ຈີນຮຽກຮ້ອງໃຫ້ເກົາຫຼີເໜືອ ສືບຕໍ່ເດີນໜ້າເຈລະຈາກັບ ສ.ອາເມຣິກາ ພາຍຫຼັງທີ່ເກົາຫຼີເໜືອປະກາດຈະກັບລຳ - ອິດສະຫຼະ

ຈີນຮຽກຮ້ອງໃຫ້ເກົາຫຼີເໜືອ ສືບຕໍ່ເດີນໜ້າເຈລະຈາກັບ ສ.ອາເມຣິກາ ພາຍຫຼັງທີ່ເກົາຫຼີເໜືອປະກາດຈະກັບລຳ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 16 ພຶດສະພາ 2018 ທີ່ຜ່ານມາວ່າ: ທ່ານ ຫຼູ່ ກັງ ໂຄສົກກະຊວງການຕ່າງປະເທດຂອງຈີນຖະແຫຼງວ່າ: ທັງສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອຄວນມີຫຼັກປະກັນຕໍ່ກັນວ່າ ການປະຊຸມສຸດຍອດຮ່ວມກັນລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອຈະຕ້ອງດຳເນີນຕໍ່ໄປຕາມແຜນການທີ່ກຳນົດ ແລະ ໃຫ້ເກີດຜົນເປັນຈິງ ເພາະເປັນຫົນທາງດຽວທີ່ຈະຫຼຸດຜ່ອນບັນຍາກາດຄວາມເຄັ່ງຕຶງ ແລະ ຮັກສາໄວ້ເຊິ່ງສັນຕິພາບ ແລະ ຄວາມໝັ້ນຄົງໃນພູມມິພາກ.

ທ່ານ ໂດໂນ ທຣຳ ແລະ ທ່ານ ຄິມ ຈອງ-ອຶນ ມີກຳນົດຈະປະຊຸມສຸດຍອດຮ່ວມກັນທີ່ປະເທດສິງກະໂປ ໃນວັນທີ 12 ມິຖຸນານີ້ ແຕ່ຫຼ້າສຸດເມື່ອວັນພຸດ ທີ 16 ພຶດສະພາ ທີ່ຜ່ານມາ ເກົາຫຼີເໜືອໄດ້ປະກາດຈະຖອນຕົວອອກຈາກການປະຊຸມດັ່ງກ່າວ ຫາກເກົາຫຼີເໜືອຖືກກົດດັນແຕ່ພຽງຝ່າຍດຽວໃນການໃຫ້ຍົກເລີກໂຄງການອາວຸດນິວເຄຼຍ, ແຕ່ສະຫະລັດ ອາເມຣິກາ ແລະ ເກົາຫຼີໃຕ້ຜັດຍັງຊ້ອມຮົບຮ່ວມກັນຢູ່.

ຄຳປະກາດຂອງເກົາຫຼີເໜືອເກີດຂຶ້ນພາຍຫຼັງທີ່ໄດ້ຍົກເລີກການປະຊຸມເຈົ້າໜ້າທີ່ລະດັບສູງກັບເກົາຫຼີໃຕ້ ເພື່ອປະທ້ວງທີ່ເກົາຫຼີໃຕ້ຍັງມີການຊ້ອມຮົບຮ່ວມກັບສະຫະລັດ ອາເມຣິກາຢູ່, ຂະນະທີ່ຈີນໄດ້ຮຽກຮ້ອງໃຫ້ສ້າງຄວາມໄວ້ວາງໃຈລະຫວ່າງກັນດ້ວຍການຢຸດຕິການຊ້ອມຮົບຮ່ວມຂະໜາດໃຫຍ່ລະຫວ່າງສະຫະລັດ ອາເມຣິກາ ກັບ ເກົາຫຼີໃຕ້ ແລກກັບການທີ່ເກົາຫຼີເໜືອຢຸດຕິໂຄງການອາວຸດນິວເຄຼຍ ແລະ ການທົດລອງຂີປະນາວຸດ.


No comments

Powered by Blogger.