WHO ປຸກລະດົມໃຫ້ເຊົາໃຊ້ໄຂມັນສັງເຄາະ ເພາະອັນຕະລາຍຕໍ່ສຸຂະພາບປະຊາກອນໂລກ - ອິດສະຫຼະ

WHO ປຸກລະດົມໃຫ້ເຊົາໃຊ້ໄຂມັນສັງເຄາະ ເພາະອັນຕະລາຍຕໍ່ສຸຂະພາບປະຊາກອນໂລກ



ອົງການອະນາໄມໂລກ ຫຼື WHO (World Health Organization) ປະກາດວ່າຈະປຸກລະດົມໃຫ້ລະບົບຜະລິດອາຫານໂລກປາສະຈາກໄມມັນ Trans fat ເຊິ່ງເປັນສານສັງເຄາະ ແລະ ເປັນສາເຫດໜຶ່ງຂອງໂລກຫົວໃຈ, ເຊິ່ງຖືເປັນຄັ້ງທຳອິດທີ WHO ເດີນໜ້າໃຫ້ເກີດການຍົກເລີກໃຊ້ສານທີ່ເປັນຕົ້ນເຫດຂອງໂລກທີ່ບໍ່ຕິດຕໍ່ ໂດຍຕັ້ງເປົ້າໝາຍກຳຈັດໄຂມັນ Trans fat ອອກຈາກຂະບວນການຜະລິດອາຫານໂລກ ພາຍໃນປີ 2023 ຫຼື ອີກ 5 ປີຕໍ່ຈາກນີ້.

ເລຂາທິການໃຫຍ່ຂອງອົງການອະນາໄມໂລກ ທ່ານ ເທໂດຼສ ອັດຮານອມ ກີເບຼເຢຊຸສ (Tedros Adhanom Ghebreyesus) ເປັນຜູ້ປະກາດເມື່ອວັນຈັນທີ່ຜ່ານມາ, ໄຂມັນ Trans fat ເປັນປັດໄຈເຮັດໃຫ້ລະດັບ LDL ຫຼື ຄໍເລສເຕີຣໍທີ່ເປັນອັນຕະລາຍຕໍ່ສຸຂະພາບເພີ່ມຂຶ້ນ ເຊິ່ງເປັນການເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ແລະ ອາການເສັ້ນເລືອດຕັນໃນສະໝອງ, ນອກຈາກນີ້ Trans fat ຍັງໄປຫຼຸດລະດັບຄໍເລສເຕີຣໍ HDL ທີ່ດີຕໍ່ສຸຂະພາບເຊິ່ງເປັນຕົວຊ່ວຍເຮັດໃຫ້ຫົວໃຈເຮັດວຽກໄດ້ດີຂຶ້ນ.

ໄຂມັນທຽມນີ້ເປັນສານທີ່ຖືກສ້າງຂຶ້ນຈາກນ້ຳມັນພືດທີ່ຜ່ານກະບວນການທີ່ໃຊ້ໄຮໂດຼເຈນ ເພື່ອໃຫ້ນ້ຳມັນກາຍມາເປັນໄຂມັນແຂງເຊັ່ນ: ເນີຍມາກາຣີນ ເປັນຕົ້ນ.

ນອກຈາກນີ້ Trans fat ຍັງພົບຫຼາຍໃນເຂົ້າໜົມກິນຫຼິ້ນເຊັ່ນ: ມັນຝຣັ່ງຈືນ, ເຂົ້ານົມປັງ, ເຄັກ ແລະ ອາຫານປະເພດຈືນຕ່າງໆ, ໄຂມັນສັງເຄາະດັ່ງກ່າວຖືກໃຊ້ຢ່າງກວ້າງຂວາງ ເພາະມີລາຄາຖືກ ແລະ ເກັບຮັກສາໄວ້ໄດ້ດົນກວ່ານ້ຳມັນຕາມທຳມະຊາດ ລວມທັງສາມາດນຳກັບມາໃຊ້ໃນຄວາມຮ້ອນໄດ້ຫຼາຍຄັ້ງ.


ອົງການອະນາໄມໂລກປະເມີນວ່າ ແຕ່ລະປີປະຊາກອນໂລກເສຍຊີວິດຈາກໂລກຫົວໃຈຈຳນວນ 5 ແສນຄົນ, ເລຂາທິການ WHO ກ່າວວ່າ: ດ້ວຍເຫດໃດເຍົາວະຊົນທົ່ວໂລກຈຶ່ງຕ້ອງມາປະເຊີນກັບສ່ວນປະກອບອາຫານທີ່ບໍ່ປອດໄພຄືຈັ່ງໄຂມັນ Trans fat, ປະເທດທີ່ຮັ່ງມີຫຼາຍປະເທດສາມາດກຳຈັດໄຂມັນທຽມນີ້ໄດ້ທັງໝົດ ດ້ວຍວິທີທາງກົດໝາຍທີ່ກຳນົດລະດັບ Trans fat ໃນອາຫານຊະນິດຕ່າງໆໃສ່ບັນຈຸພັນ, ປະເທດດານມາກເປັນປະເທດທຳອິດທີ່ດຳເນີນການໃນເລື່ອງນີ້, ຜົນໄດ້ຮັບຄື ຄົນໃນປະເທດເປັນໂລກຫົວໃຈໜ້ອຍລົງ ແລະ ປັດຈຸບັນລັດຖະບານ 40 ປະເທດໃຊ້ກົດໝາຍຫ້າມໃຊ້ສ່ວນປະສົມອາຫານທີ່ເປັນໄຂມັນດັ່ງກ່າວ.

ໃນໂຄງການປຸກລະດົມໃຫ້ລະບົບຜະລິດອາຫານໂລກປາສະຈາກໄຂມັນ Trans fat ອົງການອະນາໄມໂລກແນະນຳໃຫ້ປະເທດຕ່າງໆໃຊ້ຍຸດທະສາດທີ່ປະກອບດ້ວຍ:

ພິຈາລະນາ ແລະ ທົບທວນທີ່ມາຂອງໄຂມັນ Trans fat ແລະ ສຶກສາກົດໝາຍທີ່ກ່ຽວຂ້ອງທີ່ມີຢູ່ວ່າມີປະສິດທິພາບຫຼືບໍ່ ນອກຈາກນັ້ນຄວນອອກກົດໝາຍເພື່ອຄວບຄຸມການໃຊ້ໄຂມັນຊະນິດນີ້ຫາກຈຳເປັນ.

ສະໜັບສະໜູນການໃຊ້ສ່ວນປະກອບອາຫານທາງເລືອກອື່ນທີ່ປອດໄພຕໍ່ສຸຂະພາບຫຼາຍກວ່າ ແລະ ສ້າງຄວາມເຂົ້າໃຈເຖິງໄພຈາກ Trans fat ໃຫ້ປະຊາຊົນ.

ສຸດທ້າຍຕ້ອງຕິດຕາມກວດສອບ ແລະ ປະເມີນຜົນຈາກກົດໝາຍ ແລະ ນະໂຍບາຍວ່າໄດ້ຜົນຫຼືບໍ່.

No comments

Powered by Blogger.