ລັດຖະມົນຕີຕ່າງປະເທດ ສ.ອາເມຣິກາ ຢ້ຽມຢາມເກົາຫຼີເໜືອ ເພື່ອກະກຽມຈັດກອງປະຊຸມຜູ້ນຳສອງປະເທດ - ອິດສະຫຼະ

ລັດຖະມົນຕີຕ່າງປະເທດ ສ.ອາເມຣິກາ ຢ້ຽມຢາມເກົາຫຼີເໜືອ ເພື່ອກະກຽມຈັດກອງປະຊຸມຜູ້ນຳສອງປະເທດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 8 ພຶດສະພາ 2018 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວເມື່ອວັນອັງຄານ ທີ່ຜ່ານມາວ່າ: ໄດ້ສົ່ງທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມນະຄອນຫຼວງປຽງຢາງ ເຊິ່ງຖືເປັນຄັ້ງທີ່ 2 ຂອງການຢ້ຽມຢາມເກົາຫຼີເໜືອຂອງທ່ານ ໄມ ພອມແພວ ໄລຍະພຽງ 1 ເດືອນກວ່າ, ການການຢ້ຽມຢາມຄັ້ງທຳອິດເກີດຂຶ້ນໃນທ້າຍເດືອນມີນາ 2018 ເຖິງຕົ້ນເດືອນເມສາ ທີ່ຜ່ານມາ ແລະ ໃນຕອນນັ້ນທ່ານ ໄມ ພອມແພວ ຍັງຢູ່ໃນຕຳແໜ່ງຜູ້ອຳນວຍການສຳນັກຂ່າວກອງກາງ (CIA) ຢູ່.
ເຊິ່ງຜູ້ນຳສະຫະລັດ ອາເມຣິກາ ຍັງກ່າວອີກວ່າ ພາລະກິດຂອງທ່ານ ໄມ ພອມແພວ ໃນຄັ້ງນີ້ຈະເປັນການພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອ ເພື່ອກຽມຄວາມພ້ອມສຳລັບການປະຊຸມລະຫວ່າງຕົວຂອງທ່ານ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ຫຼາຍຝ່າຍເຊື່ອວ່າຈະເກີດຂຶ້ນໃນໄລຍະຕົ້ນເດືອນມິຖຸນາ 2018 ນີ້, ເຖິງແມ່ນວ່າຍັງບໍ່ມີການເປີດເຜີຍເຖິງສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດດັ່ງກ່າວ ແຕ່ສື່ຂອງເກົາຫຼີໃຕ້ຫຼາຍແຫ່ງລາຍງານວ່າ ມີຄວາມເປັນໄປໄດ້ຫຼາຍທີ່ສຸດຄື ປະເທດສິງກະໂປ.

ຂະນະດຽວກັນທ່ານ ໂດໂນ ທຣຳ ກ່າວວ່າຈະເປັນສິ່ງທີ່ດີຢ່າງຍິ່ງ ຫາກເກົາຫຼີເໜືອມອບອິດສະຫຼະພາບໃຫ້ແກ່ປະຊາຊົນອາເມຣິກາ ເຊື້ອສາຍເກົາຫຼີ 3 ຄົນ ທີ່ຖືກຈັບກຸມ ແລະ ຕັດສິນໂທດໃຫ້ໃຊ້ແຮງງານໜັກເມື່ອ 2 ປີຜ່ານມາ, ແຕ່ທ່ານ ໄມ ພອມແພວ ກ່າວກ່ອນອອກເດີນທາງວ່າ ທ່ານຍັງບໍ່ໄດ້ຮັບແຈ້ງຈາກລັດຖະບານເກົາຫຼີເໜືອ ກ່ຽວກັບສະຖານະຂອງປະຊາຊົນອາເມຣິກາທັງ 3 ຄົນ, ເຖິງຢ່າງໃດກໍ່ຕາມ ທ່ານ ຫວັງເປັນຢ່າງຍິ່ງວ່າເກົາຫຼີເໜືອ ຈະເຮັດໃນສິ່ງທີ່ຖືກຕ້ອງ ເຊິ່ງຈະເປັນການປົວແປງສາຍພົວພັນລະຫວ່າງສອງປະເທດ.

ເຖິງຢ່າງໜຶ່ງ, ການຢ້ຽມຢາມນະຄອນຫຼວງປຽງຢາງຂອງທ່ານ ໄມ ພອມແພວ ເກີດຂຶ້ນໃນເວລາດຽວກັນກັບທີ່ທາງການຈີນໄດ້ເຜີຍແຜ່ຂ່າວວ່າ ທ່ານ ຄິມ ຈອງ-ອຶນ ເດີນທາງດ້ວຍຖ້ຽວບິນພິເສດຂອງເກົາຫຼີເໜືອ ໄປຍັງເມືອງຕ້າຫຼຽນ ມົນທົນຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ ເພື່ອພົບປະຫາລືກັບທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໃນລະຫວ່າງວັນຈັນ ແລະ ວັນອັງຄານ ທີ່ຜ່ານມາ ເຊິ່ງຖືເປັນການເດີນທາງອອກນອກປະເທດໂດຍມີການເປີດເຜີຍທາງເປັນທາງການຄັ້ງທີ 2 ຂອງທ່ານ ຄິມ ຈອງ-ອຶນ ນັບຕັ້ງແຕ່ຂຶ້ນສູ່ຕຳແໜ່ງຜູ້ນຳສູງສຸດຂອງເກົາຫຼີເໜືອຕໍ່ຈາກຜູ້ເປັນພໍ່ ເມື່ອທ້າຍປີ 2011 ແລະ ເປັນການຢ້ຽມຢາມຈີນເປັນຄັ້ງທີ 2 ຕໍ່ຈາກການຢ້ຽມຢາມຄັ້ງທຳອິດ ເມື່ອທ້າຍເດືອນມີນາ ທີ່ຜ່ານມາ.


No comments

Powered by Blogger.