ມີປະຊາຊົນ 624 ຄອບຄົວ ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳເທີນ 1 - ອິດສະຫຼະ

ມີປະຊາຊົນ 624 ຄອບຄົວ ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳເທີນ 1



ສຳນັກຂ່າວສານປະເທດລາວລາຍງານ 7 ພຶດສະພາ 2018 ວ່າ: ເມື່ອບໍ່ດົນມານີ້, ກອງເລຂາເຂື່ອນໄຟຟ້ານ້ຳເທີນ 1 ໄດ້ຈັດກອງປະຊຸມສະຫຼຸບວຽກງານການຈັດຈັດສັນຍົກຍ້າຍ ແລະ ຊົດເຊີຍໂຄງການເຂື່ອນໄຟຟ້ານ້ຳເທີນ 1 ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາຜູ້ພັດທະນາໂຄງການເຂື່ອນໄຟຟ້ານຳເທີນ 1, ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວວົງເດືອນ ພັນທະນຸສີ ຫົວໜ້າກອງເລຂາໄດ້ລາຍງານມີ 7 ບ້ານ ໃນເມືອງວຽງທອງທີ່ໄດ້ຮັບຜົນກະທົບ ປະກອບມີ 624 ຄອບຄົວ ໃນນັ້ນບ້ານທ່າເດື່ອ 139 ຄອບຄົວ, ບ້ານພຽງຕົ້ນ 69 ຄອບຄົວ, ບ້ານສົມບັດ 35 ຄອບຄົວ, ບ້ານກົກຕົ້ນ 59 ຄອບຄົວ, ບ້ານວັງມາກ 118 ຄອບຄົວ, ບ້ານນ້ຳມືດ 79 ຄອບຄົວ ແລະ ບ້ານໂພນໂຮມ 126 ຄອບຄົວ ຕາມການສຳຫຼວດ ແລະ ຕົກລົງເຫັນດີເປັນເອກະພາບກັນລະຫວ່າງພາກລັດ ແລະ ປະຊາຊົນຜູ້ທີ່ຖືກຜົນກະທົບ, ຜູ້ໃຫ້ທຶນຂອງໂຄງການແມ່ນຈະໄດ້ຍົກຍ້າຍຈຳນວນ 7 ບ້ານດັ່ງກ່າວ ທີ່ຖືກຜົນກະທົບໄປຈັດສັນບ້ານໃໝ່ ຢູ່ເຂດບ້ານໂພນດູ່ ແລະ ຫ້ວຍຫອຍ ເມືອງວຽງທອງ.

ນອກນີ້, ກອງປະຊຸມຍັງໄດ້ລາຍງານເຖິງການຈັດຕັ້ງປະຕິບັດການຈັດສິນຍົກຍ້າຍ, ການທົດແທນ, ການຈັດລຳດັບມູນຄ່າການທົດແທນຄ່າເສຍຫາຍ, ການຈັດຕັ້ງປະຕິບັດເກັບກຳຂໍ້ມູນການຍັບຍ້າຍບ້ານທີ່ໄດ້ຮັບຜົນກະທົບ, ລວມທັງຜ່ານຂໍ້ຕົກລົງການກຳນົດລາຄາຫົວໜ່ວຍຊົດເຊີຍຜົນກະທົບຊັບສິນຂອງປະຊາຊົນໂຄງການກໍ່ສ້າງແລວສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ຈາກເຂື່ອນໄຟຟ້ານ້ຳເທີນ 1 ແຂວງບໍລິຄຳໄຊ ຫາສະຖານນີໄຟຟ້ານາບົງ ນະຄອນຫຼວງວຽງຈັນ ສະເພາະສ່ວນຮັບຜິດຊອບຂອງແຂວງບໍລິຄຳໄຊ.

ເຂື່ອນໄຟຟ້ານ້ຳເທີນ 1 ຕັ້ງຢູ່ແຂວງບໍລິຄຳໄຊ, ເຈົ້າຂອງໂຄງການແມ່ນບໍລິສັດໄຟຟ້ານ້ຳເທີນ 1 ຈຳກັດ ໂດຍມີຜູ້ຖືຮຸ້ນຄື: EGCO Group (ປະເທດໄທ) ຖືຮຸ້ນ 25%, ບໍລິສັດ Phonesack Group ຖືຮຸ້ນ 60% ແລະ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ (EDL-Gen) ຖືຮຸ້ນ 15%.

ໂດຍເມື່ອວັນທີ 23 ກັນຍາ 2017 ທີ່ຜ່ານມາ, ບໍລິສັດໄຟຟ້ານ້ຳເທີນ 1 ຈຳກັດ ໄດ້ລົງນາມສັນຍາຊື້-ຂາຍໄຟຟ້າໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຈຳນວນ 514.3 ເມກະວັດ ແລະ ລັດວິສາຫະກິດໄຟຟ້າລາວ ຈຳນວນ 130 ເມກະວັດ ເຊິ່ງສັນຍາຊື້-ຂາຍໄຟຟ້າທັງ 2 ສະບັນນັ້ນ ມີອາຍຸສັນຍາ 27 ປີ ນັບຈາກມື້ເລີ່ມຕົ້ນຜະລິດໃນປີ 2022.












No comments

Powered by Blogger.