ເກົາຫຼີເໜືອຖະແຫຼງວ່າ: ຍັງມີຂະບວນການທຳລາຍສັນຕິພາບຢູ່ແຫຼມເກົາຫຼີ ໂດຍຄິດວ່າເກົາຫຼີເໜືອອ່ອນແອ - ອິດສະຫຼະ

ເກົາຫຼີເໜືອຖະແຫຼງວ່າ: ຍັງມີຂະບວນການທຳລາຍສັນຕິພາບຢູ່ແຫຼມເກົາຫຼີ ໂດຍຄິດວ່າເກົາຫຼີເໜືອອ່ອນແອ



ສຳນັກຂ່າວຕ່າງປະເທດລາຍງານ 6 ພຶດສະພາ 2018 ວ່າ: ກະຊວງການຕ່າງປະເທດເກົາຫຼີເໜືອ ອອກຖະແຫຼງການເຜີຍແຜ່ຜ່ານສຳນັກຂ່າວກາງເກົາຫຼີ (KCNA) ວ່າ: ຍັງມີຄວາມພະຍາຍາມທີ່ອັນຕະລາຍ ເພື່ອຮັກສາບັນຍາກາດຂອງຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີເອົາໄວ້ ເນື່ອງຈາກການພົບປະຫາລືລະຫວ່າງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກັບ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ທີ່ບ້ານປັນມຸນຈອມ ເຂດປອດທະຫານຝັ່ງເກົາຫຼີໃຕ້ ເມື່ອວັນທີ 27 ເມສາ 2018 ທີ່ຜ່ານມານັ້ນ ປະສົບຄວາມສຳເລັດໄປໄດ້ດ້ວຍດີ ໂດຍຜູ້ນຳທັງສອງເກົາຫຼີເຫັນດີໃຫ້ຟື້ນຟູສາຍພົວພັນສອງຝ່າຍໃນຫຼາຍໆດ້ານ ແລະ ການເປີດທາງໄປສູ່ການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີ.

ເຊິ່ງແນວທາງການຮ່ວມມືດັ່ງກ່າວລະຫວ່າງສອງເກົາຫຼີຍາກທີ່ຈະເກີດຂຶ້ນໄດ້ ຕາບໃດທີ່ສະຫະລັດ ອາເມຣິກາ ມີຄວາມເຂົ້າໃຈຜິດຕໍ່ເຈດຕະນາຂອງເກົາຫຼີເໜືອ ໃນຄວາມມຸ່ງໝັ້ນທີ່ຈະສ້າງສັນຕິພາບຢູ່ແຫຼມເກົາຫຼີ ດ້ວຍຕີຄວາມໝາຍການທີ່ເກົາຫຼີເໜືອຍອມເຈລະຈາກັບທັງເກົາຫຼີໃຕ້ ແລະ ສະຫະລັດ ອາເມຣິການັ້ນ ເປັນການສະແດງເຖິງ “ຄວາມອ່ອນແອຂອງເກົາຫຼີເໜືອ” ທີ່ເປັນຜົນມາຈາກມາດຕະການທາງເສດຖະກິດ ແລະ ພຶດຕິກຳຂົ່ມຂູ່ທາງທະຫານຂອງສະຫະລັດ ເຊິ່ງຍັງຄົງເຊື່ອໝັ້ນໃນມາດຕະການຂອງຕົນເອງ ແລະ ຢືນຢັນຈະເດີນໜ້າຕາມແນວທາງເດີມຕໍ່ໄປ ທີ່ລວມເຖິງການເຄື່ອນຍ້າຍອຸປະກອນທາງຍຸດທະສາດມາຕັ້ງໄວ້ຢູ່ແຫຼມເກົາຫຼີ (ເຊິ່ງກໍ່ອາດໝາຍເຖິງຍົນຮົບ F-22 ຂອງສະຫະລັດ ອາເມຣິກາ ຈຳນວນ 8 ລຳ ທີ່ບິນເຂົ້າໃກ້ເຂດນ່ານຟ້າຂອງເກົາຫຼີເໜືອ ເມື່ອອາທິດທີ່ຜ່ານມາ).

ຖະແຫຼງການຂອງກະຊວງການຕ່າງປະເທດເກົາຫຼີເໜືອ ຖືເປັນການສະແດງທ່າທີຢ່າງເປັນທາງການຂອງເກົາຫຼີເໜືອຕໍ່ສະຫະລັດ ອາເມຣິກາ ນັບຕັ້ງແຕ່ມີການປະຊຸມຮ່ວມລະຫວ່າງທ່ານ ຄິມ ຈອງ-ອຶນ ກັບ ທ່ານ ມູນ ແຈ-ອິນ ເມື່ອທ້າຍເດືອນທີ່ຜ່ານມາ ແລະ ຫຼາຍຝ່າຍໄດ້ຄາດການກຳນົດການພົບປະຫາລືລະຫວ່າງຜູ້ນຳເກົາຫຼີເໜືອ ກັບ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ອາດຈະເກີດຂຶ້ນພາຍໃນເດືອນນີ້ ຫຼື ຊ້າສຸດອາດບໍ່ເກີນຕົ້ນເດືອນມິຖຸນານີ້.

ເຖິງຢ່າງໃດກໍ່ຕາມ, ຖະແຫຼງການຂອງເກົາຫຼີເໜືອບໍ່ໄດ້ລະບຸເຖິງປະຊາຊົນອາເມຣິກາ ເຊື້ອສາຍເກົາຫຼີ 3 ຄົນ ທີ່ຖືກຈັບຂັງຄຸກຢູ່ໃນເກົາຫຼີເໜືອມາແລ້ວກວ່າ 1 ປີ ແລະ ສື່ທ້ອງຖິ່ນຂອງສະຫະລັດ ອາເມຣິກາ ຫຼາຍແຫ່ງລາຍງານວ່າ ມີຄວາມເປັນໄປໄດ້ສູງ ທີ່ທັງສາມຄົນຈະໄດ້ຮັບອິດສະຫຼະພາບໃນໄວ້ໆນີ້ ພາຍຫຼັງມີລາຍງານວ່າລັດຖະບານເກົາຫຼີເໜືອ ໄດ້ຍ້າຍຕົວທັງສາມຄົນຈາກຄຸກແຫ່ງໜຶ່ງໄປຍັງໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງປຽງຢາງແລ້ວ.


No comments

Powered by Blogger.