ປ.ທຣຳ ຕ້ອງການໃຫ້ ທ່ານ ນາງ ຈີນາ ຮາສເປລ ຜູ້ຄຸມຄຸກລັບໃນປະເທດໄທ ເປັນ ຜ.ອ CIA ຄົນໃໝ່ - ອິດສະຫຼະ

ປ.ທຣຳ ຕ້ອງການໃຫ້ ທ່ານ ນາງ ຈີນາ ຮາສເປລ ຜູ້ຄຸມຄຸກລັບໃນປະເທດໄທ ເປັນ ຜ.ອ CIA ຄົນໃໝ່



ສຳນັກຂ່າວຕ່າງປະເທດລາຍງານ 8 ພຶດສະພາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາໄດ້ລົງຂໍ້ຄວາມໃນ Twitter ເມື່ອວັນຈັນ ທີ່ຜ່ານມາວ່າ: ຫຼາຍຝ່າຍໂດຍສະເພາະພັກເດໂມແຄຼດ ກຳລັງພະຍາຍາມຂັດຂວາງການດຳລົງຕຳແໜ່ງຜູ້ອຳນວຍການສຳນັກຂ່າວກອງກາງ (CIA) ຂອງທ່ານ ນາງ ຈີນາ ຮາສເປລ (Gina Haspel) ເພາະທ່ານ ນາງ ເຂັ້ມແຂງເກີນໄປກັບກຸ່ມກໍ່ການຮ້າຍ ແຕ່ທ່າມກາງສະຖານະການທີ່ເກີດຂຶ້ນ ທ່ານ ໂດໂນ ທຣຳ ກໍ່ຍັງຢືນຢັນວ່າທ່ານ ນາງ ຈີນາ ຮາສເປລ ຄືບຸກຄົນທີ່ເໝາະສົມທີ່ສຸດໃນການເປັນຜູ້ນຳ CIA.
ຂະນະທີ່ທ່ານ ນາງ ຊາຣາ ແຊນເດີ ໂຄສົກທຳນຽບຂາວກ່າວສະແດງຄວາມເຊື່ອໝັ້ນວ່າ ທ່ານ ນາງ ຈີນາ ຮາດເປລຈະສາມາດຜ່ານຂະບວນການພິຈາລະນາຄຸນສົມບັດຈາກຄະນະກຳມາທິການຂອງສະພາ ແລະ ໄດ້ຮັບການອະນຸມັດເປັນໃຫ້ຜູ້ອຳນວຍການ CIA, ໂດຍທ່າທີດັ່ງກ່າວຈາກທັງທ່ານ ໂດໂນ ທຣຳ ແລະ ທຳນຽບຂາວເກີດຂຶ້ນທ່າມກາງທີ່ມີລາຍງານຈາກສື່ກະແສຫຼັກໃນສະຫະລັດ ອາເມຣິກາຫຼາຍແຫ່ງວ່າ: ທ່ານ ນາງ ຈີນາ ຮາສເປລ ເຊິ່ງປັດຈຸບັນຢູ່ໃນຕຳແໜ່ງຮັກສາການຜູ້ອຳນວຍການ CIA ໄດ້ສະແດງຄວາມຕ້ອງການຢາກຖອນຕົວຈາກການພິຈາລະນາ ເພື່ອປົກປ້ອງຊື່ສຽງ ແລະ ພາບລັກຂອງ CIA, ໃນຂະນະດຽວກັນກໍ່ມີລາຍງານວ່າ ທຳນຽບຂາວໄດ້ເລີ່ມມີຂະບວນການຄັດເລືອກຕົວສຳຮອງໃນຕຳແໜ່ງນີ້ແລ້ວ ຫາກທ່ານ ນາງ ຈີນາ ຮາສເປລ ບໍ່ໄດ້ຮັບການອະນຸມັດຈາກສະພາ.

ເຊິ່ງທ່ານ ນາງ ຈີນາ ຮາສເປລ ມີອາຍຸ 61 ປີ ຖືເປັນເຈົ້າໜ້າທີ່ CIA ຢ່າງແທ້ຈິງຈາກປະຫວັດການເຮັດວຽກໃຫ້ກັບອົງກອນດັ່ງກ່າວມາຢ່າງຍາວນານກວ່າ 3 ທົດສະວັດ ແລະ ຈະມີກຳນົດເຂົ້າພົບຄະນະກຳມາທິການຂ່າວກອງຂອງສະພາ ໃນວັນພຸດ ທີ 9 ພຶດສະພານີ້ ທ່າມກາງຄວາມບໍ່ພໍໃຈຂອງສະມາຊິກຫຼາຍຄົນໃນຄະນະກຳມາທິການ ຕໍ່ການທີ່ CIA ທີ່ເປີດເຜີຍຂໍ້ມູນກ່ຽວກັບທ່ານ ນາງ ພຽງເລັກໜ້ອຍເທົ່ານັ້ນ ແລະ ປະຕິເສດທີ່ຈະໃຫ້ລາຍລະອຽດໃນບັນຫາສຳຄັນ ແລະ ກ່ຽວຂ້ອງກັບຂະບວນການພິຈາລະນາ, ໂດຍສະເພາະບັນຫາທີ່ເຊື່ອມໂຍງທ່ານ ນາງ ຈີນາ ຮາສເປລ ກັບ ໂຄງການສືບສວນສອບສວນຜູ້ຕ້ອງສົງໄສດ້ວຍວິທີການທໍລະມານ ພາຍຫຼັງເກີດເຫດໂສກອະນາດຕະກຳ 9/11 ເມື່ອປີ 2001 ແລະ ການເປັນຜູ້ຄຸມຄຸກລັບ ໃນຕ່າງປະເທດແຫ່ງທຳອິດຂອງ CIA ເຊິ່ງຕັ້ງຢູ່ໃນປະເທດໄທ ແລະ ເປັນສະຖານທີ່ສືບສວນສະມາຊິກລະດັບແກນນຳຂອງກຸ່ມອັນ-ກໍອິດະຫຼາຍຄົນ ທີ່ລວມເຖິງທ້າວ ອາບູ ຊູເບດາ ແລະ ທ້າວ ອັບດຸນເລາະ ອັບ-ຣາຮິມ ອັນ-ນາຊິຣີ.


No comments

Powered by Blogger.