ອະດີດນາຍົກມາເລເຊຍ ຖືກຮຽກໄປສືບສວນເລື່ອງການສໍ້ລາດບັງຫຼວງ ກອງທຶນພັດທະນາປະເທດ - ອິດສະຫຼະ

ອະດີດນາຍົກມາເລເຊຍ ຖືກຮຽກໄປສືບສວນເລື່ອງການສໍ້ລາດບັງຫຼວງ ກອງທຶນພັດທະນາປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 22 ພຶດສະພາ 2018 ວ່າ: ທ່ານ ນາຈິບ ຣາຊັກ ເດີນທາງໄປຍັງສຳນັກງານຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງແຫ່ງຊາດມາເລເຊຍ ໃນນະຄອນຫຼວງກົວລາລຳເປີ ເມື່ອຕອນເຊົ້າຂອງວັນອັງຄານນີ້ ຕາມເວລາທ້ອງຖິ່ນ ເພື່ອລາຍງານຕົວຕາມໝາຍຮຽກຂອງເຈົ້າໜ້າທີ່ສືບສວນ ທີ່ຕ້ອງໄດ້ມີການສືບສວນສອບສວນອະດີດນາຍົກມາເລເຊຍ ໃນໄວອາຍຸ 64 ປີ ທີ່ກ່ຽວຂ້ອງກັບທີ່ມາທີ່ໄປຂອງເງິນຈຳນວນ 10.6 ລ້ານໂດລາສະຫະລັດ ຈາກກອງທຶນ SRC International ເຊິ່ງເປັນໜຶ່ງໃນກອງທຶນຍ່ອຍຂອງກອງທຶນພັດທະນາແຫ່ງຊາດ 1MDB ໂດຍເງິນຈຳນວນດັ່ງກ່າວຖືກໂອນເຂົ້າສູ່ບັນຊີເງິນຝາກສ່ວນຕົວຂອງທ່ານ ນາຈິບ ຣາຊັກ ເມື່ອປີ 2015.

ເຊິ່ງໜັງສືພິມ The Wall Street Journal ຂອງສະຫະລັດ ອາເມຣິກາ ເປັນສື່ແຫ່ງທຳອິດທີ່ເປີດເຜີຍການສໍ້ລາດບັງຫຼວງຂອງທ່ານ ນາຈິບ ຣາຊັກ ທີ່ຢູ່ໃນອຳນາດລະຫວ່າງປີ 2009 ເຖິງຕົ້ນເດືອນພຶດສະພາ ປີນີ້ ທີ່ໄດ້ລາຍງານວ່າ SRC ເປັນກອງທຶນດ້ານພະລັງງານ ສ້າງຕັ້ງຂຶ້ນໃນປີ 2012 ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງການເງິນ ເຊິ່ງໃນຕອນນັ້ນທ່ານ ນາຈິບ ຣາຊັກຄວບທັງຕຳແໜ່ງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ເຖິງຢ່າງໃດກໍ່ຕາມ ຕໍ່ມາມີການໂອນເງິນ 10.6 ລ້ານໂດລາສະຫະລັດ ຈາກ SRC ເຂົ້າສູ່ບັນຊີເງິນຝາກຂອງທ່ານ ນາຈິບ ຣາຊັກ ແລະ ເງິນອີກຈຳນວນມະຫາສານຄ່ອຍໆໄຫຼເຂົ້າສູ່ບັນຊີຂອງອະດີດນາຍົກມາເລເຊຍທ່ານນີ້ ເຊິ່ງຂໍ້ມູນຈາກສຳນັກງານສືບສວນກາງ (FBI) ຂອງສະຫະລັດ ອາເມຣິກາ ລະບຸວ່າມີຍອດລວມປະມານ 681 ລ້ານໂດລາສະຫະລັດ ຈາກຈຳນວນເງິນ 4,500 ລ້ານໂດລາສະຫະລັດ ທີ່ມີການຍັກຍອກອອກໄປຢ່າງຕໍ່ເນື່ອງ ນັບຕັ້ງແຕ່ປີ 2009 ເຊິ່ງເປັນປີທີ່ທ່ານ ນາຈິບ ຣາຊັກ ສ້າງຕັ້ງກອງທຶນ 1MDB.

ຂະນະທີ່ທ່ານ ໂມຮຳໝັດ ຊູຄຼີ ອັບດຸນ ປະທານ 1MDB ກ່າວໃນເວລາຕໍ່ມາວ່າ ການເຊີນທ່ານ ນາຈິບ ຣາຊັກ ເຂົ້າພົບໃນຄັ້ງນີ້ເປັນພຽງການພົບປະໂອ້ລົມ ເພື່ອຂໍຂໍ້ມູນເພີ່ມເຕີມ, ພະນັກງານສືບສວນຍັງບໍ່ມີແຜນຂໍໃຫ້ສານອະນຸມັດອອກໝາຍຈັບອະດີດຜູ້ນຳມາເລເຊຍໃນຂະນະນີ້, ໃນເວລາດຽວກັນ ຄະນະເຈົ້າໜ້າທີ່ສະເພາະກິດເລື່ອງ 1MDB ທີ່ທ່ານ ມະຫາເທ ໂມຮຳໝັດ ນາຍົກລັດຖະມົນຕີມາເລເຊຍຄົນປັດຈຸບັນ ແຕ່ງຕັ້ງຂຶ້ນມາເຊິ່ງປະກອບດ້ວຍ MACC, ສຳນັກງານຕຳຫຼວດແຫ່ງຊາດ, ສຳນັກງານໄອຍະສານສູງສຸດ ແລະ ເຈົ້າໜ້າທີ່ອີກຫຼາຍຄົນເຊິ່ງເຄີຍຮ່ວມທີມກັນມາກ່ອນ ແຕ່ຖືກປົດອອກຈາກຕຳແໜ່ງສະໄໝລັດຖະບານພາຍໃຕ້ການນຳຂອງທ່ານ ນາຈິບ ຣາຊັກ ໄດ້ກຳນົດເປົ້າໝາຍເບື້ອງຕົ້ນຂອງການປະຕິບັດໜ້າທີ່ຄື ຕ້ອງພະຍາຍາມນຳເອົາຊັບສິນທີ່ມີການສໍ້ລາດບັງຫຼວງໄປຈາກ 1MDB ກັບຄືນມາໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ ແລະ ດຳເນີນຄະດີກັບຜູ້ກ່ຽວຂ້ອງທຸກຄົນໂດຍບໍ່ມີຂໍ້ຍົກເວັ້ນ.

ໃນດ້ານຂອງທ່ານ ໂມຮຳໝັດ ອາຊິມ ອາລີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານດ້ານເສດຖະກິດ ກ່າວວ່າລັດຖະບານເລີ່ມຂັ້ນຕອນກວດສອບ ແລະ ທົບທວນໂຄງການຂະໜາດໃຫຍ່ທຸກໆໂຄງການ ທີ່ລົງນາມໃນສະໄໝລັດຖະບານຂອງທ່ານ ນາຈິບ ຣາຊັກ ລວມໄປເຖິງໂຄງການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟຄວາມໄວສູງ ມູນຄ່າເກືອບ 14,000 ລ້ານໂດລາສະຫະລັດ ທີ່ເປັນການຮ່ວມລົງທຶນລະຫວ່າງສິງກະໂປ ກັບ ມາເລເຊຍ ເພື່ອເຊື່ອມຕໍ່ນະຄອນຫຼວງກົວລາລຳເປີ ກັບ ເຂດໃຈກາງຂອງເກາະສິງກະໂປ, ນອກຈາກນີ້ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີສິງກະໂປ ຍັງໄດ້ເດີນທາງຢ້ຽມຢາມນະຄອນຫຼວງກົວລາລຳເປີ ເມື່ອອາທິດທີ່ຜ່ານມາ ແລະ ໄດ້ເຂົ້າພົບກັບທ່ານ ດຣ. ມະຫາເທ ໂມຮຳໝັດ.


No comments

Powered by Blogger.