ອິດສະຣາແອນໂຈມຕີຊີຣີ ດ້ວຍຂີປະນາວຸດ 60 ລູກ ອ້າງຕອບໂຕ້ອີຣານ, ຂະນະທີ່ລັດເຊຍເຕືອນໃຫ້ທຸກຝ່າຍຢຸດ - ອິດສະຫຼະ

ອິດສະຣາແອນໂຈມຕີຊີຣີ ດ້ວຍຂີປະນາວຸດ 60 ລູກ ອ້າງຕອບໂຕ້ອີຣານ, ຂະນະທີ່ລັດເຊຍເຕືອນໃຫ້ທຸກຝ່າຍຢຸດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ພຶດສະພາ 2018 ວ່າ: ທ່ານ ມິຄາອິວ ບັອກຕານັອບ ຮອງລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວເມື່ອວັນພະຫັດ ທີຜ່ານມາວ່າ: ລັດຖະບານລັດເຊຍໄດ້ພົວພັນກັບທຸກຝ່າຍ ທີ່ກ່ຽວຂ້ອງກັບສະຖານະການຄວາມເຄັ່ງຕຶງຢູ່ພູພຽງໂກລັນ ປະເທດຊີຣີໃນຕອນນີ້ ແລະ ຂໍໃຫ້ຄູ່ກໍລະນີທັງໝົດຢຸດຕິການໃຊ້ຄວາມຮຸນແຮງຕໍ່ກັນ ເນື່ອງຈາກບັນຫານີ້ອາດມີພັດທະນາການໄປສູ່ການສ້າງຄວາມບໍ່ສະບາຍໃຈໃຫ້ແກ່ລັດເຊຍ.
ໃນເວລາດຽວກັນ, ກະຊວງປ້ອງກັນປະເທດລັດເຊຍກໍ່ໄດ້ອອກຖະແຫຼງການວ່າ ກອງກຳລັງປ້ອງກັນຕົນເອງອິດສະຣາແອນ ໄດ້ໃຊ້ຍົນຮົບ 28 ລຳ ສ່ວນໃຫຍ່ເປັນຍົນຂັບໄລ່ F-15 ແລະ F-16 ລະດົມຍິງຂີປະນາວຸດລວມ 60 ລູກ ໂຈມຕີເປົ້າໝາຍຫຼາຍແຫ່ງທັງຢູ່ພູພຽງໂກລັນ ໃນເຂດຢຶດຄອງຂອງຊີຣີ ແລະ ບາງສ່ວນທາງພາກຕາເວັນຕົກສຽງໃຕ້ຂອງນະຄອນຫຼວງດາມັດສະກັດ ເມື່ອຕອນເຊົ້າມືດຂອງວັນພະຫັດ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ເພື່ອທຳລາຍຄັງອາວຸດ ແລະ ລະບົບເຣດາ, ລວມໄປເຖິງຖານທີ່ໝັ້ນອີກຫຼາຍແຫ່ງຂອງອີຣານ ທີ່ຢູ່ໃນບໍລິເວນນັ້ນ ແຕ່ລາຍງານລະບຸວ່າລະບົບປ້ອງກັນໄພທາງອາກາດຂອງຊີຣີ ສາມາດສະກັດຂີປະນາວຸດອິດສະຣາແອນໄດ້ຫຼາຍກວ່າເຄິ່ງ.

ໃນດ້ານຂອງຖະແຫຼງການກອງກຳລັງປ້ອງກັນຕົນເອງອິດສະຣາແອນລະບຸວ່າ ປະຕິບັດການທາງທະຫານດັ່ງກ່າວຄືການຕອບໂຕ້ທີ່ໜ່ວຍຮົບພິເສດຂອງກອງກຳລັງປະຕິວັດອີຣານ ທີ່ຍິງຂີປະນາວຸດປະມານ 20 ລູກ ອອກຈາກຖານທີ່ໝັ້ນໃນເຂດພູພຽງໂກລັນ ເຂົ້າໄປຍັງດິນແດນຂອງອິດສະຣາແອນ ແຕ່ລະບົບປ້ອງກັນໄພທາງອາກາດສາມາດສະກັດຂີປະນາວຸດໄດ້ບາງສ່ວນ ໂດຍບໍ່ມີການສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນພື້ນທີ່ ແລະ ອິດສະຣາແອນໄດ້ແຈ້ງໃຫ້ທ່ານ ປູຕິນ ຮັບຊາບແລ້ວ ກ່ອນທີ່ຈະປະຕິບັດການໂຈມຕີຕອບໂຕ້, ເຊິງທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ແມ່ນຢູ່ໃນລະຫວ່າງການເດີນທາງຢ້ຽມຢາມນະຄອນຫຼວງມົດສະກູຢູ່ໃນອາທິດນີ້.

ຂະນະດຽວກັນ,​ຖະແຫຼງການຂອງກອງກຳລັງປ້ອງກັນຕົນເອງອິດສະຣາແອນລະບຸວ່າ: ທະຫານລະດັບສູງຂອງອີຣານທີ່ຢູ່ເບື້ອງຫຼັງປະຕິບັດການໂຈມຕີອິດສະຣາແອນຄື ທ່ານ ພົນເອກ ກັສເຊັມ ສະໄລມານີ ຜູ້ບັນຊາການກອງກຳລັງພິເສດ, ເຖິງຢ່າງໃດກໍ່ຕາມ ກະຊວງການຕ່າງປະເທດອີຣານ ແລະ ກອງກຳລັງປະຕິບັດອີຣານ ຍັງບໍ່ສະແດງທ່າທີຕໍ່ສະຖານະການທີ່ເກີດຂຶ້ນ ຕໍ່ມາອົງກອນສັງເກດການດ້ານສິດທິມະນຸດຊີຣີ ລາຍງານຜົນຂອງການປະຕິບັດການໂຈມຕີຈາກອິດສະຣາແອນໃນຄັ້ງນີ້ວ່າ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 23 ຄົນ, ໃນຈຳນວນນີ້ຢ່າງໜ້ອຍ 5 ຄົນເປັນທະຫານຊີຣີ ຖືເປັນປະຕິບັດການໂຈມຕີທາງທະຫານຂອງອິດສະຣາແອນຕໍ່ຊີຣີຄັ້ງໃຫຍ່ທີ່ສຸດ ນັບຕັ້ງແຕ່ສົງຄາມຍົມຄິບປູ (Yom Kippur) ເມື່ອປີ 1973 ແລະ ເກີດຂຶ້ນໃນຂະນະທີ່ຍັງບໍ່ເຖິງ 2​ ວັນ ພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດນຳສະຫະລັດ ອາເມຣິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍອີຣານ.


No comments

Powered by Blogger.