ສ.ອາເມຣິກາປະກາດ ຈະຂວ້ຳບາດອີຣານ ຄັ້ງໜັກໜ່ວງ ແລະ ຮຸນແຮງທີ່ສຸດໃນປະຫວັດສາດ - ອິດສະຫຼະ

ສ.ອາເມຣິກາປະກາດ ຈະຂວ້ຳບາດອີຣານ ຄັ້ງໜັກໜ່ວງ ແລະ ຮຸນແຮງທີ່ສຸດໃນປະຫວັດສາດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 21 ພຶດສະພາ 2018 ວ່າ: ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວນະໂຍບາຍດ້ານການຕ່າງປະເທດຄັ້ງສຳຄັນຄັ້ງທຳອິດ ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງ ເຊິ່ງເປັນຜູ້ທີ່ມີແນວຄິດຕໍ່ຕ້ານອີຣານ ແລະ ຄັດຄ້ານສະເໝີມາຕໍ່ຂໍ້ຕົກລົງນິວເຄຼຍອີຣານ ປີ 2015, ໄດ້ກ່າວເຖິງມາດຕະການທີ່ຖືກອອກແບບມາເພື່ອຕໍ່ຕ້ານອີຣານ ປະເທດທີ່ທ່ານ ໄມ ພອມແພວຮຽກວ່າ ຜູ້ສະໜັບສະໜູນກຸ່ມກໍ່ການຮ້າຍອັນດັບ 1 ຂອງໂລກ.


ທ່ານ ໄມ ພອມແພວກ່າວໃນລະຫວ່າງປາໄສ ພາຍໃຕ້ຫົວຂໍ້ “ຫຼັງສິ້ນສຸດຂໍ້ຕົກລົງ : ແຜນຍຸດທະສາດໃໝ່ອີຣານ” ທີ່ສະຖາບັນຄັງສະໝອງອະນຸລັກນິຄົມ ມູນລະນິທິເຮີຣິເຕດ ໃນນະຄອນຫຼວງວໍຊິງຕັນວ່າ: ສະຫະລັດ ອາເມຣິກາຈະໃຊ້ມາດຕະການກົດດັນທາງການເງິນໃນແບບທີ່ບໍ່ເຄີຍມີມາກ່ອນ ຕໍ່ລັດຖະບານອີຣານ ເຊິ່ງອີຣານຕ້ອງເຈັບແສບຈາກການຖືກຂວ້ຳບາດຄັ້ງນີ້ ຫາກອີຣານບໍ່ຍອມປ່ຽນແປງແນວທາງທີ່ບໍ່ອາດຍອມຮັບໄດ້ ແລະ ບໍ່ເກີດຜົນປະໂຫຍດ.

ທ່ານ ໄມ ພອມແພວ ກ່າວວ່າ: ຫາກອີຣານຢຶດຖືຕາມເງື່ອນໄຂທີ່ເຂັ້ມງວດ ລວມເຖິງຢຸດຕິໂຄງການຂີປະນາວຸດ ແລະ ຢຸດຕິການແຊກແຊງຄວາມຂັດແຍ່ງໃນພູມມິພາກ ຈາກເຢເມນໄປຈົນເຖິງຊີຣີ ສະຫະລັດ ອາເມຣິກາຈະຍົກເລີກມາດຕະການຂວໍ້າບາດ, ເຊິ່ງອີຣານຈະຖືກບັງຄັບໃຫ້ເລືອກລະຫວ່າງການຕໍ່ສູ້ເພື່ອໃຫ້ເສດຖະກິດຂອງປະເທດເດີນໜ້າຕໍ່ໄປໄດ້ ກັບການທີ່ຕ້ອງໃຊ້ຈ່າຍງົບປະມານຢ່າງສິ້ນເປືອງສຳລັບການຕໍ່ສູ້ໃນຕ່າງແດນ ອີຣານບໍ່ມີຊັບພະຍາກອນຫຼາຍພໍທີ່ຈະເຮັດທັງສອງຢ່າງພ້ອມໆກັນ.

ລັດຖະບານມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ສະຫຼຸບຫຍໍ້ເງື່ອນໄຂເຂັ້ມງວດ 12 ຂໍ້ຈາກສະຫະລັດ ອາເມຣິກາ ທີ່ຍື່ນຕໍ່ອີຣານ ສຳລັບຂໍ້ຕົກລົງໃໝ່ທີ່ອາດເກີດຂຶ້ນກັບອີຣານ ເພື່ອຮັບປະກັນວ່າ ອີຣານຈະບໍ່ມີອິດສະຫຼະໃນການຄອບງຳຕາເວັນອອກກາງອີກຕໍ່ໄປ.


No comments

Powered by Blogger.