ກູເວດຂັບໄລ່ທູດຟິລິບປິນ ໃຫ້ອອກນອກປະເທດພາຍໃນ 7 ວັນ ບໍ່ພໍໃຈທີ່ຊັກຊວນໃຫ້ແຮງງານຫຼົບໜີ - ອິດສະຫຼະ

ກູເວດຂັບໄລ່ທູດຟິລິບປິນ ໃຫ້ອອກນອກປະເທດພາຍໃນ 7 ວັນ ບໍ່ພໍໃຈທີ່ຊັກຊວນໃຫ້ແຮງງານຫຼົບໜີ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 25 ເມສາ 2018 ວ່າ: ທ່ານ ເຣນາໂຕ ໂປ ວິນລາ ເອກອັກຄະລັດຖະທູດຟິລິບປິນ ປະຈຳກູເວດ ໄດ້ຮັບແຈ້ງຈາກກະຊວງການຕ່າງປະເທດກູເວດ ໃຫ້ເດີນທາງອອກນອກປະເທດ ພາຍໃນ 1 ອາທິດ, ການເຄື່ອນໄຫວດັ່ງກ່າວເກີດຂຶ້ນໃນຂະນະທີ່ 2 ປະເທດກຳລັງຢູ່ໃນລະຫວ່າງການເຈລະຈາ ເພື່ອຍົກເລີກຄຳສັ່ງຂອງລັດຖະບານຟິລິບປິນ ທີ່ຫ້າມແຮງງານຟິລິບປິນເດີນທາງໄປເຮັດວຽກຢູ່ປະເທດກູເວດ ພາຍຫຼັງທີ່ເກີດເຫດການຄາຕະກຳແຮງງານສາວຊາວຟິລິບປິນໃນກູເວດ ເຊິ່ງສົບຂອງລາວຖືກແຊ່ໄວ້ໃນຕູ້ເຢັນ ໃນອາພາດເມັ້ນຮ້າງຂອງນາຍຈ້າງ ທີ່ນະຄອນຫຼວງກູເວດຊີຣີ ເປັນເວລາດົນກວ່າ 1 ປີ ແລະ ມີຜູ້ພົບເຫັນເມື່ອເດືອນ ກຸມພາ ທີ່ຜ່ານມາ.
ໃນວັນທີ 1 ເມສາ 2018 ທີ່ຜ່ານມາ, ສານກູເວດມີຄຳຕັດສິນລັບຫຼັງ ໃຫ້ລົງໂທດປະຫານຊີວິດຊາຍຊາວລີບັງ ແລະ ເມຍຊາວຊີຣີ ທີ່ຫຼົບໜີອອກນອກກູເວດໄປແລ້ວ ໃນຂໍ້ຫາຂ້ານາງ ໂຈແອນນາ ເດີມາເຟລິສ ສາວໃຊ້ຄົນຟິລິບປິນ.

ແຕ່ການຈັບກຸມຊາວຟິລິບປິນ 2 ຄົນ ທີ່ເຮັດວຽກຢູ່ໃນສະຖານທູດປະຈຳປະເທດກູເວດ ເມື່ອຕົ້ນອາທິດນີ້ ຕາມຂໍ້ກ່າວຫາຊັກຊວນ ແລະ ຊ່ວຍເຫຼືອຄົນຟິລິບປິນຫຼາຍຄົນ ທີ່ໄປເປັນສາວໃຊ້ ໃຫ້ຫຼົບໜີຈາກເຮືອນນາຍຈ້າງ ເຊິ່ງຖືເປັນການລ່ວງລະເມີດ ແລະ ສ້າງຄວາມບໍ່ພໍໃຈໃຫ້ແກ່ລັດຖະບານກູເວດ ເປັນເຫດໃຫ້ກູເວດຕ້ອງຂັບໄລ່ທູດຟິລິບປິນ ເຖິງແມ່ນວ່າ ທ່ານ ອະລັນ ປີເຕີ ຄາເຢຕາໂນ ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ ຈະອອກຖະແຫຼງການຂໍໂທດແລ້ວກໍ່ຕາມ.

ຖະແຫຼງການຂອງກະຊວງການຕ່າງປະເທດກູເວດ ກ່າວວ່າ ເຈົ້າໜ້າທີ່ການທູດຟິລິບປິນ ໃນນະຄອນຫຼວງກູເວດຊີຕີ ທ້າທາຍກົດໝາຍຂອງກູເວດຢ່າງຕັ້ງໃຈ ດ້ວຍການລັກລອບພາແຮງງານຊາວຟິລິບປິນຫຼົບໜີ.

ປັດຈຸບັນມີແຮງງານຟິລິບປິນເຮັດວຽກຢູ່ໃນປະເທດກູເວດ 260,000 ຄົນ ສ່ວນໃຫຍ່ເປັນແຮງງານເພດຍິງ ທີ່ເຮັດອາຊີບເປັນແມ່ບ້ານ.


No comments

Powered by Blogger.