ເກີດການປະທ້ວງຕໍ່ຕ້ານທ່ານ ປູຕິນ ກ່ອນການສາບານຕົນເຂົ້າຮັບຕຳແໜ່ງວາລະໃໝ່ ໃນວັນທີ 7 ພຶດສະພາ 2018 ນີ້ - ອິດສະຫຼະ

ເກີດການປະທ້ວງຕໍ່ຕ້ານທ່ານ ປູຕິນ ກ່ອນການສາບານຕົນເຂົ້າຮັບຕຳແໜ່ງວາລະໃໝ່ ໃນວັນທີ 7 ພຶດສະພາ 2018 ນີ້



ສຳນັກຂ່າວຕ່າງປະເທດລາຍງານ 6 ພຶດສະພາ 2018 ວ່າ: ທ່ານ ອະເລັກຊີ ນາວັນນີ ຜູ້ນຳຝ່າຍຄ້ານລັດເຊຍໄດ້ຮຽກຮ້ອງໃຫ້ກຸ່ມຜູ້ສະໜັບສະໜູນອອກມາໂຮມຊຸມນຸມປະທ້ວງ ໃນເມືອງຕ່າງໆກວ່າ 90 ເມືອງທົ່ວລັດເຊຍ ເພື່ອຕໍ່ຕ້ານສິ່ງທີ່ທ່ານ ອະເລັກຊີ ນາວັນນີ ຮຽກວ່າ: ຜະເດັດການອຳນາດນິຍົມຂອງທ່ານ ປູຕິນ ທີ່ຄືກັນກັບການປົກຄອງໃນສະໄໝຂອງພະເຈົ້າຊາ ພ້ອມທັງກ່າວອ້າງວ່າຈະເຮັດໜ້າທີ່ຮັບຟັງສຽງປະຊາຊົນຫຼາຍລ້ານຄົນທີ່ບໍ່ໄດ້ລົງຄະແນນເລືອກເອົາທ່ານ ປູຕິນ ມາເປັນປະທານປະເທດລັດເຊຍ.


ເຊິ່ງທ່ານ ປູຕິນ ແມ່ນຊະນະການເລືອກຕັ້ງປະທານປະເທດລັດເຊຍ ໄປເມື່ອວັນທີ 18 ມີນາ 2018 ທີ່ຜ່ານມາ, ດ້ວຍຄະແນນສຽງສະໜັບສະໜູນເຖິງ 76.69% ແລະ ຈະເຂົ້າສູ່ພິທີສາບານຕົນຮັບຕຳແໜ່ງໃນວາລະໃໝ່ອີກ 6 ປີ ໃນວັນທີ 7 ພຶດສະພານີ້ ເຊິ່ງຈະເປັນການຢູ່ໃນຕຳແໜ່ງຜູ້ນຳສູງສຸດຂອງປະເທດເປັນສະໄໝທີ 4 ລວມໄລຍະເວລາ 24 ປີ ເຊິ່ງຖືເປັນຜູ້ນຳທີ່ໄດ້ຮັບເລືອກໃຫ້ຢູ່ໃນຕຳແໜ່ງຍາວນານທີ່ສຸດຂອງລັດເຊຍ ນັບຕັ້ງແຕ່ທ່ານ ໂຊເຊັບ ສະຕາລິນ ອະດີດຜູ້ນຳໃນສະໄໝສະຫະພາບໂຊວຽດ.

ໂດຍທ່ານ ອະເລັກຊີ ນາວັນນີ ແມ່ນໄດ້ຖືກຕັດສິດໃຫ້ຫ້າມລົງສະໝັກເລືອກຕັ້ງປະທານປະເທດລັດເຊຍ ເຊິ່ງເມື່ອເດືອນມີນາ 2018 ທີ່ຜ່ານມາ ໄດ້ຖືກເຈົ້າໜ້າທີ່ຕຳຫຼວດເຂົ້າຈັບກຸມພາຍຫຼັງທີ່ປາກົດຕົວໃນການໂຮມຊຸມນຸມປະທ້ວງຢູ່ອະນຸສາວະລີພຸສກິນ ໃນນະຄອນຫຼວງມົດສະກູ, ຂະນະທີ່ກຸ່ມສັງເກດການດ້ານສິດທິມະນຸດລາຍງານວ່າ: ການໂຮມຊຸມນຸມປະທ້ວງຂອງຜູ້ສະໜັບສະໜູນຝ່າຍຄ້ານ ເມື່ອວັນເສົາ ທີ່ຜ່ານມາ (5 ພຶດສະພາ) ມີຜູ້ຖືກເຈົ້າໜ້າທີ່ຈັບກຸມໄປແລ້ວຢ່າງໜ້ອຍ 1,029 ຄົນ ໃນ 19 ເມືອງທົ່ວປະເທດ, ໂດຍ 475 ຄົນແມ່ນຖືກຈັບຢູ່ໃນເຂດຂອງນະຄອນຫຼວງມົດສະກູ.




No comments

Powered by Blogger.