ອິດສະຣາແອນ-ປາເລສໄຕ ປະທະກັນຢ່າງດຸເດືອດໃນມື້ຍ້າຍສະຖານທູດ ສ.ອາເມຣິກາ ໄປຍັງເຢຣູຊາເລມ (ວິດີໂອ) - ອິດສະຫຼະ

ອິດສະຣາແອນ-ປາເລສໄຕ ປະທະກັນຢ່າງດຸເດືອດໃນມື້ຍ້າຍສະຖານທູດ ສ.ອາເມຣິກາ ໄປຍັງເຢຣູຊາເລມ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ພຶດສະພາ 2018 ທີ່ຜ່ານມາວ່າ: ເກີດການປະທະກັນຢ່າງດຸເດືອດຕະຫຼອດແນວຊາຍແດນເຂດກາຊາ ແລະ ເຂດເວສແບັງ ລະຫວ່າງປະຊາຊົນປາເລສໄຕ ກັບ ເຈົ້າໜ້າທີ່ກອງກຳລັງປ້ອງກັນອິດສະຣາແອນ ຕັ້ງແຕ່ຕອນເຊົ້າຂອງວັນຈັນ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ເຊິ່ງກົງກັບວັນຄົບຮອບ 70 ປີ ຂອງການສະຖາປະນາລັດອິດສະຣາແອນ ແລະ ໃນປີນີ້ສະຫະລັດ ອາເມຣິກາໄດ້ຍ້າຍສະຖານທູດຈາກນະຄອນຫຼວງເທວອາວີບ ມາຕັ້ງຍັງນະຄອນເຢຣູຊາເລມ ພາຍຫຼັງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດເມື່ອເດືອນທັນວາ 2017 ຮັບຮອງເອົານະຄອນເຢຣູຊາເລມເປັນນະຄອນຫຼວງຂອງອິດສະຣາແອນພຽງຝ່າຍດຽວ.

ເຊິ່ງຂໍ້ມູນຂອງກະຊວງສາທາລະນະສຸກປາເລສໄຕລະບຸຈຳນວນປະຊາຊົນທີ່ເສຍຊີວິດຈາກການປະທະກັນກັບເຈົ້າໜ້າທີ່ຂອງອິດສະຣາແອນມີຢ່າງໜ້ອຍ 52 ຄົນ ໜຶ່ງໃນນັ້ນເປັນເດັກນ້ອຍຜູ້ຊາຍອາຍຸ 14 ປີ ແລະ ຈຳນວນຜູ້ໄດ້ຮັບບາດເຈັບຢູ່ທີ່ປະມານ 2,000 ຄົນ, ໂດຍມີຄວາມເປັນໄປໄດ້ສູງທີ່ການສູນເສຍຈະເພີ່ມຂຶ້ນຫຼາຍກວ່ານີ້ ເນື່ອງຈາກສະຖານະການປະທະກັນຢ່າງດຸເດືອດເລີ່ມຂຶ້ນຕັ້ງແຕ່ພິທີເປີດສະຖານທູດສະຫະລັດ ອາເມຣິກາ ໃນນະຄອນເຢຣູຊາເລມຍັງບໍ່ທັນເລີ່ມ ແລະ ຄາດວ່າຈະແກ່ຍາວໄປອີກ 2-3 ວັນ, ໃນດ້ານຂອງຜູ້ນຳສະຫະລັດ ອາເມຣິກາບໍ່ໄດ້ເຂົ້າຮ່ວມພິທີເປີດ ແຕ່ສົ່ງຄະນະຜູ້ແທນທີ່ລວມເຖິງລູກເຂຍ ແລະ ລູກສາວເຂົ້າຮ່ວມແທນ, ໂດຍທ່ານ ໂດໂນ ທຣຳ ໄດ້ຖະແຫຼງຜ່ານວິດີໂອຄໍ ແລະ ລົງຂໍ້ຄວາມໃນ Twitter ເປີດສາກວ່າ: ເປັນວັນທີ່ຍິ່ງໃຫຍ່ສຳລັບອິດສະຣາແອນ.
ຂະນະດຽວກັນກໍ່ມີຍົນຂອງກອງກຳລັງປ້ອງກັນອິດສະຣາແອນບິນວ່ານໃບປິວເຕືອນປະຊາຊົນປາເລສໄຕໃນທັງສອງເຂດ ເຊິ່ງຖືກປິດລ້ອມໂດຍອິດສະຣາແອນ ໃຫ້ຫຼີກລ້ຽງການເຂົ້າໃກ້ຮົ້ວ ແລະ ສິ່ງກີດຂວາງແບ່ງເຂດແດນໃນໄລຍະນີ້ ເນື່ອງຈາກເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຈະໃຊ້ມາດຕະການຂັ້ນເດັດຂາດ ເພື່ອຄວບຄຸມສະຖານະການ.

ໃນອີກດ້ານໜຶ່ງ, ທ່ານ ໄອມານ ອັນ-ຊາວາຮິຣີ ຜູ້ນຳສູງສຸດຂອງກຸ່ມອັນ-ກໍອິດະ ໄດ້ອອກຖະແຫຼງການເປັນວິດີໂອທີ່ມີຊື່ວ່າ: ເທວອາວີບເປັນຂອງມຸດສະລິມເຊັ່ນກັນ ປຸກລະດົມໂລກມຸດສະລິມຮ່ວມກັນຕໍ່ຕ້ານສະຫະລັດ ອາເມຣິກາ ເຊິ່ງເປັນສັດຕູໝາຍເລກໜຶ່ງ ຕາມຄຳປະກາດຂອງທ່ານ ໂອຊາມາ ບິນ ລາເດນ ໂດຍຂັບໄລ່ກຸ່ມຄົນທີ່ບໍ່ມີຄວາມເຄົາລົບໃຫ້ໜີພົ້ນໄປຈາກດິນແດນອັນສັກສິດແຫ່ງນີ້.






No comments

Powered by Blogger.