ລັດເຊຍປະຕິເສດຕໍ່ການກະທຳທີ່ເປິເປື້ອນ ໃນການວາງຢາພິດອະດີດສາຍລັບຂອງຕົນໃນອັງກິດ - ອິດສະຫຼະ

ລັດເຊຍປະຕິເສດຕໍ່ການກະທຳທີ່ເປິເປື້ອນ ໃນການວາງຢາພິດອະດີດສາຍລັບຂອງຕົນໃນອັງກິດ



ສຳນັກຂ່າວຕ່າງປະເທດລາຍງານ 14 ມີນາ 2018 ວ່າ: ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວເມື່ອວັນອັງຄານ (13 ມີນາ) ທີ່ຜ່ານມາວ່າ ລັດຖະບານລັດເຊຍບໍ່ມີສ່ວນກ່ຽວຂ້ອງໃນທຸກກໍລະນີ ຕໍ່ເຫດການທີ່ເກີດຂຶ້ນກັບທ່ານ ເຊີເກ ສະກຣີພາລ ອາຍຸ 66 ປີ ອະດີດເຈົ້າໜ້າທີ່ໜ່ວຍຂ່າວກອງທາງທະຫານ ທີ່ລີ້ໄພໃນອັງກິດຕັ້ງແຕ່ປີ 2010 ຕາມຂໍ້ຕົກລົງແລກປ່ຽນສາຍລັບລະຫວ່າງສະຫະລັດ ອາເມຣິກາ ກັບ ລັດເຊຍ ແລະ ນາງ ຢູເລຍ ສະກຣີພາລ ລູກສາວ ອາຍຸ 33 ປີ ເມື່ອວັນທີ 14 ມີນາ 2018 ທີ່ຜ່ານມາ.

ທ່ານ ເຊີເກ ລາວາຣົບ ຢືນຢັນວ່າ ລັດເຊຍພ້ອມ ແລະ ຍິນດີໃຫ້ຄວາມຮ່ວມມືໃນເລື່ອງນີ້ ແຕ່ຜັດບໍ່ໄດ້ຮັບການຕອບສະໜອງໃນທາງທີ່ດີຈາກລັດຖະບານອັງກິດເທົ່າທີ່ຄວນ ໃນການໃຫ້ຜູ້ຊ່ຽວຊານຂອງລັດຖະບານລັດເຊຍຮ່ວມກວດສອບຕົວຢ່າງສານເຄມີ ທີ່ພໍ່-ລູກດັ່ງກ່າວໄດ້ຮັບ ທີ່ມີການອ້າງວ່າເປັນສານເຄມີຈາກໂຄງການ “ໂນວິຊັອກ” ທີ່ກອງທັບສະຫະພາບໂຊວຽດຄິດຄົ້ນ ແລະ ພັດທະນາຂຶ້ນເມື່ອປະມານ 40 ປີກ່ອນ ໂດຍກະຊວງການຕ່າງປະເທດລັດເຊຍໄດ້ເຊີນທ່ານ ລໍເຣນ ບຣິສໂທ ເອກອັກຄະລັດຖະທູດອັງກິດປະຈຳນະຄອນຫຼວງມົດສະກູ ເຂົ້າພົບເພື່ອປຶກສາຫາລືກ່ຽວກັບການກະທຳທີ່ເປິເປື້ອນດັ່ງກ່າວແລ້ວ.

ເຊິ່ງການທີ່ທ່ານ ເຊີເກ ລາວາຣົບ ອອກມາຢືນຢັນວ່າລັດເຊຍຕ້ອງມີສິດ ໄດ້ຮ່ວມພິສູດຕົວຢ່າງສານພິດທີ່ພໍ່-ລູກສະກຣີພາລໄດ້ຮັບ ຮຽກໄດ້ວ່າເປັນການປະຕິເສດເສັ້ນຕາຍຂອງລັດຖະບານອັງກິດຄື ພາຍໃນວັນທີ 13 ມີນາທີ່ຜ່ານມາ ຂະນະທີ່ບັນດາເຈົ້າໜ້າທີ່ຜູ້ຊ່ຽວຊານດ້ານສານເຄມີຍັງປັກຫຼັກຢູ່ໃນເມືອງຊາລິສບິວຣີ ຂອງອັງກິດ ເພື່ອທຳຄວາມສະອາດ ແລະ ສຳຫຼວດພື້ນທີ່ເກີດເຫດ ໂດຍສະເພາະຈຸດທີ່ພົບສອງພໍ່-ລູກໝົດສະຕິໜ້າສູນການຄ້າ.

ເຫດການທີ່ເກີດຂຶ້ນກັບພໍ່-ລູກສະກຣີພາລ ເຖິງແມ່ນວ່າທັງສອງຈະມີອາກາດຄົງຕົວ ແຕ່ອາດບໍ່ສາມາດກັບມາເປັນປົກກະຕິໄດ້ອີກ ເຮັດໃຫ້ຫຼາຍຝ່າຍກັບໄປຄິດເຖິງເຫດການການໃຊ້ກຳມັນຕະລັງສີຂ້າທ່ານ ອະເລັກຊາຍເດີ ລິດວີເນນໂກ ອະດີດເຈົ້າໜ້າທີ່ໜ່ວຍຂ່າວກອງຂອງລັດເຊຍ ເຊິ່ງເສຍຊີວິດເມື່ອເດືອນພະຈິກ 2006 ໂດຍລັດຖະບານອັງກິດໃຊ້ເວລາສືບສວນ-ສອບສວນເລື່ອງດັ່ງກ່າວເຖິງ 10 ປີ ກ່ອນໄດ້ຂໍ້ສະຫຼຸບວ່າ ລັດຖະບານລັດເຊຍ “ອາດຈະມີສ່ວນກ່ຽວຂ້ອງ”.


No comments

Powered by Blogger.