ເກົາຫຼີເໜືອ ຈະຍົກເລີກເຈລະຈາກັບ ສ.ອາເມຣິກາ ຫາກຍັງຖືກກົດດັນແຕ່ພຽງຝ່າຍດຽວ - ອິດສະຫຼະ

ເກົາຫຼີເໜືອ ຈະຍົກເລີກເຈລະຈາກັບ ສ.ອາເມຣິກາ ຫາກຍັງຖືກກົດດັນແຕ່ພຽງຝ່າຍດຽວ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 16 ພຶດສະພາ 2018 ທີ່ຜ່ານມາວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານໂດຍອ້າງອີງຄຳກ່າວຂອງທ່ານ ຄິມ ຄະເຢ-ກວານ ຮອງລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອວ່າ ການທີ່ລັດຖະບານເກົາຫຼີເໜືອຍົກເລີກເຈລະຈາລະດັບສູງຮ່ວມກັບເຈົ້າໜ້າທີ່ຂອງລັດຖະບານເກົາຫຼີໃຕ້ ເຊິ່ງຕາມກຳນົດຈະຕ້ອງເກີດຂຶ້ນໃນວັນພຸດທີ 16 ພຶດສະພາ ທີ່ຜ່ານມາ, ຖືເປັນສັນຍານເຕືອນທຳອິດວ່າ ສາຍພົວພັນລະຫວ່າງສອງເກົາຫຼີເລີ່ມມີບັນຫາອີກຄັ້ງ.
ຂະນະດຽວກັນ, ຫາກສະຫະລັດ ອາເມຣິກາ ຍັງຄົງພະຍາຍາມກົດດັນໃຫ້ເກົາຫຼີເໜືອຈົນມຸມ ດ້ວຍການໃຫ້ເກົາຫຼີເໜືອເປັນພຽງຝ່າຍດຽວທີ່ຕ້ອງປົດອາວຸດນິວເຄຼຍ ຍຸດທະສາດດັ່ງກ່າວຂອຝ່າຍກົງກັນຂ້າມອາດເຮັດໃຫ້ເກົາຫຼີເໜືອໝົດຄວາມສົນໃຈ ທີ່ຈະເຈລະຈາກັບລັດຖະບານສະຫະລັດ ອາເມຣິກາ ຈົນເຖິງຂັ້ນຕ້ອງທົບທວນຄືນການຕັດສິນໃຈຂອງຕົນເອງ ວ່າຄວນເຂົ້າຮ່ວມການພົບປະຫາລືຄັ້ງປະຫວັດສາດຄັ້ງນີ້ຫຼືບໍ່, ເຊິ່ງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດເມື່ອອາທິດທີ່ຜ່ານມາວ່າ: ການປະຊຸມລະຫວ່າງທ່ານ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຈະເກີດຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ປະເທດສິງກະໂປ ຫຼື ປະມານ 1 ເດືອນ ພາຍຫຼັງການພົບປະລະຫວ່າງຜູ້ນຳສອງເກົາຫຼີທ່ານ ຄິມ ຈອງ-ອຶນ ແລະ ທ່ານ ມູນ ແຈ-ອິນ ປະທານປະເທເກົາຫຼີໃຕ້ ທີ່ບ້ານປັນມຸນຈອມ ເມື່ອວັນທີ 27 ເມສາ 2018 ທີ່ຜ່ານມາ.

ເຊິ່ງທ່ານ ຄິມ ກະເຢ-ກວານ ຢືນຢັນວ່າ: ເກົາຫຼີເໜືອມີຄວາມມຸ່ງໝັ້ນຢ່າງຊັດເຈນໃນການປົດອາວຸດນິວເຄຼຍ ແຕ່ກໍ່ຢ້ຳເຕືອນຫຼາຍຄັ້ງເຊັ່ນກັນວ່າ ເງື່ອນໄຂສຳຄັນຄືການທີ່ສະຫະລັດ ອາເມຣິກາ ຕ້ອງຢຸດຕິນະໂຍບາຍທີ່ເປັນປໍລະປັກຕໍ່ເກົາຫຼີເໜືອ ທີ່ລວມເຖິງການຂົ່ມຂູ່ຄຸກຄາມເລື່ອງນະໂຍບາຍນິວເຄຼຍ ນອກຈາກນີ້, ເຈົ້າໜ້າທີ່ລະດັບສູງດ້ານນະໂຍບາຍການຕ່າງປະເທດຂອງເກົາຫຼີເໜືອທ່ານນີ້ ຍັງກ່າວອີກວ່າ ລັດຖະບານເກົາຫຼີເໜືອບໍ່ຮັບເງື່ອນໄຂທາງເສດຖະກິດຂອງສະຫະລັດ ອາເມຣິກາ ເພື່ອແລກກັບການປົດອາວຸດນິວເຄຼຍ, ພາຍຫຼັງທີ່ທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວເມື່ອອາທິດທີ່ຜ່ານມາວ່າ ການລົງທຶນຈາກສະຫະລັດ ອາເມຣິກາ ຈະຫຼັ່ງໄຫຼເຂົ້າສູ່ເກົາຫຼີເໜືອ ຫາກລັດຖະບານເກົາຫຼີເໜືອປົດອາວຸດນິວເຄຼຍເປັນການຖາວອນ.

ຫາກລັດຖະບານເກົາຫຼີເໜືອຍົກເລີກການເຈລະຈາກັບຜູ້ນຳສະຫະລັດ ອາເມຣິກາຈິງ ເຊິ່ງຈະເປັນຄັ້ງທຳອິດໃນປະຫວັດສາດຂອງການພົບປະລະຫວ່າງຜູ້ນຳສອງປະເທດນີ້ ແມ່ນມີຄວາມເປັນໄປໄດ້ສູງຫຼາຍ ທີ່ບັນຍາກາດຢູ່ແຫຼມເກົາຫຼີຈະກັບມາເຄັ່ງຕຶງອີກຄັ້ງ, ໃນເວລາດຽວກັນສາຍພົວພັນດ້ານການຄ້າລະຫວ່າງສະຫະລັດ ອາເມຣິກາ ກັບ ຈີນ ກໍ່ຍັງຄົງເຄັ່ງຕຶງຢູ່ເຊັ່ນກັນ, ໃນດ້ານຂອງກະຊວງລວມຊາດເກົາຫຼີໃຕ້ ອອກຖະແຫຼງການສັ້ນໆພຽງວ່າ ເກົາຫຼີໃຕ້ມີຄວາມເສຍໃຈເປັນຢ່າງຍິ່ງກັບສະຖານະການທີ່ເກີດຂຶ້ນ.


No comments

Powered by Blogger.