ປະຫວັດສາດໜ້າໃໝ່ຂອງສອງເກົາຫຼີ ກັບການປະຊຸມສຸດຍອດລະຫວ່າງສອງຜູ້ນຳ - ອິດສະຫຼະ

ປະຫວັດສາດໜ້າໃໝ່ຂອງສອງເກົາຫຼີ ກັບການປະຊຸມສຸດຍອດລະຫວ່າງສອງຜູ້ນຳ



ສຳນັກຂ່າວຕ່າງປະເທດລາຍງານ 27 ເມສາ 2018 ວ່າ: ທ່ານ ຄິມ ຈອງ-ອຶນ ສ້າງປະຫວັດສາດເປັນຜູ້ນຳສູງສຸດຂອງເກົາຫຼີເໜືອຄົນທຳອິດ ທີ່ຂ້າມແດນມາຍັງເກົາຫຼີໃຕ້ ດ້ວຍການຍ່າງຂ້າມເສັ້ນແບ່ງເຂດແດນທາງທະຫານ ຢູ່ພື້ນທີ່ຄວາມໝັ້ນຄົງຮ່ວມຂອງບ້ານປັນມຸນຈອມ ເຊິ່ງຕັ້ງຢູ່ລະຫວ່າງກາງເສັ້ນຂະໜານທີ 38 ເມື່ອເວລາ 09:30 ໂມງ ຕາມເວລາທ້ອງຖິ່ນ (07:30 ຕາມເວວາໃນປະເທດລາວ).



ຂະນະທີ່ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ໄດ້ຢືນລໍຖ້າຕ້ອນຮັບຢູ່ອີກຝັ່ງໜຶ່ງຂອງຊາຍແດນ ເຊິ່ງທັງສອງໄດ້ຈັບມື ແລະ ກ່າວທັກທາຍກັນດ້ວຍຮອຍຍິ້ມ ແລະ ທ່ານ ຄິມ ຈອງ-ອຶິນ ໄດ້ເຊີນໃຫ້ທ່ານ ມູນ ແຈ-ອິນ ຍ່າງຂ້າມເສັ້ນແບ່ງຊາຍແດນໄປຍັງຝັ່ງເກົາຫຼີເໜືອ ເພື່ອໃຫ້ສື່ມວນຊົນຂອງລັດຖະບານເກົາຫຼີເໜືອໄດ້ບັນທຶກພາບດ້ວຍ ກ່ອນທັງສອງທ່ານຈະກ້າວຂ້າມກັບມາຍັງຝັ່ງເກົາຫຼີໃຕ້ພ້ອມກັນ ແລ້ວນຳຜູ້ນຳເກົາຫຼີເໜືອ ແລະ ໃຕ້ຮັບຊໍ່ດອກໄມ້ຈາກເດັກນ້ອຍຊາຍ ແລະ ຍິງຊາວເກົາຫຼີໃຕ້ ເຊິ່ງເປັນຕົວແທນຂອງປະຊາຊົນທີ່ອາໄສຢູ່ໃນບັນດາບ້ານຕ່າງໆໃກ້ກັບເຂດປອດທະຫານ.



ຕໍ່ຈາກນັ້ນຜູ້ນຳເກົາຫຼີໃຕ້ໄດ້ເຊີນຜູ້ນຳເກົາຫຼີເໜືອຍ່າງໄປຕາມພົມແດງ ເພື່ອຮັບການທຳຄວາມເຄົາລົບຈາກທະຫານກອງກຽດຕິຍຸດຂອງເກົາຫຼີໃຕ້ ເຊິ່ງແຕ່ງກາຍ ແລະ ບັນເລັງດົນຕີແບບບູຮານ ໂດຍກ່ອນການເຂົ້າສູ່ຫ້ອງປະຊຸມໃຫຍ່ ພາຍໃນຕຶກສັນຕິພາບ ທ່ານ ມູນ ແຈ-ອິນ ແນະນຳໃຫ້ທ່ານ ຄິມ ຈອງ-ອຶນ ທຳຄວາມຮູ້ກັບຄະນະເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີໃຕ້ ເຊິ່ງເຂົ້າຮ່ວມການປະຊຸມຄັ້ງນີ້ດ້ວຍ, ໃນສ່ວນຂອງຄະນະຜູ້ຕິດຕາມຂອງຜູ້ນຳເກົາຫຼີເໜືອມີ 9 ທ່ານ ລວມເຖິງທ່ານ ຄິມ ຢອງ-ນຳ ປະທານສະພາປະຊາຊົນສູງສຸດແຫ່ງຊາດເກົາຫຼີເໜືອ ແລະ ທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ.



ເຊິ່ງພຽງບໍ່ພໍເທົ່າໃດຊົ່ວໂມງ ກ່ອນເຖິງຊ່ວງໄລຍະເວລາປະຫວັດສາດຂອງສອງເກົາຫຼີ, ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານວ່າ: ທ່ານ ຄິມ ຈອງ-ອຶນ ມີຄວາມພ້ອມເປັນຢ່າງຍິ່ງສຳລັບການປະຊຸມຄັ້ງປະຫວັດສາດນີ້ ກັບທ່ານ ມູນ ແຈ-ອິນ ເພື່ອເປີດປະຫວັດສາດໜ້າໃໝ່ ໃຫ້ກັບການຮ່ວມມື ແລະ ຄວາມສຳພັນລະຫວ່າງສອງເກົາຫຼີ ໂດຍມີການຄາດການວ່າ ນອກເໜືອຈາກການຂະຫຍາຍກອບການຮ່ວມມືທາງເສດຖະກິດຂ້າມຊາຍແດນແລ້ວ ຜູ້ນຳທທັງສອງປະເທດຈະປຶກສາລາລືກັນໃນບັນຫາການປົດອາວຸດນິວເຄຼຍ ຢູ່ແຫຼມເກົາຫຼີ.

ເຖິງແມ່ນວ່າທ່ານ ຄິມ ຈອງ-ອຶນ ກ່າວເມື່ອທ້າຍອາທິດທີ່ຜ່ານມາວ່າ: ລັດຖະບານເກົາຫຼີເໜືອຈະຢຸດຕິການທົດລອງອາວຸດນິວເຄຼຍ ແລະ ຂີປະນາວຸດ ແຕ່ນັ້ນໝາຍຄວາມວ່າເກົາຫຼີເໜືອຍັງມີອາວຸດນິວເຄຼຍຢູ່ ເຊິ່ງຫຼາຍຝ່າຍເຊື່ອວ່າເກົາຫຼີເໜືອຈະຍັງຄົງໃຊ້ເລື່ອງນີ້ເປັນເງື່ອນໄຂຕໍ່ລອງການຫຼຸດຜ່ອນແຮງກົດດັນທາງເສດຖະກິດ.

ເຊິ່ງການພົບປະຫາລືລະຫວ່າງທ່ານ ມູນ ແຈ-ອິນ ກັບ ທ່ານ ຄິມ ຈອງ-ອຶນ ຖືເປັນການປະຊຸມຄວາມຮ່ວມມືຂອງສອງເກົາຫຼີໃນລະດັບຜູ້ນຳເປັນຄັ້ງທີ 3 ໃນປະຫວັດສາດ ໂດຍການປະຊຸມ 2 ຄັ້ງທີ່ຜ່ານມາ ເກີດຂຶ້ນໃນນະຄອນຫຼວງປຽງຢາງ ແລະ ເປັນການພົບປະຫາລືລະຫວ່າງທ່ານ ຄິມ ຈອງ-ອິວ ຜູ້ນຳສູງສຸດຂອງເກົາຫຼີເໜືອໃນເວລານັ້ນ ແລະ ເປັນພໍ່ຂອງທ່ານ ຄິມ ຈອງ-ອຶນ ກັບປະທານປະເທດເກົາຫຼີໃຕ້ໃນໄລຍະນັ້ນຄືທ່ານ ຄິມ ແດ-ຈຸງ ເມື່ອປີ 2000 ແລະ ທ່ານ ໂນ ມູ ຮະຢອນ ເມື່ອປີ 2007


No comments

Powered by Blogger.