ສ.ອາເມຣິກາ - ຈີນ ຈັບມືສະຫງົບເສິກສົງຄາມການຄ້າ ກຳແພງພາສີລະຫວ່າງກັນ - ອິດສະຫຼະ

ສ.ອາເມຣິກາ - ຈີນ ຈັບມືສະຫງົບເສິກສົງຄາມການຄ້າ ກຳແພງພາສີລະຫວ່າງກັນ



ສຳນັກຂ່າວຕ່າງປະເທດລາຍງານ 20 ພຶດສະພາ 2018 ວ່າ:​ ຄະນະຜູ້ແທນເຈລະຈາການຄ້າຂອງສະຫະລັດ ອາເມຣິກາ ແລະ ຈີນ ອອກຖະແຫຼງການຮ່ວມກັນເມື່ອວັນເສົາທີ່ຜ່ານມາ ມີເນື້ອໃນສຳຄັນວ່າທັງສອງປະເທດບັນລຸຂໍ້ຕົກລົງຮ່ວມກັນ ໃນການບໍ່ຕໍ່ສູ້ກັນໃນສົງຄາມການຄ້າ ແລະ ການຢຸດຕິກຳແພງພາສີການຄ້າເຊິ່ງກັນ ແລະ ກັນ ລວມໄປເຖິງການທີ່ຈີນຈະເພີ່ມມູນຄ່າການນຳເຂົ້າສິນຄ້າກະສິກຳ ແລະ ເພີ່ມການສະໜັບສະໜູນອຸດສາຫະກຳພະລັງງານຂອງສະຫະລັດ ອາເມຣິກາ, ແຕ່ຍັງບໍ່ມີການລະບຸມູນຄ່າຢ່າງຊັດເຈນ ແລະ ບໍ່ມີການກ່າວເຖິງສະຖານະການຂອງບໍລິສັດ ZTE ໜຶ່ງໃນບໍລິສັດດ້ານໂທລະຄົມມະນາຄົມລາຍໃຫຍ່ຂອງຈີນ ທີ່ຖືກລະງັບສາຍການຜະລິດໃນສະຫະລັດ ອາເມຣິກາ ພາຍຫຼັງທີ່ຖືກລັດຖະບານ ສະຫະລັດ ອາເມຣິກາຂວໍ້າບາດ ຖານສະໜັບສະໜູນວັດຖຸດິບບາງຢ່າງໃຫ້ກັບອີຣານ ແລະ ເກົາຫຼີເໜືອ.


ເຊິ່ງໜຶ່ງໃນເປົ້າໝາຍສຳຄັນຂອງການປະຕິຮູບນະໂຍບາຍການຄ້າຂອງສະຫະລັດ ອາເມຣິກາຕໍ່ຈີນ ຕາມແນວທາງຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຄືການທີ່ຈີນຕ້ອງຫຼຸດຊ່ອງວ່າງໃນການໄດ້ຮັບດຸນການຄ້າຕໍ່ສະຫະລັດ ອາເມຣິກາຢ່າງໜ້ອຍ 200,000 ລ້ານໂດລາສະຫະລັດ ເຊິ່ງເປັນຂໍ້ຮຽກຮ້ອງທີ່ຜູ້ຊ່ຽວຊານຕີລາຄາວ່າ ມີຄວາມເປັນໄປໄດ້ໜ້ອຍຫຼາຍ ທີ່ລັດຖະບານຈີນຈະຍອມ, ເຖິງຢ່າງໃດກໍ່ຕາມ ທ່ານ ໂດໂນ ທຣຳ ກ່າວເມື່ອອາທິດທີ່ຜ່ານມາວ່າ ທ່ານກຳລັງຫາຊ່ອງທາງຊ່ວຍເຫຼືອ ZTE ໃຫ້ກັບມາດຳເນີນກິດຈະການໃນສະຫະລັດ ອາເມຣິກາໃຫ້ໄດ້ໄວທີ່ສຸດ.

ຂະນະທີ່ທ່ານ ຫຼິວ ເຮີ ຮອງນາຍົກລັດຖະມົນຕີ ແລະ ທີ່ປຶກສາທາງເສດຖະກິດຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໃນຖານະຫົວໜ້າຄະນະຜູ້ແທນເຈລະຈາການຄ້າຂອງຈີນ ເຊິ່ງເຂົ້າພົບທ່ານ ໂດໂນ ທຣຳ ທີ່ທຳນຽບຂາວ ເມື່ອກາງອາທິດທີ່ຜ່ານມາ ກ່າວວ່າຂໍ້ຕົກລົງຮ່ວມກັບສະຫະລັດ ອາເມຣິກາຄັ້ງນີ້ ເປັນພຽງຈຸດເພີ່ມຕົ້ນແຕ່ຖືວ່າຈຳເປັນຢ່າງຍິງ, ແຕ່ກໍ່ຍັງກ່າວຕື່ມວ່າການທີ່ຈະປ່ຽນແປງພຶດຕິກຳຂອງທັງສອງຝ່າຍບໍ່ອາດບັນລຸຜົນໄດ້ພາຍໃນວັນດຽວ ເນື່ອງຈາກຄວາມຂັດແຍ່ງທີ່ແກ່ຍາວມາຕະຫຼອດໄລຍະທີ່ຜ່ານມານັ້ນ ເປັນສິ່ງທີ່ຕ້ອງໄດ້ແກ້ໄຂເຖິງໂຄງສ້າງພື້ນຖານເພື່ອນຳໄປສູ່ການປ່ຽນແປງພຶດຕິກຳຂອງທັງສອງຝ່າຍ ເຊິ່ງເປັນສິ່ງທີ່ຕ້ອງໃຊ້ເວລາ.


No comments

Powered by Blogger.