ຜູ້ນຳຊີຣີ ຢ້ຽມຢາມລັດເຊຍ ເພື່ອປຶກສາຫາລືບັນຫາພາຍໃນປະເທດຂອງຕົນ - ອິດສະຫຼະ

ຜູ້ນຳຊີຣີ ຢ້ຽມຢາມລັດເຊຍ ເພື່ອປຶກສາຫາລືບັນຫາພາຍໃນປະເທດຂອງຕົນ



ສຳນັກຂ່າວຕ່າງປະເທດລາຍງານ 18 ພຶດສະພາ 2018 ວ່າ: ທຳນຽບປະທານປະເທດລັດເຊຍອອກຖະແຫຼງການເມື່ອວັນພະຫັດ ທີ່ຜ່ານມາວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ໃຫ້ການຕ້ອນຮັບທ່ານ ບາຊາ ອັນ-ອັສຊາດ ປະທານປະເທດຊີຣີ ທີ່ຣີສອດແຄມທະເລດຳ ໃນເມືອງໂຊຊີ ທາງພາກຕາເວັນຕົກສຽງໃຕ້ຂອງລັດເຊຍ ໂດຍຜູ້ນຳທັງສອງປະເທດໄດ້ປຶກສາຫາລືກັນໃນຫຼາຍບັນຫາສຳຄັນ ທີ່ສ່ວນໃຫຍ່ກ່ຽວຂ້ອງກັບສະຖານະການໃນຊີຣີ ເຊິ່ງທ່ານ ປູຕິນ ສະແດງຄວາມຍິນດີກັບຄວາມສຳເລັດທາງທະຫານຂອງຝ່າຍລັດຖະບານ ໃນການຕໍ່ຕ້ານຜູ້ກໍ່ການຮ້າຍ ວ່າຈະນຳໄປສູ່ຂະບວນການທາງການເມືອງໃນລວງກວ້າງຕໍ່ໄປ.



ໃນດ້ານທຳນຽບປະທານປະເທດຊີຣີໃນນະຄອນຫຼວງດາມັດສະກັດອອກຖະແຫຼງການວ່າ ລັດຖະບານຊີຣີກຳລັງວາງແຜນຂະບວນການທາງການເມືອງ ທີ່ລວມເຖິງການເລືອກບຸກຄົນທີ່ເໝາະສົມມາດຳລົງຕຳແໜ່ງຄະນະກຳມາທິການຮ່າງລັດຖະບານມະນູນ ຕາມແນວທາງການປະຊຸມສາມຝ່າຍ ລະຫວ່າງລັດເຊຍ, ອີຣານ ແລະ ຕວັກກີ ທີ່ເມືອງໂຊຊີ ເມື່ອເດືອນມັງກອນ ທີ່ຜ່ານມາ ແລະ ການປະຕິບັດງານຮ່ວມກັບສະຫະປະຊາຊາດ.

ເຖິງຢ່າງໃດກໍ່ຕາມ, ເລື່ອງອະນາຄົດທາງການເມືອງຂອງທ່ານ ບາຊາ ອັນ-ອັສຊາດ ເປັນຫົວຂໍ້ທີ່ຍັງຄົງມີການຖົກຖຽງກັນລະຫວ່າງຂົ້ວອຳນາດຫຼາຍຝ່າຍ ໃນທຸກຄັ້ງຂອງການເຈລະຈາສັນຕິພາບ ທີ່ສະຫະປະຊາຊາດເປັນເຈົ້າພາບຕັ້ງແຕ່ປີ 2012 ຫຼື ປະມານ 1 ປີພາຍຫຼັງການເກີດສົງຄາມກາງເມືອງຊີຣີ ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 450,000 ຄົນ, ຂະນະທີ່ລັດເຊຍເຂົ້າຮ່ວມປະຕິບັດການທາງທະຫານໃນຊີຣີ ເມື່ອທ້າຍເດືອນກັນຍາ ປີ 2015 ຕາມຄຳເຊີນຂອງລັດຖະບານຊີຣີ.


No comments

Powered by Blogger.