ສົງຄາມເຢັນຮອບໃໝ່ ໄດ້ເກີດຂຶ້ນແລ້ວ ແລະ ຮຸນແຮງກວ່າຄັ້ງທຳອິດ ເລຂາທິການ UN ກ່າວ - ອິດສະຫຼະ

ສົງຄາມເຢັນຮອບໃໝ່ ໄດ້ເກີດຂຶ້ນແລ້ວ ແລະ ຮຸນແຮງກວ່າຄັ້ງທຳອິດ ເລຂາທິການ UN ກ່າວ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 13 ເມສາ 2018 ວ່າ: ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເມື່ອວັນສຸກທີ່ຜ່ານມາວ່າ: ໂລກກຳລັງປະເຊີນໜ້າກັບ “ສົງຄາມເຢັນຄັ້ງທີ່ສອງ” ທີ່ອຸນຫະພູມຂອງຄວາມຂັດແຍ່ງ ແລະ ຄວາມມຸ່ງໝັ້ນຕອບໂຕ້ຂອງມະຫາອຳນາດສອງຂົ້ວນັ້ນຮຸນແຮງຍິ່ງກວ່າສົງຄາມເຢັນຄັ້ງທຳອິດ ແລະ ຍິ່ງໄດ້ກວ່ານັ້ນ ຄູ່ກໍລະນີທັງສອງຝ່າຍຍັງຄົງຫ່າງໄກຫຼາຍ ຈາກການເຂົ້າສູ່ກົນໄກບໍລິຫານຈັດການຄວາມສ່ຽງ ເພື່ອປ້ອງກັນບໍ່ໃຫ້ສະຖານະການບານປາຍ ນັ້ນຄືການປະນີປະນອມ.
ຂະນະດຽວກັນ, ທ່ານ ອັນໂຕນິໂອ ກູເຕເຣສ ກ່າວວ່າຄະນະປະຕິບັດງານຊຸດທຳອິດຂອງອົງການເພື່ອການຫ້າມໃຊ້ອາວຸດເຄມີ ເລີ່ມລົງພື້ນທີ່ໃນເຂດເມືອງດູມາ ເຊິ່ງເປັນເມືອງໃຫຍ່ທີ່ສຸດໃນເຂດກູຕາ ຕາເວັນອອກ ຮອບນອກຂອງນະຄອນຫຼວງດາມັດສະກັດ ເພື່ອຮວບຮວມຫຼັກຖານໃນການພິສູດວ່າມີການໃຊ້ອາວຸດເຄມີຂ້າປະຊາຊົນ ຈົນມີຜູ້ເສຍຊີວິດຢ່າງໜ້ອຍ 60 ຄົນ ເມື່ອວັນທີ 7 ເມສາ ທີ່ຜ່ານມາແທ້ຫຼືບໍ່ ແລະ ຫາກເປັນຈິງເປັນອາວຸດເຄມີຂອງຝ່າຍໃດ ແລະ ເປັນສານພິດຊະນິດໃດ ແລະ ຢ້ຳວ່າການຜ່ອນຄາຍບັນຍາການຄວາມຂັດແຍ່ງ ທັງທາງການເມືອງ ແລະ ການທະຫານໃນຊີຣີ ຕ້ອງເປັນໄປຕາມມະຕິໝາຍເລກ 2254 ຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ຕາມແນວທາງຂອງທ່ານ ສະຕາບຟານ ເດີ ມິດສະຕູຣາ ທູດພິເສດດ້ານກິດຈະການຊີຣີຂອງສະຫະປະຊາຊາດເທົ່ານັ້ນ.


ເຖິງຢ່າງໃດກໍ່ຕາມ, ພາຍໃນເວລາບໍ່ພໍເທົ່າໃດນາທີ ພາຍຫຼັງທີ່ທ່ານ ອັນໂຕນິໂອ ກູເຕເຣສ ກ່າວຖະແຫຼງ ກໍ່ເກີດການຕອບໂຕ້ກັນຢ່າງດຸເດືອດຮອບໃໝ່ ລະຫວ່າງສະຫະລັດ ອາເມຣິກາ ກັບ ລັດເຊຍ ເຊິ່ງທັງສອງປະເທດເປັນສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປຊະາຊາດ ໂດຍທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ກ່າວວ່າ: ລັດຖະບານສະຫະລັດ ອາເມຣິກາ ມີຫຼັກຖານ ວ່າທ່ານ ບາຊາ ອັນ-ອັສຊາດ ຜູ້ນຳຊີຣີ ໃຊ້ອາວຸດເຄມີຢ່າງໜ້ອຍ 50 ຄັ້ງ ໃນສົງຄາມກາງເມືອງຊີຣີ ທີ່ກ່າວເຂົ້າສູ່ປີທີ 8 ແລ້ວ ແລະ ສະຫະລັດ ອາເມຣິກາ ຮ່ວມກັບພັນທະມິດພ້ອມຈະດຳເນີນການທີ່ຈຳເປັນ ເພື່ອບໍ່ໃຫ້ເກີດເຫດການຊ້ຳຮອຍອີກ ເຖິງແມ່ນວ່າ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຍັງບໍ່ໄດ້ຕັດສິນໃຈຂັ້ນສຸດທ້າຍ ກ່ຽວກັບບັນຫານີ້ກໍ່ຕາມ ແຕ່ທ່ານ ນາງ ນິກກີ ເຮລີ ກ່າວແບບກົງໄປກົງມາວ່າ ມາດຕະການທາງທະຫານຍັງຄົງເປັນໜຶ່ງໃນທາງເລືອກອັນດັບທຳອິດ.


ຂະນະທີ່ໃນດ້ານຂອງທ່ານ ວາສຊິລີ ເນເບນເຊຍ ເອກອັກຄະລັດຖະທູດລັດເຊຍ ກ່າວວ່າສະຫະລັດ ອາເມຣິກາ ຍັງດັກຢູ່ແຕ່ກັບຂໍ້ກ່າວຫາເລື່ອງການໃນອາວຸດເຄມີ ເພື່ອເປັນຂໍ້ອ້າງໃນການເຄື່ອນໄຫວທາງການທະຫານ ທີ່ມີເປົ້າໝາຍໂຄ່ນລົ້ມອຳນາດຂອງທ່ານ ບາຊາ ອັນ-ອັສຊາດ ແລະ ຫວັງຕີກອບຄວບຄຸມລັດຖະບານລັດເຊຍ ເຊິ່ງຖືວ່າເປັນການຕັດສິນໃຈທີ່ອັນຕະລາຍຫຼາຍ ແລະ ກ່າວວ່າລັດເຊຍຈະບໍ່ມີທາງຍິນຍອມ.


ສ່ວນທ່ານ ບາຊາ ອັນ-ຈາອາຟາຣີ ເອກອັກຄະລັດຖະທູດຊີຣີ ປະຈຳສະຫະປະຊາຊາດກ່າວວ່າ ທ່ານບໍ່ຕ້ອງການຂົ່ມຂູ່ສະຫະລັດ ອາເມຣິກາ ແລະ ພັນທະມິດ ແຕ່ຊີຣີຈະຕໍ່ສູ້ຈົນເຖິງທີ່ສຸດ ເພື່ອປົກປ້ອງອະທິປະໄຕຂອງຊາດ ຫາກຝ່າຍຕາເວັນຕົກເປີດສາກໂຈມຕີທາງທະຫານໃນຊີຣີ.

ຕໍ່ມາກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການວ່າ ລັດຖະບານສະຫະລັດ ອາເມຣິກາ ມີຫຼັກຖານວ່າ ລັດຖະບານຊີຣີເປັນຜູ້ໃຊ້ອາວຸດເຄມີໃນເມືອງດູມາ.

ໃນເວລາດຽວກັນກະຊວງປ້ອງກັນປະເທດລັດເຊຍ ກໍ່ອອກຖະແຫຼງການວ່າ ເຫດການໃຊ້ອາວຸດເຄມີ ໃນເມືອງດູມາ ເປີດການຈັດສາກ ໂດຍຝ່າຍຕາເວັນຕົກ ທີ່ມີອັງກິດເປັນແກນນຳ ນອກຈາກນີ້, ເຮືອຮົບຕິດຂີປະນາວຸດນຳວິຖີ USS Donald Cook ຂອງສະຫະລັດ ອາເມຣິກາ ຮ່ວມທັງເຮືອດຳນ້ຳຂອງອັງກິດ ແລະ ເຮືອຮົບຂອງຝຣັ່ງ ຍັງຄົງປະຈຳການຢູ່ນອກຝັ່ງ ເບື້ອງຕາເວັນອອກ ຂອງທະເລເມດີເຕີເຣນຽນ ໃນໄລຍະພ້ອມໂຈມຕີຊີຣີ.


No comments

Powered by Blogger.