ດື່ມເຫຼົ້າໂທ ເສຍຊີວິດແລ້ວ 14 ເຂົ້າໂຮງໝໍອີກກວ່າ 200​ ຄົນ ທີ່ກຳປູເຈຍ - ອິດສະຫຼະ

ດື່ມເຫຼົ້າໂທ ເສຍຊີວິດແລ້ວ 14 ເຂົ້າໂຮງໝໍອີກກວ່າ 200​ ຄົນ ທີ່ກຳປູເຈຍ



ສຳນັກຂ່າວຕ່າງປະເທດລາຍງານ 8 ພຶດສະພາ 2018 ວ່າ: ໄດ້ມີປະຊາຊົນກຳປູເຈຍເສຍຊີວິດຈຳນວນຫຼາຍ ໂດຍເລີ່ມນັບມາຕັ້ງແຕ່ວັນທີ 3 ເມສາ 2018 ໃນ 2 ບ້ານເຂດຊົນນະບົດຂອງເມືອງເຊດໂບເຣຍ ແຂວງກຼະແຈະ ຂອງກຳປູເຈຍ, ທ່ານ ໄລ ໂສວັນ ໂຄສົກກະຊວງສາທາລະນະສຸກກຳປູເຈຍ ກ່າວວ່າ ມາຈົນເຖິງວັນທີ 7 ພຶດສະພາ ທີ່ຜ່ານມາ ມີຈຳນວນຜູ້ເສຍຊີວິດແລ້ວ 14 ຄົນ,​ ອາຍຸລະຫວ່າງ 24-73 ປີ ແລະ ເຈັບປ່ວຍອີກ 214 ຄົນ ຈາກການກວດຕົວຢ່າງເຫຼົ້າພື້ນບ້ານທີ່ໝັກຈາກເຂົ້າ ຫຼື ເຫຼົ້າໂທ ພົບສານເມທານໍໃນລະດັບສູງ ເຊິ່ງເຮັດໃຫ້ເກີດພິດຮ້າຍແຮງ ແຕ່ເຈົ້າໜ້າທີ່ຍັງຕ້ອງລໍຖ້າຜົນການກວດສອບຕົວຢ່າງນ້ຳໃນພື້ນທີ່ ເຊິ່ງອາດປົນເປື້ອນສິ່ງເສດເຫຼືອຈາກມະນຸດ ຫຼື ສັດ ຫຼື ຢາຂ້າແມງໄມ້.
ກະຊວງສາທາລະນະສຸກກຳປູເຈຍ ໄດ້ປະກາດເຕືອນໃຫ້ປະຊາຊົນຢຸດດື່ມເຫຼົ້າທີ່ເຮັດຈາກເຂົ້າ ແລະ ໃຫ້ລະມັດລະວັງ ເພາະອາດເປັນພິດຮ້າຍແຮງ ທີ່ກ່ຽວຂ້ອງກັບຄວາມສະອາດທາງອາຫານ ແລະ ນ້ຳ.

ທ່ານ ຊະນຽງ ສີວຸດທາ ເຈົ້າໜ້າທີ່ສາທາລະນະສຸກແຂວງກຼະແຈະ ກ່າວກ່ອນໜ້ານີ້ວ່າ: ປະຊາຊົນທີ່ເສຍຊີວິດ ແລະ ເຈັບປ່ວຍແມ່ນມີອາກາດຄ້າຍໆຄືກັນ ນັ້ນກໍ່ຄືຫາຍໃຈລຳບາກ, ວິນຫົວ, ຮາກ ແລະ ປວດແສບໜ້າເອິກ ແລະ ເຈົ້າໜ້າທີ່ຍັງສົງໄສອີກວ່າ ນ້ຳຝົນທີ່ໄຫຼຈາກໄຮ່ນາບໍລິເວນໃກ້ຄຽງ ເຊິ່ງໃຊ້ຢາຂ້າແມງໄມ້ ອາດໄຫຼລົງສູ່ຫ້ວຍຮ່ອງທີ່ປະຊາຊົນໃຊ້ເປັນນ້ຳດື່ມ ແລະ ເຮັດອາຫານ.

ນອກຈາກນີ້, ໃນເດືອນທີ່ຜ່ານມາ ປະຊາຊົນຢ່າງໜ້ອຍ 100​ ຄົນເສຍຊີວິດ ໃນປະເທດອິນໂດເນເຊຍ ຈາກການດື່ມເຫຼົ້າຕົ້ນກັ່ນເອງ ເຊິ່ງປົນເປື້ອນສານເປັນພິດ.


No comments

Powered by Blogger.