ຈີນເປີດທາງສູ່ການສຳຫຼວດດວງຈັນ ປ່ອຍດາວທຽມສື່ສານລະຫວ່າງໂລກ ແລະ ດວງຈັນ - ອິດສະຫຼະ

ຈີນເປີດທາງສູ່ການສຳຫຼວດດວງຈັນ ປ່ອຍດາວທຽມສື່ສານລະຫວ່າງໂລກ ແລະ ດວງຈັນ



ສຳນັກຂ່າວຕ່າງປະເທດລາຍງານ 21 ພຶດສະພາ 2018 ວ່າ: ຈະຫຼວດ Long March-4C ຂອງອົງການບໍລິຫານອະວະກາດແຫ່ງປະເທດຈີນ (CNSA) ຖືກປ່ອຍຂຶ້ນຈາກຖານປ່ອຍຈະຫຼວດໃນສູນອະວະກາດຊີຊາງ ມົນທົນເສສວນ ເມື່ອເວລາ 05:28 ນາທີ ຕາມເວລາທ້ອງຖິ່ນ ເພື່ອນຳສົ່ງດາວທຽມສື່ສານ “ເຊວຍສຽວ“ ໝາຍຄວາມວ່າ “ຂົວນົກກາງເຂນ”

ເຊິ່ງພາລະກິດຫຼັກຂອງດາວທຽມດວງນີ້ ຄືການກຽມຄວາມພ້ອມເຮັດໜ້າທີ່ປະສານງານການຕິດຕໍ່ສື່ສານລະຫວ່າງສູນປະຕິບັດການໃນໂລກ ກັບພື້ນທີ່ຫ່າງໄກບໍລິເວນຂົ້ວໃຕ້ຫຼື “ດ້ານມືດ” ຂອງດວງຈັນ ເຊິ່ງຍານສຳຫຼວດ Chang e-4 ມີກຳນົດອອກເດີນທາງໃນເດືອນມິຖຸນາ 2018 ນີ້ ແລະ ຈະລົງຈອດຍັງບໍລິເວນນັ້ນໃນໄລຍະເດືອນທັນວາ 2018 ເຊິ່ງຫາກປະສົບຄວາມສຳເລັດຈະເປັນຍານສຳຫຼວດດວງຈັນລຳທີ 2 ຂອງຈີນໃນຮອບ 5 ປີ ຕໍ່ຈາກຍານສຳຫຼວດ Yutu ໝາຍຄວາມວ່າ “ກະຕ່າຍຢົກ” ເຊິ່ງເປັນຍານສຳຫຼວດດວງຈັນລຳທຳອິດໃນປະຫວັດສາດຈີນ ອອກເດີນທາງໄປລົງຈອດເທິງດວງຈັນເມື່ອເດືອນທັນວາ ປີ 2013.

ນອກຈາກນີ້ ອົງບໍລິຫານອະວະກາດແຫ່ງປະເທດຈີນກຳລັງພັດທະນາຍານສຳຫຼວດ Chang e-5 ສຳລັບໄປເກັບຕົວຢ່າງຫິນເທິງດວງຈັນອີກດ້ວຍ ໂດຍເບື້ອງຕົ້ນມີກຳນົດອອກເດີນທາງໃນປີ 2019.


No comments

Powered by Blogger.