ຕຳຫຼວດມາເລເຊຍ ບຸກເຂົ້າກວດຄົ້ນເຮືອນອະດີດນາຍົກລັດຖະມົນຕີ ຕາມຂໍ້ຫາສໍ້ລາດບັງຫຼວງ - ອິດສະຫຼະ

ຕຳຫຼວດມາເລເຊຍ ບຸກເຂົ້າກວດຄົ້ນເຮືອນອະດີດນາຍົກລັດຖະມົນຕີ ຕາມຂໍ້ຫາສໍ້ລາດບັງຫຼວງ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 16 ພຶດສະພາ 2018 ທີ່ຜ່ານມາວ່າ: ລົດຕຳຫຼວດກວ່າ 10 ຄັນໄດ້ນຳກຳລັງເຈົ້າໜ້າທີ່ຕຳຫຼວດບຸກເຂົ້າຄົ້ນເຮືອນຂອງທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍໃນນະຄອນຫຼວງກົວລາລຳເປີ ເມື່ອຕອນຄ່ຳຂອງວັນພຸດ ທີ່ຜ່ານມາ,​ ແຕ່ທາງເຈົ້າໜ້າທີ່ຕຳຫຼວດຍັງບໍ່ໄດ້ຖະແຫຼງ ຫຼື ຊີ້ແຈງໃດໆເຖິງລາຍລະອຽດຂອງປະຕິບັດການຄັ້ງນີ້.

ແຕ່ສື່ທ້ອງຖິ່ນລາຍງານໂດຍອ້າງການເປີດເຜີຍຂອງແຫຼ່ງຂ່າວເຈົ້າໜ້າທີ່ຕຳຫຼວດວ່າ: ການເຂົ້າກວດຄົ້ນເຮືອນຂອງທ່ານ ນາຈິນ ຣາຊັກ ເປັນໄປຕາມຂໍ້ກ່າວຫາວ່າມີການຍັກຍອກເງິນຈຳນວນຫຼາຍພັນລ້ານໂດລາສະຫະລັດ ຈາກກອງທຶນເພື່ອການພັດທະນາປະເທດ ເຊິ່ງຫາກເປັນເລື່ອງຈິງ ກໍ່ເປັນສັນຍານບົ່ງບອກໄດ້ວ່າ ທ່ານ ນາຈິບ ຣາຊັກ ເຊິ່ງຂະນະນີ້ຖືກທາງການສັ່ງຫ້າມບໍ່ໃຫ້ອອກນອກປະເທດ ອາດຕ້ອງຖືກດຳເນີນຄະດີ.




ທ່ານ ນາຈິບ ຣາຊັກ ເຊິ່ງຄັ້ງໜຶ່ງເຄີຍເປັນຜູ້ມີອຳນາດສູງສຸດໃນພັກຮ່ວມລັດຖະບານ ທີ່ປົກຄອງປະເທດມາເລເຊຍມາຫຼາຍສິບປີ ແຕ່ບໍ່ຊະນະການເລືອກຕັ້ງທົ່ວໄປຂອງມາເລເຊຍ ເມື່ອວັນທີ 9 ພຶດສະພາ ທີ່ຜ່ານມາ, ສາເຫດສ່ວນໜຶ່ງເພາະກະແສຄວາມບໍ່ພໍໃຈຂອງປະຊາຊົນໃນເລື່ອງທີ່ຊ່າລືກ່ຽວຂ້ອງກັບການສໍ້ລາດບັງຫຼວງກອງທຶນເພື່ອການພັດທະນາປະເທດ ໂດຍທ່ານ ນາຈິບ ຣາຊັກ ເປັນຜູ້ສະເໜີສ້າງຕັ້ງກອງທຶນນີ້ຂຶ້ນມາ ແລະ ຖືກ່າວຫາວ່າຍັກຍອກເງິນເກືອບ 700 ລ້ານໂດລາສະຫະລັດເຂົ້າບັນຊີສ່ວນຕົວ, ແຕ່ກໍ່ຍັງມີເງິນອີກຫຼາຍພັນລ້ານໂດລາສະຫະລັດ ທີ່ຍັງບໍ່ຮູ້ທີ່ມາທີ່ໄປ.

ທ່ານ ດຣ. ມະຫາເທ ໂມຮຳໝັດ ເຊິ່ງເຄີຍເປັນຜູ້ນຳລັດຖະບານໃນໄລຍະປີ 1981-2003 ຕ້ອງຫັນກັບມາສູ່ວົງການການເມືອງອີກຄັ້ງໃນໄວອາຍຸ 92 ປີ ທັງທີ່ປະກາດວ່າຈະບໍ່ກັບສູ່ວົງການການເມືອງອີກ ໄດ້ເປັນແກ່ນນຳໃນການຫາສຽງຕໍ່ຕ້ານທ່ານ ນາຈິບ ຣາຊັກ ຈົນຝ່າຍຄ້ານຊະນະການເລືອກຕັ້ງ ແລະ ໄດ້ກັບມາເປັນນາຍົກລັດຖະມົນຕີອີກຄັ້ງ ໂດຍທ່ານ ດຣ. ມະຫາເທ ໂມຣຳໝັດ ໄດ້ເປັນຜູ້ສັ່ງການໃຫ້ທ່ານ ນາຈິບ ຣາຊັກ ແລະ ຄອບຄົວ ລວມເຖິງບຸກຄົນອື່ນໆທີ່ກ່ຽວຂ້ອງກັບກອງທຶນ ເພື່ອການພັດທະນາປະເທດ ຫ້າມເດີນທາງອອກນອກປະເທດໃນໄລຍະນີ້.

No comments

Powered by Blogger.