ທ່ານ ປູຕິນ ເຂົ້າພິທີສາບານຮັບຕຳແໜ່ງປະທານປະເທດລັດເຊຍ ສະໄໝທີ 4 - ອິດສະຫຼະ

ທ່ານ ປູຕິນ ເຂົ້າພິທີສາບານຮັບຕຳແໜ່ງປະທານປະເທດລັດເຊຍ ສະໄໝທີ 4



ສຳນັກຂ່າວຕ່າງປະເທດລາຍງານ 7 ພຶດສະພາ 2018 ວ່າ: ທ່ານ ປູຕິນ ເຂົ້າພິທີສາບານຕົນຮັບຕຳແໜ່ງປະທານປະເທດລັດເຊຍຕໍ່ອີກ 6 ປີ ເປັນສະໄໝທີ 4 ທີ່ຈັດຂຶ້ນພາຍໃນຫ້ອງໂຖງອັງເດຼເຢບກີ ຂອງທຳນຽບເຄຼມລິນ ໃນນະຄອນຫຼວງມົດສະກູ,​ໂດຍທ່ານ ປູຕິນ ໄດ້ວາງມືລົງລັດຖະທຳມະນູນປົກແດງ ສະລັກລາຍນູນຄຳເຄື່ອງໝາຍຊາດລັດເຊຍ ກ່າວຄຳປະຕິຍານວ່າ ຈະຮັບໃຊ້ະຊາຊົນລັດເຊຍ, ປົກປ້ອງສິດທິ, ເສລີພາບ ແລະ ອຳນາດອະທິປະໄຕຂອງລັດເຊຍ.

ການເລືອກຕັ້ງປະທານປະເທດລັດເຊຍສະໄໝດັ່ງກ່າວນີ້, ແມ່ນໄດ້ຈັດຂຶ້ນເມື່ອວັນທີ 18 ມີນາ 2018 ທີ່ຜ່ານມາ, ທ່ານ ປູຕິນ ໄດ້ຮັບສຽງສະໜັບສະໜູນເຖິງ 56,438,412 ຄະແນນ ກວມເອົາ 76.69%, ຂະນະທີ່ອັບດັບທີ 2 ແມ່ນທ່ານ ພາເວວ ກຼູດິນິນ ຕົວແທນພັກຄອມມູນິດໄດ້ 8,659,206 ຄະແນນ ກວມເອົາ 11.77%.






No comments

Powered by Blogger.