ເກີດເຫດລະເບີດໂຈມຕີໂບດຄຼິສ 3 ແຫ່ງ ຢູ່ສຸຣາບາຢາ ອິນໂດເນເຊຍ (ວິດີໂອ) - ອິດສະຫຼະ

ເກີດເຫດລະເບີດໂຈມຕີໂບດຄຼິສ 3 ແຫ່ງ ຢູ່ສຸຣາບາຢາ ອິນໂດເນເຊຍ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 13 ພຶດສະພາ 2018 ວ່າ: ສຳນັກງານຕຳຫຼວດແຂວງຊວາຕາເວັນອອກ ລາຍງານວ່າເກີດເຫດລະເບີດ ເຊິ່ງລວມມີທັງການລະເບີດຂ້າຕົວຕາຍ ໂຈມຕີໂບດ 3 ແຫ່ງທີ່ຕັ້ງຢູ່ໃນບໍລິເວນໃກ້ຄຽງກັນ ໃນເມືອງສຸຣາບາຢາ ເຊິ່ງເປັນເມືອງເອກຂອງແຂວງຊວາຕາເວັນອອກ ແລະ ເປັນເມືອງໃຫຍ່ອັນດັບ 2 ຂອງປະເທດອິນໂດເນເຊຍຮອງຈາກນະຄອນຫຼວງຈາກາຕາ ໂດຍການລະເບີດຄັ້ງທຳອິດເກີດຂຶ້ນເມື່ອເວລາປະມານ 7:30 ໂມງ ຕາມເວລາທ້ອງຖິ່ນ ແລະ ການລະເບີດຄັ້ງຕໍ່ມາເກີດຂຶ້ນຫຼັງຈາກນັ້ນປະມານ 10 ນາທີ ແຮງລະເບີດເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ໄດ້ຮັບບາດເຈັບອີກ 13​ ຄົນ ພາຍຫຼັງເກີດເຫດຍັງບໍ່ມີບຸກຄົນໃດ ຫຼື ກຸ່ມໃດອອກມາສະແດງທ່າທີວ່າຢູ່ເບື້ອງຫຼັງເທື່ອ.

ອິນໂດເນເຊຍ ຖືເປັນປະເທດມຸດສະລິມຂະໜາດໃຫຍ່ທີ່ສຸດຂອງໂລກ ດ້ວຍອັດຕາສ່ວນປະຊາກອນທີ່ນັບຖືສາສະໜາອິດສະລາມ 87% ຈາກຈຳນວນປະຊາຊົນປະມານ 261 ລ້ານຄົນ ແຕ່ອິນໂດເນເຊຍເປັນປະເທດທີ່ປະກາດຈຸດຢືນເປັນລັດສາຍກາງທາງສາສະໜາຕະຫຼອດມາ ເພື່ອການດຳເນີນຊີວິດຮ່ວມກັນຢ່າງສະຫງົບສຸກຂອງປະຊາຊົນທຸກເຊື້ອຊາດ ແລະ ທຸກສາສະໜາ, ເຖິງຢ່າງໃດກໍ່ຕາມ ສາສະໜາຄຼິສໃນອິນໂດເນເຊຍ ຕົກເປັນເປົ້າໝາຍຂອງການກໍ່ເຫດຮຸນແຮງຫຼາຍຄັ້ງໃນໄລຍະ 3-4 ປີຜ່ານມາ, ຫວນຄືນກັບໄປເມື່ອເດືອນກຸມພາ ປີນີ້ ຕຳຫຼວດອິນໂດເນເຊຍໄດ້ຈັບກຸມຜູ້ຊາຍຄົນໜຶ່ງທີ່ກໍ່ເຫດໃຊ້ຄາບທຳຮ້າຍຊາວຄຼິສໄດ້ຮັບບາດເຈັບ 4 ຄົນ ໃນໂບດທີ່ເມືອງສະເລມານ ໃນເຂດຍອກຢາກາຕາ ເບາະຊວາ.





No comments

Powered by Blogger.