ເຫດລະເບີດໂຈມຕີ 3 ຄັ້ງລຽນຕິດຢູ່ສຸຣາບາຢາ ອິນໂດເນເຊຍ ກຸ່ມ IS ກ່າວອ້າງຢູ່ເບື້ອງຫຼັງ - ອິດສະຫຼະ

ເຫດລະເບີດໂຈມຕີ 3 ຄັ້ງລຽນຕິດຢູ່ສຸຣາບາຢາ ອິນໂດເນເຊຍ ກຸ່ມ IS ກ່າວອ້າງຢູ່ເບື້ອງຫຼັງ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 15 ພຶດສະພາ 2018 ທີ່ຜ່ານມາວ່າ: ກຸ່ມ IS ອອກຖະແຫຼງການຜ່ານສຳນັກຂ່າວອາມັກ ເມື່ອວັນຈັນທີ່ຜ່ານມາ ກ່າວອ້າງການຢູ່ເບື້ອງຫຼັງປະຕິບັດການ “ມໍລະນະສັກຂີ” ທີ່ສຳນັກງານຕຳຫຼວດໃນເມືອງສຸຣາບາຢາ ເມືອງໃຫຍ່ອັນດັບ 2 ຂອງອິນໂດເນເຊຍ ທີ່ເກີດຂຶ້ນຫ່າງຈາກເຫດຄອບຄົວໜຶ່ງກະຈາຍກຳລັງກັນລະເບີດຂ້າຕົວຕາຍໂຈມຕີໂບດຄຼິສ 3 ແຫ່ງໃນເມືອງດຽວກັນພຽງວັນດຽວ.

ໃນດ້ານຂອງຖະແຫຼງການສຳນັກງານຕຳຫຼວດແຫ່ງຊາດອິນໂດເນເຊຍ ໃນນະຄອນຫຼວງຈາກາຕາລະບຸວ່າ: ກຸ່ມມືລະເບີດ 5 ຄົນ ເຊິ່ງເປັນສະມາຊິກໃນຄອບຄົວດຽວກັນ ໃຊ້ລົດຈັກ 2 ຄັນເປັນພາຫະນະ ຂັບມາຈອດບໍລິເວນຈຸດກວດໜ້າສຳນັກງານຕຳຫຼວດແຂວງຊວາຕາເວັນອອກ ເຊິ່ງຕັ້ງຢູ່ເມືອງສຸຣາບາຢາ ເມືອງເອກຂອງແຂວງດັ່ງກ່າວ ແລະ ເປັນເມືອງໃຫຍ່ອັນດັບ 2 ຂອງອິນໂດເນເຊຍ, ກ່ອນຈະຈູດລະເບີດເຊິ່ງສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ 10 ຄົນ ແບ່ງເປັນເຈົ້າໜ້າທີ່ 4 ຄົນ ແລະ ປະຊາຊົນ 6 ຄົນ, ຂະນະທີ່ສະມາຊິກໃນຄອບຄົວຜູ້ວາງລະເບີດລອດຕາຍພຽງຄົນດຽວ ເປັນເດັກນ້ອຍຍິງ ອາຍຸ 8 ປີ, ສ່ວນທີ່ເຫຼືອຄືພໍ່, ແມ່ ແລະ ອ້າຍອີກ 2 ຄົນ ເສຍຊີວິດຢູ່ບ່ອນເກີດເຫດ.

ເຫດດັ່ງກ່າວເກີດຂຶ້ນພຽງວັນດຽວພາຍຫຼັງຄອບຄົວໜຶ່ງທີ່ມີສະມາຊິກ 6 ຄົນ ຮ່ວມກັນກໍ່ເຫດລະເບີດຂ້າຕົວຕາຍຢູ່ໂບດຄຼິສ 3 ແຫ່ງ ໃນເມືອງສຸຣາບາຢາ ເມື່ອວັນອາທິດ ທີ່ຜ່ານມາ, ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍກວ່າ 40 ຄົນ, ໂດຍມີການເປີດເຜີຍໃນເບື້ອງຕົ້ນວ່າໜຶ່ງໃນສະມາຊິກຄອບຄົວມີລະເບີດກຸ່ມນີ້ຄື ທ້າວ ດິຕາ ຟູຕຼິອັນໂຕ ເປັນຫົວໜ້າກຸ່ມຍ່ອຍຂອງຂະບວນການເຈມາອາ ອັນຊາຣັດ ເດົາເລາະ (JAD) ປະຈຳເມືອງສຸຣາບາຢາ ເຊິ່ງເປັນສະມາຊິກກຸ່ມ IS ທີ່ຮັບອ້າງວ່າຢູ່ເບື້ອງຫຼັງເຫດດັ່ງກ່າວ.

ນອກຈາກນັ້ນ, ພຽງບໍ່ພໍເທົ່າໃດຊົ່ວໂມງພາຍຫຼັງເກີດເຫດໂຈມຕີໂບດຄຼິດທັງ 3 ແຫ່ງ ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ແລະ ໄດ້ຮັບບາດເຈັບອີກ 2 ຄົນ ໃນເຫດການລະເບີດຫ້ອງພັກຂອງອະພາດເມັ້ນແຫ່ງໜຶ່ງ ໃນເມືອງສຸຣາບາຢາ ໂດຍຈາກຈຳນວນຜູ້ເສຍຊີວິດກຸ່ມນີ້ ເຈົ້າໜ້າທີ່ເຊື່ອວ່າມີ 3 ຄົນເປັນຄົນຮ້າຍ, ສ່ວນອີກ 2 ຄົນເປັນຜູ້ຍິງທີ່ໜ້າຈະເປັນແມ່ລູກກັນ ແລະ ຍັງບໍ່ຊັດເຈນວ່າມີຄວາມສຳພັນໃດກັບຜູ້ເສຍຊີວິດ 3 ຄົນ ຫຼື ບໍ່? ແຕ່ໜຶ່ງໃນຜູ້ໄດ້ຮັບບາດເຈັບເປັນຜົວຂອງຜູ້ຍິງຄົນນີ້ ແລະ ເປັນໝູ່ກັບທ້າວ ຟູຕຼິອັນໂຕ ເຊິ່ງກໍ່ເຫດລະເບີດໂບດຄຼິສ.

ຕໍ່ມາທ່ານ ພົນຕຳຫຼວດເອກ ຕິໂຕ ຄານາວຽນ ຜູ້ບັນຊາການສຳນັກງານຕຳຫຼວດແຫ່ງຊາດຂອງອິນໂດເນເຊຍ ກ່າວວ່າພະນັກງານສືບສວນສອບສວນສັນນິຖານວ່າ ເຫດລະເບີດທັງ 3 ຄັ້ງ ໜ້າຈະມີການເຊື່ອມໂຍງກັບສະມາຊິກແກນນຳຂອງ JAD ເຊິ່ງກໍ່ເຫດຈະລາຈົນໃນຄຸກຄວາມໝັ້ນຄົງສູງ ຢູ່ນະຄອນຫຼວງຈາກາຕາ ເມື່ອາທິດທີ່ຜ່ານມາ.

ເຊິ່ງສະຖານະການຄວາມຮຸນແຮງຈາກເຫດລະເບີດທີ່ເມືອງສຸຣາບາຢາ ເກີດຂຶ້ນກ່ອນທີ່ນະຄອນຫຼວງຈາກາຕາ ແລະ ເມືອງສຸຣາບາຢາ ຈະເປັນເຈົ້າພາບຈັດການແຂ່ງຂັນເອຊຽນເກມ ໃນເດືອນສິງຫາ 2018 ນີ້, ທ່າມກາງຄວາມເປັນຫ່ວງຂອງຫຼາຍຝ່າຍຕໍ່ການຮຸກຮານຂອງກຸ່ມຫົວຮຸນແຮງ.





No comments

Powered by Blogger.