປະເທດຈຳນວນຫຼາຍທີ່ສຸດຂອງອັງກິດ ນັບຕັ້ງແຕ່ສະໄໝສົງຄາມເຢັນ.

ຂະນະດຽວກັນ ທ່ານ ນາງ ເທເຣຊາ ເມ ປະກາດຍົກເລິກຄຳເຊີນໃຫ້ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ໃນການຈະເດີນທາງມາຢ້ຽມຢາມນະຄອນຫຼວງລອນດອນຢ່າງເປັນທາງການໃນປີນີ້ ແລະ ຢຸດຕິກຳນົດການພົບປະຫາລືລະຫວ່າງເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດໃນທຸກກະຊວງ. ນອກຈາກນີ້,​ ຜູ້ນຳອັງກິດຍັງຢືນຢັນວ່າ ເຈົ້າຊາຍວິນລຽມ ທີ່ດຳລົງຕຳແໜ່ງປະທານສະມາຄົມບານເຕະອັງກິດ ຈະບໍ່ເດີນທາງໄປຮ່ວມພິທີເປີດງານເຕະບານໂລກ ຢູ່ນະຄອນຫຼວງມົດສະກູ ທີ່ປະເທດລັດເຊຍເປັນເຈົ້າພາບ ໃນເດືອນມິຖຸນາ 2018 ນີ້ ເຊັ່ນດຽວກັນກັບເຈົ້າໜ້າທີ່ລະດັບສູງໃນລັດຖະບານ ແລະ ນັກການເມືອງຂອງອັງກິດ ເຊິ່ງຈະບໍ່ເດີນທາງຢ້ຽມຢາມລັດເຊຍໃນໄລຍະເວລາດັ່ງກ່າວນີ້ດ້ວຍ.

ເຖິງຢ່າງໃດກໍ່ຕາມ, ທ່ານ ນາງ ເທເຣຊາ ເມ ຍັງບໍ່ໄດ້ກ່າວພາດພິງເຖິງບຸກຄົນໃດ, ໜ່ວຍງານໃດ ຫຼື ບໍລິສັດເອກະຊົນໃດຂອງລັດເຊຍ ທີ່ອາດຖືກຂຶ້ນບັນຊີດຳໃນຂໍ້ຫາມີສ່ວນກ່ຽວຂ້ອງກັບການໃຊ້ສານເຄມີອອກລິດທາງປະສາດຮ້າຍແຮງ ທຳຮ້າຍສອງພໍ່-ລູກສະກຣີພາລ ທີ່ເມືອງຊາລິສບິວຣີ ຂອງອັງກິດ ເມື່ອວັນທີ 4 ມີນາ 2018 ທີ່ຜ່ານມາ, ແຕ່ທ່ານ ນາງ
ໃຊ້ຄຳວ່າ ມີຄວາມເປັນໄປໄດ້ສູງຫຼາຍທີ່ລັດຖະບານລັດເຊຍມີສ່ວນຮູ້ເຫັນ ຈາກການທີ່ສານພິດນັ້ນມາຈາກໂຄງການ “ໂນວິຊັອກ” ຕັ້ງແຕ່ສະໄໝສະຫະພາບໂຊວຽດ.

ໃນດ້ານຂອງກະຊວງການຕ່າງປະເທດລັດເຊຍ ອອກຖະແຫຼງການໃນເວລາຕໍ່ມາວ່າ ອັງກິດເປັນຝ່າຍເລືອກທີ່ຈະປະເຊີນໜ້າກັບລັດຖະບານລັດເຊຍ ແລະ ຢືນຢັນວ່າຈະມີການຕອບໂຕ້ຕາມຄວາມເໝາະສົມ ພາຍຫຼັງກ່ອນໜ້ານີ້ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວວ່າລັດຖະບານລັດເຊຍບໍ່ໄດ້ກ່ຽວຂ້ອງກັບເລື່ອງນີ້ ແລະ ຈະບໍ່ມີການຊີ້ແຈງໃດໆທັງນັ້ນ ຈົນກວ່າລັດເຊຍຈະໄດ້ຮ່ວມກວດສອບຕົວຢ່າງຂອງສານເຄມີທີ່ຝ່າຍກົງກັນຂ້າມອ້າງວ່າມາຈາກໂຄງການໂນວິຊັອກ, ສ່ວນທ່ານ ວາສຊີລີ ເນເບນເຊຍ ເອກອັກຄະລັດຖະທູດລັດເຊຍປະຈຳສະຫະປະຊາຊາດກ່າວວ່າ ອັງກິດຕ້ອງການກົດດັນໃຫ້ລັດເຊຍຮັບສາລະພາບ ທັງທີ່ຍັງບໍ່ສາມາດສະແດງຫຼັກຖານທີ່ເປັນຮູບປະທຳຫຼາຍກວ່າຄຳກ່າວອ້າງແບບບໍ່ມີມູນຄວາມຈິງ.




No comments

Powered by Blogger.