ສ.ອາເມຣິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍກັບອີຣານ - ອິດສະຫຼະ

ສ.ອາເມຣິກາ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍກັບອີຣານ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 8 ພຶດສະພາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຖະແຫຼງເມື່ອວັນອັງຄານ ທີ່ຜ່ານມາວ່າ: ສະຫະລັດ ອາເມຣິກາ ຂໍຖອນຕົວອອກຈາກການເປັນຄູ່ຮ່ວມໃນຂໍ້ຕົກລົງນິວເຄຼຍຂອງອີຣານ ເຊິ່ງເປັນຂໍ້ຕົກລົງທີ່ຊົ່ວຮ້າຍທີ່ສຸດ ແລະ ເປັນສິ່ງທີ່ບໍ່ຄວນເກີດຂຶ້ນຕັ້ງແຕ່ຕົ້ນ ເນື່ອງຈາກເປັນພັນທະລະຫວ່າງປະເທດທີ່ບໍ່ມີທາງຢຸດຢັ້ງຄວາມພະຍາຍາມຂອງອີຣານ ໃນການພັດທະນາອາວຸດນິວເຄຼຍໄດ້ ພ້ອມທັງເຕືອນວ່າ ລັດຖະບານອີຣານ ອາດຕ້ອງພົບກັບຄວາມຍາກລຳບາກຫາກກັບໄປເດີນໜ້າພັດທະນານິວເຄຼຍ ໂດຍບໍ່ໄດ້ລົງເລິກລາຍລະອຽດແຕ່ຢ່າງໃດ.
ເຊິ່ງການທີ່ລັດຖະບານສະຫະລັດ ອາເມຣິກາ ບໍ່ລົງນາມຮັບຮອງຂໍ້ຕົກລົງດັ່ງກ່າວອີກຕໍ່ໄປ ທີ່ໄດ້ລົງນາມໄປເມື່ອປີ 2015 ນັ້ນ ມີຄວາມເປັນໄປໄດ້ສູງທີ່ມາດຕະການຂວໍ້າບາດທີ່ເຄີຍຖືກຍົກເວັ້ນມາຕັ້ງແຕ່ຕອນນັ້ນຈົນເຖິງປັດຈຸບັນ ແລະ ຂໍ້ຕົກລົງທາງທຸລະກິດລະຫວ່າງຜູ້ປະກອບການຂອງສະຫະລັດ ອາເມຣິກາ ແລະ ອີຣານ ຈະໄດ້ຮັບຜົນກະທົບ, ເຊິ່ງລວມເຖິງໃບອະນຸຍາດການຮ່ວມມືທາງການຄ້າລະຫວ່າງບໍລິສັດໂບອິ້ງ ກັບ ລັດຖະບານອີຣານ, ໂດຍທ່ານ ສະຕີບ ມະນູຊິນ ລັດຖະມົນຕີກະຊວງການເງິນຂອງສະຫະລັດ ອາເມຣິກາ ກ່າວວ່າໃບອະນຸຍາດດັ່ງກ່າວ ຕ້ອງຖືກຍົກເລີກ, ໃນດ້ານຂອງບໍລິສັດໂບອິ້ງ ອອກຖະແຫຼງການກ່ຽວກັບເລື່ອງນີ້ວ່າ ຈະມີການປຶກສາຫາລືກັບລັດຖະບານສະຫະລັດ ອາເມຣິກາ ໃນເລື່ອງນີ້, ສ່ວນແອບັສຍັງບໍ່ສະແດງຄວາມຄິດເຫັນ.

ນອກຈາກນີ້, ທ່ານ ສະຕີບ ມະນູຊິນ ຍັງກ່າວເຖິງມາດຕະການຂວໍ້າບາດທີ່ຈະມີການຟື້ນຟູໂດຍຄວບຄຸມເຖິງອຸດສາຫະກຳນ້ຳມັນດິບຂອງອີຣານ ທີ່ປັດຈຸບັນຖືເປັນປະເທດຜູ້ຜະລິດນ້ຳມັນລາຍໃຫຍ່ອັນດັບທີ 5 ຂອງໂລກ, ເຊິ່ງໃນກໍລະນີຂອງການຊື້-ຂາຍນ້ຳມັນຕ້ອງຢຸດຕິພາຍໃນ 180 ວັນ, ຄຳກ່າວຂອງທ່ານ ສະຕີບ ມະນູຊິນ ສົ່ງຜົນໃຫ້ສັນຍາຊື້-ຂາຍນ້ຳມັນດິບລ່ວງໜ້າໃນຕະຫຼາດໂລກປັ່ນປ່ວນ, ເຊັ່ນດຽວກັນກັບຕະຫຼາດຮຸ້ນ Wall Street ທີ່ເຄື່ອນໄຫວໃນແດນລົບຕະຫຼອດວັນທີ່ຜ່ານມາ.

ຂະນະທີ່ທ່ານ ຮັສຊັນ ໂຣຮານີ ປະທານປະເທດອີຣານ ກ່າວວ່າອີຣານຈະຍັງຄົງຢຶດໝັ້ນຕາມຂໍ້ຕົກລົງສະບັບນີ້ຕໍ່ໄປ ແຕ່ພ້ອມຈະກັບມາເດີນໜ້າໂຄງການເສີມສ້າງຄວາມສາມາດດ້ານຢູເຣນຽມອີກຄັ້ງ ຫາກເຖິງຍາມຈຳເປັນ ແລະ ກ່າວອີກວ່າຈະມີການປຶກສາຫາລືກັບລັດຖະບານຂອງປະເທດທີ່ຍັງເຫຼືອຢູ່ໃນຂໍ້ຕົກລົງພາຍໃນອະນາຄົດອັນໃກ້ນີ້ໄດ້ແກ່: ລັດເຊຍ, ຝຣັ່ງ, ອັງກິດ, ຈີນ ແລະ ເຢຍລະມັນ.
ໃນດ້ານຂອງກະຊວງການຕ່າງປະເທດອາຣັບບີ ຊາອູດິດ ແລະ ອິດສະຣາແອນ ອອກຖະແຫຼງການສະແດງຄວາມຊົມເຊີຍສະຫະລັດ ອາເມຣິກາ ທີ່ຖອນຕົວຈາກຂໍ້ຕົກລົງນິວເຄຼຍກັບອີຣານ, ແຕ່ທ່ານ ບາຣັກ ໂອບາບາ ອະດີດປະທານປະເທດສະຫະລັດ ອາເມຣິກາ ເຊິ່ງເປັນຜູ້ລົງນາມໃນຂໍ້ຕົກລົງດັ່ງກ່າວເມື່ອ 3 ປີກ່ອນ ໄດ້ລົງຂໍ້ຄວາມໃນ Twitter ວ່າ: ການຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍກັບອີຣານ ຄືຄວາມຜິດພາດຄັ້ງໃຫຍ່ຫຼວງ ແລະ ມີແຕ່ຈະຍິ່ງສ້າງຄວາມເສື່ອມເສຍໃຫ້ແກ່ສະຫະລັດ ອາເມຣິກາ ໃນເວທີສາກົນ.



No comments

Powered by Blogger.