ຢືນຢັນສະຖານທີ່ ສິງກະໂປ ເປັນເຈົ້າພາບຈັດປະຊຸມສຸດຍອດລະຫວ່າງຜູ້ນຳ ສ.ອາເມຣິກາ-ເກົາຫຼີເໜືອ - ອິດສະຫຼະ

ຢືນຢັນສະຖານທີ່ ສິງກະໂປ ເປັນເຈົ້າພາບຈັດປະຊຸມສຸດຍອດລະຫວ່າງຜູ້ນຳ ສ.ອາເມຣິກາ-ເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 11 ພຶດສະພາ 2018 ວ່າ:​ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາກ່າວເມື່ອວັນພະຫັດ ທີ່ຜ່ານມາວ່າ: ທ່ານຕ້ອງການເຮັດບາງສິ່ງບາງຢ່າງທີ່ມີຄວາມໝາຍຄວາມສຳຄັນ ເພື່ອນຳໄປສູ່ການປິດສາກໂຄງການພັດທະນາອາວຸດນິວເຄຼຍຂອງເກົາຫຼີເໜືອ ລະຫວ່າງການພົບປະຫາລືກັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ຜູ້ນຳສະຫະລັດ ອາເມຣິກາ ໄດ້ປະກາດຜ່ານທາງ Twitter ວ່າ ຈະເກີດຂຶ້ນໃນວັນທີ 12 ມິຖຸນາ 2018 ນີ້ ທີ່ປະເທດສິງກະໂປ ເຊິ່ງຈະເປັນການປະຊຸມຢ່າງເປັນທາງການຄັ້ງທຳອິດລະຫວ່າງຜູ້ນຳສະຫະລັດ ອາເມຣິກາ ກັບ ຜູ້ນຳສູງສຸດຂອງເກົາຫຼີເໜືອ.
ເຖິງຢ່າງໃດກໍ່ຕາມ,​ ແຫຼ່ງຂ່າວໃນທຳນຽບຂາວເປີດເຜີຍກັບສຳນັກຂ່າວ Rueters ວ່າ ຫາກໃນໄລຍະນີ້ລັດຖະບານເກົາຫຼີເໜືອຍັງມີການກະທຳທີ່ເປັນໄພໃນຮູບແບບໃດກໍ່ຕາມ ການພົບປະຫາລືທີ່ສິງກະໂປອາດຈະບໍ່ເກີດຂຶ້ນ ໂດຍບໍ່ໄດ້ລົງເລິກລາຍລະອຽດ ແຕ່ບັນຍາກາດຢູ່ແຫຼມເກົາຫຼີຕອນນີ້ມີທິດທາງຜ່ອນຄາຍຫຼາຍຂຶ້ນເລື້ອຍໆ ນັບຕັ້ງແຕ່ເກົາຫຼີເໜືອເຂົ້າຮ່ວມແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເກົາຫຼີໃຕ້ເປັນເຈົ້າພາບ ເມື່ອເດືອນກຸມພາ ທີ່ຜ່ານມາ.
ຫຼັງຈາກນັ້ນບໍ່ດົນ ກໍ່ໄດ້ມີການພົບປະຫາລືຄັ້ງທຳອິດໃນຮອບ 11 ປີ ລະຫວ່າງຜູ້ນຳສູງສຸດຂອງເກົາຫຼີເໜືອ ກັບ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ຢູ່ບ້ານປັນມຸນຈອມ ເຂດປອດທະຫານ ທີ່ເປັນຊາຍແດນຮ່ວມຂອງສອງເກົາຫຼີ ເບື້ອງເກົາຫຼີໃຕ້ ເມື່ອວັນທີ 27 ເມສາ 2018 ທີ່ຜ່ານມາ ແລະ ຫຼ້າສຸດລັດຖະບານເກົາຫຼີເໜືອໄດ້ມອບອິດສະຫຼະພາບໃຫ້ແກ່ປະຊາຊົນອາເມຣິກາ 3 ຄົນ ທີ່ຖືກຄວບຄຸມຕົວຢູ່ເກົາຫຼີເໜືອເປັນເວລາເກືອບ 3 ປີຜ່ານມາ ໂດຍທັງສາມເດີນທາງກັບເຖິງນະຄອນຫຼວງວໍຊິງຕັນ ພ້ອມກັບທ່ານ ໄມ ພອມແນວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ທີ່ເດີນທາງຢ້ຽມຢາມເກົາຫຼີເໜືອໃນອາທິດນີ້.


ໃນດ້ານຂອງທ່ານ ວິວຽນ ບາລາກຼິຊະນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ຢືນຢັນການເປັນເຈົ້າພາບຈັດກອງປະຊຸມສຸດຍອດລະຫວ່າງຜູ້ນຳສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອ ເພື່ອຮ່ວມສ້າງສັນຕິພາບຢູ່ແຫຼມເກົາຫຼີ ໂດຍສິງກະໂປເຄີຍເປັນສະຖານທີ່ຈັດກອງປະຊຸມພົບປະຫາລືລະຫວ່າງທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ກັບ ທ່ານ ໝ່າ ອິງ-ຈິ້ວ ຜູ້ນຳໄຕ້ຫວັນ ເມື່ອເດືອນພະຈິກ ປີ 2015 ທີ່ຜ່ານມາ.


No comments

Powered by Blogger.