ທ່ານ ຄິມ ຈອງ-ອຶນ ໄປພົບທ່ານ ສີ ຈິ້ນຜິງ ແບບລັບໆ ກ່ອນການພົບປະຫາລືກັບຜູ້ນຳ ສ.ອາເມຣິກາ - ອິດສະຫຼະ

ທ່ານ ຄິມ ຈອງ-ອຶນ ໄປພົບທ່ານ ສີ ຈິ້ນຜິງ ແບບລັບໆ ກ່ອນການພົບປະຫາລືກັບຜູ້ນຳ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 8 ພຶດສະພາ 2018 ທີ່ຜ່ານມາວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໄດ້ສ້າງຄວາມປະຫຼາດໃຈໃຫ້ແກ່ປະຊາຄົມໂລກອີກຄັ້ງ ດ້ວຍການເດີນທາງແບບລັບໆດ້ວຍຍົນໄປຍັງປະເທດຈີນ ເພື່ອພົບປະຫາລືກັບທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ກ່ອນທີ່ທ່ານ ຄິມ ຈອງ-ອຶືນ ຈະປະຊຸມສຸດຍອດຮ່ວມກັບທ່ານ ໂດໂນ ທຣຳ ຜູ້ນຳສະຫະລັດ ອາເມຣິກາ ທີ່ຄາດວ່າຈະຈັດຂຶ້ນໃນເດືອນມິຖຸນາ 2018 ນີ້.

ໂດຍການພົບປະກັນເມື່ອວັນຈັນ ແລະ ວັນອັງຄານ ທີ່ຜ່ານມາຢູ່ເມືອງຕ້າຫຼຽນ ໃນມົນທົນຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ ຖືເປັນຄັ້ງທີ 2 ຂອງການພົບປະລະຫວ່າງທ່ານ ຄິມ ຈອງ-ອຶນ ກັບ ທ່ານ ສີ ຈິ້ນຜິງ ໃນໄລຍະບໍ່ພໍເທົ່າໃດອາທິດຜ່ານມາ, ເຊິ່ງຄັ້ງທຳອິດທ່ານ ຄິມ ຈອງ-ອຶນ ແລະ ຄະນະໄດ້ເດີນທາງໂດຍລົດໄຟຂ້າມຊາຍແດນໄປຍັງນະຄອນຫຼວງປັກກິ່ງ ໃນເດືອນມີນາ ທີ່ຜ່ານມາ, ເຊິ່ງເປັນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງທ່ານ ຄິມ ຈອງ-ອຶນ ນັບຕັ້ງແຕ່ຂຶ້ນສູ່ຕຳແໜ່ງຜູ້ນຳສູງສຸດເມື່ອ 6 ປີກ່ອນ.

ສະຖານທີ CCTV ຂອງຈີນລາຍງານໂດຍອ້າງຄຳກ່າວຂອງທ່ານ ສີ ຈິ້ນຜິງ ວ່າຈີນສະໜັບສະໜູນໃຫ້ເກົາຫຼີເໜືອຢຶດໝັ້ນຕໍ່ການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ ລວມທັງສະໜັບສະໜູນເກົາຫຼີເໜືອ ແລະ ສະຫະລັດ ອາເມຣິກາ ໃນການແກ້ໄຂບັນຫາຄວາມຂັດແຍ່ງຢູ່ແຫຼມເກົາຫຼີ ໂດຍຜ່ານການເຈລະຈາ ແລະ ການປຶກສາຫາລື, ສ່ວນທ່ານ ຄິມ ຈອງ-ອຶນ ກ່າວວ່າເກົາຫຼີເໜືອຢຶດໝັ້ນຕໍ່ການປົດອາວຸດນິວເຄຼຍ ແລະ ບໍ່ຈຳເປັນທີ່ຈະຕ້ອງຄອບຄອງອາວຸດຮ້າຍແຮງນັ້ນ ຫາກຄູ່ກໍລະນີທີ່ກ່ຽວຂ້ອງຍົກເລີກນະໂຍບາຍທີ່ເປັນສັດຕູ ແລະ ເປັນໄພຮຸກຮານຕໍ່ຄວາມໝັ້ນຄົງຂອງເກົາຫຼີເໜືອ ເຊິ່ງເຫັນໄດ້ຢ່າງຊັດເຈນວ່າໝາຍເຖິງສະຫະລັດ ອາເມຣິກາ.

ການພົບປະຫາລືຄັ້ງຫຼ້າສຸດລະຫວ່າງທ່ານ ສີ ຈິ້ນຜິງ ກັບ ທ່ານ ຄິມ ຈອງ-ອຶນ ເປັນຂ່າວໃຫຍ່ໃນເກົາຫຼີເໜືອ ໂດຍທາງການເກົາຫຼີເໜືອໄດ້ໃຫ້ທ່ານ ນາງ ຣີ ຊຸນ-ຮີ ພິທີກອນເອກຂອງເກົາຫຼີເໜືອ ເປັນຜູ້ລາຍງານຂ່າວຄວາມຍາວປະມານ 20 ນາທີ ແຕ່ບໍ່ມີພາບຖ່າຍ ຫຼື ວິດີໂອການຢ້ຽມຢາມປະກອບ ໂດຍໃນລາຍງານຕອນໜຶ່ງລະບຸວ່າ: ທ່ານ ຄິມ ຈອງ-ອຶນ ເດີນທາງຢ້ຽມຢາມຈີນຄັ້ງນີ້ ພ້ອມດ້ວຍຄະນະ ລວມເຖິງທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວທ່ານ ຄິມ ຈອງ-ອຶນ ທັງປຶກສາສ່ວນຕົວ ທີ່ມີບົດບາດສຳຄັນໂດດເດັ່ນໃນສາຍຕາປະຊາຄົມໂລກນັບມື້ນັບສູງຂຶ້ນເລື້ອຍໆ.

ເຊິ່ງກ່ອນໜ້ານີ້ແມ່ນບໍ່ໄດ້ມີການເປີດເຜີຍວ່າຈະມີການພົບປະຫາລືລະຫວ່າງທ່ານ ຄິມ ຈອງ-ອຶນ ກັບ ທ່ານ ສີ ຈິ້ນຜິງມາກ່ອນເລີຍ, ລວມທັງບໍ່ໄດ້ເປີດເຜີຍວ່າມີການວາງແຜນລ່ວງໜ້າດົນປານໃດ ຫຼື ເຫດໃດເມືອງຕ້າຫຼຽນ ຈຶ່ງຖືກເລືອກເປັນສະຖານທີ່ພົບປະຄັ້ງນີ້.


No comments

Powered by Blogger.