ອີຣານປະກາດ ຈະບໍ່ຍອມຮັບເງື່ອນໄຂໃດໆຂອງ ສ.ອາເມຣິກາ ພ້ອມກ່າວວ່າບໍ່ມີສິດທີ່ຈະມາຕັດສິນໃຈແທນໄດ້ - ອິດສະຫຼະ

ອີຣານປະກາດ ຈະບໍ່ຍອມຮັບເງື່ອນໄຂໃດໆຂອງ ສ.ອາເມຣິກາ ພ້ອມກ່າວວ່າບໍ່ມີສິດທີ່ຈະມາຕັດສິນໃຈແທນໄດ້



ສຳນັກຂ່າວຕ່າງປະເທດລາຍງານ 22​ ພຶດສະພາ 2018 ວ່າ: ທ່ານ ຮັສຊັນ ໂຣຮານີ ປະທານປະເທດອີຣານ ກ່າວເມື່ອວັນຈັນ ທີ່ຜ່ານມາວ່າ: ສະຫະລັດ ອາເມຣິກາບໍ່ມີສິດທີ່ຈະມາຕັດສິນໃຈແທນຄົນທັງໂລກລວມເຖິງອີຣານ ວ່າຕ້ອງປະຕິບັດຕົນແບບນັ້ນແບບນີ້, ທຸກປະເທດໃນໂລກລ້ວນເປັນລັດເອກະລາດ ເຊິ່ງສາມາດດຳເນີນນະໂຍບາຍຂອງຕົນເອງໄດ້ຢ່າງອິດສະຫຼະ ພາຍໃຕ້ກອບກົດໝາຍລະຫວ່າງປະເທດ, ເຖິງຢ່າງໃດກໍ່ຕາມ ການສະແດງທ່າທີ່ ແລະ ການກຳນົດຂໍ້ຮຽກຮ້ອງຂອງສະຫະລັດ ອາເມຣິກາ ຕໍ່ອີຣານ ເປັນສິ່ງທີ່ເຄີຍເກີດຂຶ້ນມາແລ້ວນັບຄັ້ງບໍ່ຖ້ວນ ຈົນລັດຖະບານອີຣານ ແລະ ປະຊາຊົນອີຣານບໍ່ຈຳເປັນຕ້ອງໃຫ້ຄວາມສຳຄັນອີກຕໍ່ໄປ.

ທ່າທີ່ດັ່ງກ່າວຂອງຜູ້ນຳອີຣານ ຄືການຕອບໂຕ້ຄຳຖະແຫຼງຂອງທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ທີ່ກ່າວໃນວັນດຽວກັນວ່າ ໄດ້ກຳນົດເງື່ອນໄຂ 12 ຂໍ້ ໃຫ້ອີຣານຕ້ອງປະຕິບັດຕາມ ຖ້າບໍ່ດັ່ງນັ້ນອາດຕ້ອງຖືກຂວໍ້າບາດຄັ້ງຮຸນແຮງທີ່ສຸດໃນປະຫວັດສາດ ເທົ່າທີ່ອີຣານເຄີຍພົບຜ່ານມາ, ໂດຍຂໍ້ຮຽກຮ້ອງທີ່ວ່ານັ້ນລວມເຖິງການທີ່ອີຣານຕ້ອງເປີດທາງໃຫ້ຄະນະຜູ້ກວດສອບຈາກນານາຊາດເຂົ້າເຖິງພື້ນທີ່ນິຄົມນິວເຄຼຍທຸກແຫ່ງໃນປະເທດໂດຍບໍ່ມີເງື່ອນໄຂ, ການຢຸດກິດຈະກຳເຄື່ອນໄຫວທັງທາງການທູດ ແລະ ການທະຫານໃນຕາເວັນອອກກາງ ທີ່ລວມເຖິງການຖອນກຳລັງທະຫານ ແລະ ນັກຮົບອອກຈາກຊີຣີ,​ ການຢຸດຕິສະໜັບສະໜູນກຸ່ມຮູຕີໃນເຢມນ ແລະ ການຢຸດຕິສະໜັບສະໜູນກຸ່ມຮິສບອນເລາະ ເຊິ່ງເປັນໄພຮຸກຮານຕໍ່ອິດສະຣາແອນ.

ນອກຈາກນີ້, ລັດຖະບານສະຫະລັດ ອາເມຣິກາ ຍັງຮຽກຮ້ອງໃຫ້ມອບອິດສະຫຼະພາບໃຫ້ແກ່ຕົວປະກັນຊາວອາເມຣິກາໃນອີຣານທຸກຄົນ ແລະ ການປ່ຽນແປງໂຄງສ້າງຂອງໜ່ວຍງານດ້ານການທະຫານ ແລະ ການເມືອງ, ເຊິ່ງນັກວິເຄາະຕີຄວາມໝາຍໄປໃນທິດທາງດຽວກັນວ່າ ບໍ່ມີທາງເປັນໄປໄດ້ຢູ່ແລ້ວທີ່ອີຣານຈະຍອມຮັບຂໍ້ຮຽກຮ້ອງເຫຼົ່ານີ້ ທີ່ເປັນການສະແດງອອກຢ່າງຊັດເຈນຂອງສະຫະລັດ ອາເມຣິກາວ່າ ຕ້ອງການລົ້ມອຳນາດທ່ານ ຢາຕອນເລາະ ອາລີ ຄາເມເນອີ ຜູ້ນຳສູງສຸດຂອງອີຣານ.

ໃນດ້ານຂອງທ່ານ ນາງ ເຟເດຣິກາ ໂມເກຣີນີ ຫົວໜ້າຝ່າຍນະໂຍບາຍການຕ່າງປະເທດຂອງຄະນະກຳມາທິການສະຫະພາບເອີຣົບ ກ່າວວ່າການທີ່ສະຫະລັດ ອາເມຣິກາຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍອີຣານ ມີແຕ່ຈະຍິ່ງເຮັດໃຫ້ສະຖານະການໃນຕາເວັນອອກກາງເສື່ອມຖອຍລົງກວ່າເກົ່າ, ຂະນະທີ່ທ່ານ ໄຮໂກມາສ ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນ ກ່າວວ່າການປະກາດຄວາມຕ້ອງການຂອງສະຫະລັດ ອາເມຣິກາໃນຄັ້ງນີ້ ບໍ່ໄດ້ຢູ່ເໜືອຄວາມຄາດໝາຍ ແລະ ຢືນຢັນວ່າ ສະຫະພາບເອີຣົບຍັງເຊື່ອໝັ້ນໃນແນວທາງຂອງຂໍ້ຕົກລົງນິວເຄຼຍອີຣານ ສະບັບປີ 2015.


No comments

Powered by Blogger.