ອະດີດປະທານປະເທດເກົາຫຼີໃຕ້ ເຂົ້າໃຫ້ປາກຄຳຕໍ່ໄອຍະການ ຄະດີສໍ້ລາດບັງຫຼວງ ຫຼາຍສິບພັນລ້ານວອນ - ອິດສະຫຼະ

ອະດີດປະທານປະເທດເກົາຫຼີໃຕ້ ເຂົ້າໃຫ້ປາກຄຳຕໍ່ໄອຍະການ ຄະດີສໍ້ລາດບັງຫຼວງ ຫຼາຍສິບພັນລ້ານວອນ



ສຳນັກຂ່າວຕ່າງປະເທດລາຍງານ 14 ມີນາ 2018 ວ່າ: ທ່ານ ລີ ມະຢອງ-ບັກ ອະດີດປະທານປະເທດເກົາຫຼີໃຕ້ ເຂົ້າໃຫ້ປາກຄຳຕໍ່ຄະນະໄອຍະການ ໃນນະຄອນຫຼວງໂຊ ຕາມຂໍ້ກ່າວຫາວ່າສໍ້ລາດບັງຫຼວງ ທີ່ພົວພັນເຖິງຍາດພີ່ນ້ອງ ແລະ ຄົນໃກ້ຊິດ, ອະດີດຜູ້ນຳເກົາຫຼີໃຕ້ສາຍອະນຸລັກນິຍົມ ອາຍຸ 76 ປີທ່ານນີ້ ເປັນປະເດັນໂດ່ງດັ່ງຂຶ້ນມາອີກຄັ້ງ ເມື່ອສຳນັກງານໄອຍະການໄດ້ມີການສືບສວນຫຼາຍຄະດີທີ່ກ່ຽວພັນເຖິງການຕິດສິນບົນ ມູນຄ່າຫຼາຍພັນລ້ານວອນ.

ການສືບສວນທ່ານ ລີ ມະຢອງ-ບັກ ຖືເປັນອະດີດປະທານປະເທດຄົນທີ 4 ຂອງປະເທດທີ່ຍັງມີຊີວິດຢູ່ ແລະ ຖືກສານຕັດສິນ, ຕັ້ງຂໍ້ຫາ ຫຼື ຖືກສືບສວນໃນຄະດີອາຍາ.


ການສືບສວນທ່ານ ລີ ມະຢອງ-ບັກ ເກີດຂຶ້ນປະມານ 2 ອາທິດ ພາຍຫຼັງທີ່ຄະນະໄອຍະການ ສະເໜີໃຫ້ສານຕັດສິນລົງໂທດຕັດອິດສະຫຼະພາບ 30 ປີ ອະດີດປະທານປະເທດທ່ານ ນາງ ປາກ ກຶນ-ເຮ ຜູ້ນຳຄົນຕໍ່ຈາກທ່ານ ລີ ມະຢອງ-ບັກ ແລະ ກ່ອນຜູ້ນຳຄົນປັດຈຸບັນ ຈາກການສໍ້ລາດບັງຫຼວງ ເຊິ່ງຂະນະນີ້ທ່ານ ນາງ ປາກ ກຶນ-ເຮ ຍັງຢູ່ໃນລະຫວ່າງການຖືກຄຸມຂັງໃນຄຸກ ລໍຖ້າການຕັດສິນຂອງສານປະມານຕົ້ນເດືອນໜ້າ.


ທ່ານ ລີ ມະຢອງ-ບັກ ດຳລົງຕຳແໜ່ງປະທານປະເທດເກົາຫຼີໃຕ້ໃນລະຫວ່າງປີ 2008-2013 ໄດ້ຖືກໄອຍະການກ່າວຫາວ່າ ຍັກຍອກເງິນຈຳນວນ 1,750 ລ້ານວອນ (1.6 ລ້ານໂດລາ) ຈາກສຳນັກງານຂ່າວກອງແຫ່ງຊາດ ເພື່ອໃຊ້ຈ່າຍສ່ວນຕົວ ໂດຍຜ່ານກຸ່ມຄົນໃກ້ຊິດ ນອກຈາກນັ້ນໄອຍະການຍັງກ່າວຫາວ່າ ທ່ານ ລີ ມະຢອງ-ບັກ ຮັບເງິນສິນບົນຈາກກຸ່ມທຸລະກິດ ລວມເຖິງບໍລິສັດຊຳຊຸງ ແລະ ຈາກອະດີດສະມາຊິກສະພາ ເຊິ່ງສື່ເກົາຫຼີໃຕ້ລາຍງານວ່າ ເງິນສ່ວນນີ້ລວມມູນຄ່າປະມານ 11,000 ລ້ານວອນ (10 ລ້ານໂດລາ).

ນອກຈາກນີ້, ທ່ານ ລີ ມະຢອງ-ບັກ ຍັງຖືກກ່າວຫາວ່າໃຊ້ບໍລິສັດຜູ້ຜະລິດຊິ້ນສ່ວນອາໄຫຼ່ລົດ DAS ເປັນຊ່ອງທາງຕັ້ງກອງທຶນສຳລັບຕິດສິນບົນ ຈຳນວນ 30,000 ລ້ານວອນ (28 ລ້ານໂດລາ).

ຈາກປະຫວັດສາດຜ່ານມາ, ອະດີດປະທານປະເທດເກົາຫຼີໃຕ້ມັກມີຈຸດຈົບຢູ່ໃນຄຸກ ຫຼື ພົບກັບຈຸດຈົບອັນຕົກຕ່ຳ ພາຍຫຼັງທີ່ເກົາຫຼີໃຕ້ເຂົ້າສູ່ຍຸກແຫ່ງປະຊາທິປະໄຕໃນຊຸມປີ 1990, ອະດີດປະທານປະເທດທ່ານ ຊຸນ ດູ-ຮວານ ແລະ ຄົນຕໍ່ມາທ່ານ ໂຣ ແຕ-ວູ ເຊິ່ງເປັນໝູ່ສະໜິດກັນ ແລະ ເປັນອະດີດທະຫານຍົດນາຍພົນທັງຄູ່ ຖືກສານຕັດສິນປະຫານຊີວິດ ຈາກການກໍ່ລັດຖະປະຫານໃນປີ 1979 ແລະ ຮັບເງິນສິນບົດຈາກກຸ່ມທຸລະກິດຕ່າງໆຈຳນວນຫຼາຍຮ້ອຍລ້ານໂດລາສະຫະລັດ ແຕ່ຕໍ່ມາໂທດປະຫານຖືກປ່ຽນເປັນຕິດຄຸກຕະຫຼອດຊີວິດ ແລະ ໄດ້ຮັບອະໄພຍະໂທດ ປ່ອຍຕົວອອກຈາກຄຸກ ພາຍຫຼັງໄດ້ຮັບໂທດຕິດຄຸກຄົນລະປະມານ 2 ປີ.

ອະດີດປະທານປະເທດທ່ານ ໂຣ ມູ-ຮະຢູນ ຜູ້ນຳຄົນກ່ອນໜ້າທ່ານ ລີ ມະຢອງ-ບັກ ກໍ່ໄດ້ໂຕນໜ້າຜາຂ້າຕົວຕາຍ ພາຍຫຼັງຖືກສານສອບສວນຕໍ່ຂໍ້ກ່າວຫາວ່າສໍ້ລາດບັງຫຼວງໃນປີ 2009.


No comments

Powered by Blogger.