ເກົາຫຼີເໜືອຍົກເລີກເຈລະຈາສ້າງສັນຕິພາບກັບເກົາຫຼີໃຕ້ ເພາະຍັງຊ້ອມຮົບຮ່ວມກັບ ສ.ອາເມຣິກາ ຢູ່ - ອິດສະຫຼະ

ເກົາຫຼີເໜືອຍົກເລີກເຈລະຈາສ້າງສັນຕິພາບກັບເກົາຫຼີໃຕ້ ເພາະຍັງຊ້ອມຮົບຮ່ວມກັບ ສ.ອາເມຣິກາ ຢູ່



ສຳນັກຂ່າວຕ່າງປະເທດລາຍງານ 16 ພຶດສະພາ 2018 ວ່າ: ກະຊວງການຕ່າງປະເທດເກົາຫຼີເໜືອອອກຖະແຫຼງການເມື່ອຕອນເຊົ້າຂອງວັນພຸດນີ້ ຕາມເວລາທ້ອງຖິ່ນ ຍົກເລີກການພົບປະຫາລືລະຫວ່າງເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີເໜືອ ກັບ ລັດຖະບານເກົາຫຼີໃຕ້ ທີ່ບ້ານປັນມຸນຈອມ ເຊິ່ງຕາມກຳນົດການເດີມຕ້ອງເກີດຂຶ້ນໃນວັນພຸດນີ້ ແລະ ຫົວຂໍ້ຂອງການປະຊຸມຄືການໂອ້ລົມຕໍ່ຍອດດກ່ຽວກັບການເຈລະຈາເພື່ອສ້າງສົນທິສັນຍາສັນຕິພາບ ຕາມແນວທາງໃນປະຕິຍານປັນມຸນຈອມ ເຊິ່ງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ໄດ້ລົງນາມຮ່ວມກັນເມື່ອວັນທີ 27 ເມສາ 2018 ທີ່ຜ່ານມາ.
ເຊິ່ງລັດຖະບານເກົາຫຼີເໜືອໃຫ້ເຫດຜົນຂອງການຍົກເລີກການປະຊຸມກັບເກົາຫຼີໃຕ້ໃນຄັ້ງນີ້ວ່າ: ເປັນເພາະປະຕິບັດການຊ້ອມຮົບ Max Thunder ລະຫວ່າງກອງທັບອາກາດສະຫະລັດ ອາເມຣິກາ ກັບ ກອງທັບອາກາດເກົາຫຼີໃຕ້ ເຊິ່ງເປີດສາກເມື່ອວັນຈັນທີ່ຜ່ານມາ ແລະ ຈະໃຊ້ເວລາປະມານ 2 ອາທິດເຕັມນັ້ນ ຖືເປັນເຈດຕະນາຊັກຊ້ອມເພື່ອຮຸກຮານ ແລະ ຂົ່ມຂູ່ຈາກສະຫະລັດ ອາເມຣິກາ ໃນໄລຍະເວລາທີ່ສາຍພົວພັນລະຫວ່າງສອງເກົາຫຼີກຳລັງດີຂຶ້ນເປັນລຳດັບ ພ້ອມທັງເຕືອນວ່າ ສະຫະລັດ ອາເມຣິກາ ຄວນເພີ່ມການພິນິດພິຈາລະນາໃຫ້ຮອບຄອບຕໍ່ອະນາຄົດຂອງການຈັດຕັ້ງກອງປະຊຸມຮ່ວມກັບຜູ້ນຳເກົາຫຼີເໜືອ.

ສຳລັບເນື້ອໃນສຳຄັນຂອງປະຕິຍານປັນມຸນຈອມ ທີ່ນອກເໜືອຈາກການສ້າງສົນທິສັນຍາສັນຕິພາບ ເພື່ອຢຸດຕິສົງຄາມເກົາຫຼີຢ່າງເປັນທາງການພາຍໃນປີນີ້ ພາຍຫຼັງຢູ່ພາຍໃຕ້ຂໍ້ຕົກລົງຢຸດຍິງມາຍາວນານເຖິງ 65 ປີ ຍັງລວມເຖິງການທີ່ເກົາຫຼີເໜືອ ແລະ ເກົາຫຼີໃຕ້ຕ້ອງຢຸດຕິກິດຈະກຳທີ່ເປັນປໍລະປັກຕໍ່ກັນ, ​ການປັບປຸງບັນຍາກາດຢູ່ເຂດປອດທະຫານໃຫ້ກາຍເປັນເຂດສັນຕິພາບ, ການຫຼຸດການເຄື່ອນໄຫວທາງທະຫານ ແລະ ການຮ່ວມກັນຊຸກດັນໃຫ້ເກີດການເຈລະຈາ 4 ຝ່າຍທີ່ມີສະຫະລັດ ອາເມຣິກາ ແລະ ຈີນເຂົ້າຮ່ວມ.

ໃນດ້ານຂອງກະຊວງການຕ່າງປະເທດສະຫະລັດ ອາເມຣິກາອອກຖະແຫຼງການວ່າ: ການກຽມຄວາມພ້ອມຈັດກອງປະຊຸມລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກັບ ທ່ານ ຄິມ ຈອງ-ອຶນ ຢູ່ສິງກະໂປ ໃນວັນທີ 12 ມິຖຸນານີ້ ຈະຍັງຄົງດຳເນີນຕໍ່ໄປຕາມແຜນການ ແລະ ລະບຸອີກວ່າຜູ້ນຳເກົາຫຼີເໜືອເຄີຍກ່າວກ່ອນໜ້ານີ້ແລ້ວວ່າ ມີຄວາມເຂົ້າໃຈຕໍ່ການເຝິກຊ້ອມຮົບຂອງສະຫະລັດ ອາເມຣິກາ ຢູ່ແຫຼມເກົາຫຼີ, ຂະນະທີ່ຖະແຫຼງການຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາລະບຸວ່າ: ການເຝິກຊ້ອມຮົບ Max Thunder ເປັນໄປຕາມແຜນການທີ່ກຳນົດໄວ້ດົນແລ້ວ.





No comments

Powered by Blogger.