ອະດີດນາຍົກມາເລເຊຍ ຫຼັງໝົດອຳນາດຖືກສັ່ງຫ້າມອອກນອກປະເທດ ເຈົ້າໜ້າທີ່ບຸກຄົ້ນຫ້ອງພັກ ພົວພັນສໍ້ລາດບັງຫຼວງ - ອິດສະຫຼະ

ອະດີດນາຍົກມາເລເຊຍ ຫຼັງໝົດອຳນາດຖືກສັ່ງຫ້າມອອກນອກປະເທດ ເຈົ້າໜ້າທີ່ບຸກຄົ້ນຫ້ອງພັກ ພົວພັນສໍ້ລາດບັງຫຼວງ



ສຳນັກຂ່າວຕ່າງປະເທດລາຍງານ 13 ພຶດສະພາ 2018 ວ່າ: ເຈົ້າໜ້າທີ່ຕຳຫຼວດມາເລເຊຍຍົກລະດັບກຳລັງເຂົ້າກວດຄົ້ນຫ້ອງພັກສຸດຫຼູ ຢູ່ອະພາດເມັ້ນແຫ່ງໜຶ່ງ ໃນນະຄອນຫຼວງກົວລາລຳເປີ ຂອງຍາດພີ່ນ້ອງທ່ານ ຈາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ, ເຊິ່ງເກີດຂຶ້ນພາຍຫຼັງທີ່ທ່ານ ດ.ຣ ມະຫາເທ ໂມຣຳໝັດ ນາຍົກລັດຖະມົນຕີຄົນໃໝ່ຂອງມາເລເຊຍ ຈາກພັກຝ່າຍຄ້ານ ພັກປາກາຕັນ ຮາຣາຟັນ ຫຼື ພັນທະມິດແຫ່ງຄວາມຫວັງໃໝ່ ຂຶ້ນສູ່ອຳນາດ ພາຍຫຼັງຊະນະການເລືອກຕັ້ງຄັ້ງທຳອິດໃນຮອບ 61 ປີ ເມື່ອວັນທີ 9 ພຶດສະພາ 2018 ທີ່ຜ່ານມາ ໄດ້ອອກຄຳສັ່ງຫ້າມບໍ່ໃຫ້ທ່ານ ນາຈິບ ຣາຊັກ ແລະ ພັນລະຍາເດີນທາງອອກນອກປະເທດ ເພາະສົງໄສວ່າມີສ່ວນພົວພັນກະທຳຄວາມຜິດທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງມູນຄ່າຫຼາຍພັນລ້ານໂດລາສະຫະລັດ ຈາກກອງທຶນເພື່ອການພັດທະນາປະເທດ (1MBD), ເຈົ້າໜ້າທີ່ຕຳຫຼວດລະດັບສູງໄດ້ເປີດເຜີຍວ່າ ຕຳຫຼວດກວດຄົ້ນພາຍຫຼັງໄດ້ຄຳຮ້ອງວ່າ ມີລົດປ້າຍທະບຽນລັດຄັນໜຶ່ງໄດ້ຂົນກ່ອງຈຳນວນຫຼາຍ ລວມໄປເຖິງກະເປົ໋າຖືຂອງຜູ້ຍິງທີ່ມີລາຄາສູງ ແລະ ອື່ນໆຈາກຫ້ອງພັກຂອງຍາດພີ່ນ້ອງທ່ານ ນາຈິບ ຣາຊັກ ໄດ້ຍັງຫ້ອງພັກຂອງທ່ານ ນາງ ຣອສມາ ແມນຊູ ພັນລະຍາຂອງທ່ານ ນາຈິບ ຣາຊັກ.


ສ່ວນໂຄສົກຂອງທ່ານ ນາຈິບ ຣາຊັກ ຍັງບໍ່ໄດ້ສະແດງຄວາມຄິດເຫັນຕໍ່ກັບເລື່ອງນີ້ ເພາະຍັງຕິດຕໍ່ກັບທ່ານ ນາຈິບ ຣາຊັກ ບໍ່ໄດ້, ເຊິ່ງໜຶ່ງໃນນະໂຍບາຍທີ່ສຳຄັນຂອງລັດຖະບານຊຸດໃໝ່ນີ້ຄື ການກວດສອບການສໍ້ລາດບັງຫຼວງໃນກອງທຶນພັດທະນາແຫ່ງຊາດ ທີ່ທ່ານ ນາຈິບ ຣາຊັກ ເປັນຜູ້ກໍ່ຕັ້ງ ເມື່ອປີ 2009 ແລະ ມີການຍັກຍອກເງິນຫຼາຍກວ່າ 4,500 ລ້ານໂດລາສະຫະລັດ.

ເຊິ່ງເມື່ອວັນທີ 12 ພຶດສະພາ 2018 ທີ່ຜ່ານມານັ້ນ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງກໍ່ໄດ້ອອກຖະແຫຼງວ່າ: ທ່ານ ນາຈິບ ຣາຊັກ ແລະ ຄອບຄົວແມ່ນມີລາຍຊື່ຢູ່ໃນບັນຊີດຳຫ້າມອອກນອກປະເທດ, ພາຍຫຼັງມີກະແສຂ່າວວ່າທ່ານ ແລະ ຄອບຄົວຈະເດີນທາງໄປຍັງປະເທດອິນໂດເນເຊຍ, ນອກຈາກນີ້ທ່ານ ນາຈິບ ຣາຊັກ ຍັງໄດ້ຖະແຫຼງລາອອກຈາກຫົວໜ້າພັກມະລາຢູສາມັກຄີແຫ່ງຊາດ ເຊິ່ງເປັນພັກຂະໜາດໃຫຍ່ທີ່ສຸດຂອງມາເລເຊຍ ພ້ອມທັງປະຕິເສດການວ່າມີການກະກຽມເພື່ອຫຼົບໜີອອກນອກປະເທດ.

No comments

Powered by Blogger.