ຍົນໂດຍສານກູບາຕົກ ພ້ອມຜູ້ໂດຍສານ ແລະ ຈຸບິນ 110 ຄົນ (ວິດີໂອ) - ອິດສະຫຼະ

ຍົນໂດຍສານກູບາຕົກ ພ້ອມຜູ້ໂດຍສານ ແລະ ຈຸບິນ 110 ຄົນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ພຶດສະພາ 2018 ທີ່ຜ່ານມາວ່າ: ຍົນໂດຍສານແບບໂບອິ້ງ 737-201 ຂອງສາຍການບິນ Cubana de Aviacion ສາຍການບິນແຫ່ງລັດຂອງປະເທດກູບາ ຖ້ຽວບິນ CU972 ມີກຳນົດເດີນທາງໄປຍັງເມືອງໂຮນກູອິນ ໃນພາກຕາເວັນອອກຂອງກູບາ ຕົກບໍລິເວນປ່າແຫ່ງໜຶ່ງ ຫຼັງອອກເດີນທາງຈາກສະໜາມບິນຊາຈິໂຮເຊ ມາຕີ ນະຄອນຫຼວງຮາວານາ ໄດ້ບໍ່ພໍເທົ່າໃດນາທີ ເມື່ອຕອນທ່ຽງຂອງວັນສຸກ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ, ສຳນັກຂ່າວກາງກູບາ (ACN) ລາຍງານຈຳນວນຜູ້ຢູ່ເທິງຍົນວ່າມີ 110 ຄົນ ແບ່ງເປັນຜູ້ໂດຍສານ 104 ຄົນ ແລະ ຈຸບິນ 6 ຄົນເປັນຊາວແມັກຊິກທັງໝົດ.

ໃນດ້ານຂອງຖະແຫຼງການຂອງກະຊວງຄົມມະນາຄົມແມັກຊິກໃຫ້ລາຍລະອຽດເພີ່ມເຕີມວ່າ: ຍົນລຳທີ່ປະສົບເຫດນັ້ນເປັນຍົນໂບອິ້ງ 737-201 ຜະລິດຂຶ້ນເມື່ອປີ 1979 ແລະ ໂກໂບ ແອ ເຊິ່ງເປັນສາຍການບິນຂະໜາດນ້ອຍຂອງແມັກຊິກ ແລະ ເນັ້ນໃຫ້ບໍລິການບິນເຊົ່າເໝົາລຳ ເປັນຜູ້ໃຫ້ Cubana de Aviacion ເຊົ່າໄປໃຊ້ບໍລິການ.

ເຊິ່ງໜ່ວຍກູ້ໄພພົບຜູ້ລອດຊີວິດຢ່າງໜ້ອຍ 3 ຄົນ, ແຕ່ທຸກຄົນຢູ່ໃນສະພາບໄດ້ຮັບບາດເຈັບສາຫັດ, ຂະນະທີ່ສະພາບຂອງຍົນເສຍຫາຍທັງລຳຈາກການກະແທກ ແລະ ມີໄຟໄໝ້, ຂະນະທີ່ທ່ານ ມີເກວ ດິແອສ-ຄາເນວ ຜູ້ນຳກູບາ ໄດ້ລົງພື້ນທີ່ເກີດເຫດ ເພື່ອຕິດຕາມເຫດການດ້ວຍຕົນເອງ ແລະ ປະກາດໃຫ້ໄວ້ອາໄລທົ່ວປະເທດລະຫວ່າງວັນເສົາເຖິງວັນອາທິດທີ 20 ພຶດສະພານີ້ ພ້ອມທັງສັ່ງຕັ້ງຄະນະປະຕິບັດງານສືບສວນສອບສວນຫາສາເຫດຂອງໂສກອະນາດຕະກຳຄັ້ງນີ້ ເຊິ່ງຖືເປັນອຸປະຕິເຫດທາງອາກາດຄັ້ງຮຸນແຮງທີ່ສຸດໃນຮອບ 29 ປີຂອງກູບາ, ນັບຕັ້ງແຕ່ຍົນໂດຍສານຂອງອິວຢູຊິນ ອິວ-62M ຕົກໃນເຂດຊານນະຄອນຫຼວງຮາວານາ ເມື່ອປີ 1989 ເຮັດໃຫ້ມີຜູ້ເສຍຊີວິດໝົດລຳ 126 ຄົນ.





No comments

Powered by Blogger.