ສະພາ ສ.ອາເມຣິກາ ຮັບຮອງເອົາອຳນວຍການ CIA ເປັນລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ - ອິດສະຫຼະ

ສະພາ ສ.ອາເມຣິກາ ຮັບຮອງເອົາອຳນວຍການ CIA ເປັນລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່



ສຳນັກຂ່າວຕ່າງປະເທດລາຍງານ 27 ເມສາ 2018 ວ່າ: ສະພາສູງສະຫະລັດ ອາເມຣິກາມີມະຕິສຽງສ່ວນໃຫຍ່ ໃນກອງປະຊຸມເມື່ອວັນທີ 26 ເມສາ ທີ່ຜ່ານມາ 57 ຕໍ່ 42 ສຽງຮັບຮອງເອົາທ່ານ ໄມ ພອມແພວ ອະດີດຜູ້ອຳນວຍການສຳນັກຂ່າວກອງກາງ (CIA) ໃຫ້ດຳລົງຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດຄົນທີ 70 ເຊິ່ງພາຍຫຼັງໄດ້ຮັບການຮັບຮອງພຽງບໍ່ພໍເທົ່າໃດຊົ່ວໂມງ ທ່ານ ໄມ ພອມແພວ ອາຍຸ 54 ປີ ກໍ່ເຂົ້າສາບານຕົນຮັບຕຳແໜ່ງທີ່ທຳນຽບຂາວ.
ຂະນະທີ່ກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການທັນທີວ່າ: ພາລະກິດທຳອິດຂອງທ່ານ ໄມ ພອມແພວ ຄືການເດີນທາງຢ້ຽມຢາມນະຄອນຫຼວງບຼັສເຊວ ໃນວັນສຸກທີ 27 ເມສານີ້ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອົງການສົນທິສັນຍາອາກລັງຕິກເໜືອ (NATO) ຕໍ່ຈາກນັ້ນຈະມີພາລະກິດເດີນທາງໄປຢ້ຽມຢາມອິດສະຣາແອນ, ຊອກດານີ ແລະ ອາຣັບບີ ຊາອູດິດ; ສ່ວນໃນດ້ານຂອງທຳນຽບຂາວໄດ້ເຜີຍແຜ່ຖະແຫຼງການຂອງທ່ານ ໂດໂນ ທຣຳ ວ່າ ທ່ານ ໄມ ພອມແພວ ຄືບຸກຄົນທີ່ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ນຳສະຫະລັດ ໃຫ້ດຳລົງຕຳແໜ່ງນັກການທູດໝາຍເລກ 1 ຄົນໃໝ່ຂອງລັດຖະບານສະຫະລັດ ອາເມຣິກາ, ເຖິງແມ່ນວ່າຈະເປັນຄົນທີ 2 ພາຍໃນໄລຍະເວລາພຽງ 1 ປີກວ່າ ຕໍ່ຈາກທ່ານ ເຣັກ ທິວເລີສັນ ທີ່ຢູ່ໃນຕຳແໜ່ງມາຕັ້ງແຕ່ເດືອນກຸມພາ 2017 ແຕ່ຖືກປົດເມື່ອເດືອນມີນາ ທີ່ຜ່ານມາ.

ເຖິງຢ່າງໃດກໍ່ຕາມ, ຕະຫຼອດໄລຍະເວລາທີ່ດຳລົງຕຳແໜ່ງຜູ້ອຳນວຍການ CIA ຖືວ່າທ່ານ ໄມ ພອມແພວ ເປັນໜຶ່ງໃນບຸກຄົນທີ່ມີບົດບາດຢ່າງເລິກເຊິ່ງຕໍ່ນະໂຍບາຍການຕ່າງປະເທດຂອງທ່ານ ໂດໂນ ທຣຳ ໂດຍສະເພາະໃນບັນຫາຕາເວັນອອກກາງ ທີ່ລວມເຖິງສະຖານະການໃນຊີຣີ ແລະ ຄວາມຂັດແຍ່ງກັບອີຣານ ເລື່ອງຂໍ້ຕົກລົງນິວເຄຼຍ, ສົງຄາມໃນອາຟະການິດສະຖານ ແລະ ອິຣັກ ຈົນຮອດສາຍພົວພັນລະຫວ່າງຈີນ ແລະ ທ່ານ ໄມ ພອມແພວເອງກໍ່ຫາກໍ່ເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງ ເມື່ອຕົ້ນເດືອນນີ້ ເພື່ອພົບປະຫາລືກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອອີກດ້ວຍ ຖືເປັນເຈົ້າໜ້າທີ່ລະດັບສູງຄົນທຳອິດຈາກລັດຖະບານສະຫະລັດ ອາເມຣິກາຊຸດປັດຈຸບັນ ທີ່ເດີນທາງຢ້ຽມຢາມເກົາຫຼີເໜືອ.

ເຊິ່ງຫຼາຍຝ່າຍມີຄວາມເປັນຫ່ວງບໍ່ໜ້ອຍວ່າ ການເພີ່ມເອົາທ່ານ ໄມ ພອມແພວ ເຂົ້າສູ່ຄະນະດ້ານການຕ່າງປະເທດ ຄືການສົ່ງສັນຍານຄວາມເປັນນັກລ່າຫຼາຍຂຶ້ນຂອງທ່ານ ໂດໂນ ທຣຳ ໃນການດຳເນີນນະໂຍບາຍດ້ານການຕ່າງປະເທດຫຼືບໍ່? ພາຍຫຼັງທີ່ກ່ອນໜ້ານີ້ບໍ່ດົນ ຜູ້ນຳສະຫະລັດ ອາເມຣິກາໄດ້ແຕ່ງຕັ້ງທ່ານ ຈອນ ໂບຕັນ ອະດີດເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ເຊິ່ງມີສ່ວນສຳຄັນຕໍ່ການຕັດສິນໃຈຂອງທ່ານ ຈອດ ດັບເບີຢູ ບຸສ ໃນການຍົກທັບບຸກໂຈມຕີອີຣັກ ເມື່ອປີ 2003 ໃຫ້ຮັບຕຳແໜ່ງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຄົນໃໝ່.



No comments

Powered by Blogger.