ສ.ອາເມຣິກາ ເສີມກຳລັງເຮືອບັນທຸກຍົນຮົບ ເປັນລຳທີ 3 ເຂົ້າມາໃນທະເລຈີນໃຕ້ ທ່າມກາງຄວາມເຄັ່ງຕຶງທະວີຄູນກັບຈີນ - ອິດສະຫຼະ

ສ.ອາເມຣິກາ ເສີມກຳລັງເຮືອບັນທຸກຍົນຮົບ ເປັນລຳທີ 3 ເຂົ້າມາໃນທະເລຈີນໃຕ້ ທ່າມກາງຄວາມເຄັ່ງຕຶງທະວີຄູນກັບຈີນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ມິຖຸນາ 2018 ທີ່ຜ່ານມາວ່າ: ເຮືອບັນທຸກຍົນຮົບພະລັງງານນິວເຄຼຍ USS Ronald Reagan (CVN-76) ລະຫ່ວາງຂັບນ້ຳ 97,000 ໂຕນ ເຂົ້າຈອດທຽບທ່ານະຄອນຫຼວງມະນິລາ ປະເທດຟິລິບປິນ ເປັນຄັ້ງທີ 3 ໃນຮອບ 4 ເດືອນ ໂດຍຊັ້ນດາດຟ້າເຮືອສາມາດບັນທຸກເຮືອຮົບກວ່າ 70 ລຳ ແລະ ທະຫານ 5,500 ຄົນ ກຳນົດຈອດທຽບທ່າໃນອ່າວມະນິລາ 4 ວັນ ເພື່ອໃຫ້ທະຫານຂຶ້ນຝັ່ງພັກຜ່ອນ ພາຍຫຼັງຢູ່ໃນທະເລມາຫຼາຍອາທິດ ແລະ ຄະນະທະຫານກອງທັບເຮືອຂອງ 2 ປະເທດຈະປະຊຸມປຶກສາຫາລືຮ່ວມກັນ.

USS Ronald Reagan ຖືເປັນກອງເຮືອບັນທຸກຍົນຮົບລຳທີ 3 ທີ່ກອງທັບສະຫະລັດ ອາເມຣິກາ ສົ່ງເຂົ້າມາລາດຕະເວັນໃນນ່ານນ້ຳທະເລຈີນໃຕ້ໃນປີນີ້ ທ່າມກາງຄວາມເຄັ່ງຕຶງ ຈາກຄວາມຂັດແຍ່ງລະຫວ່າງຈີນກັບ 5 ປະເທດເພື່ອນບ້ານປະກອບດ້ວຍ: ຫວຽດນາມ, ຟິລິບປິນ, ມາເລເຊຍ, ບຣູໄນ ແລະ ໄຕ້ຫວັນ ກ່ຽວກັບການອ້າງກຳມະສິດທັບຊ້ອນເໜືອບັນດາເກາະໃນເຂດນ່ານນ້ຳທະເລຈີນໃຕ້.


ທ່ານ ພົນເຮືອຕີ ມາກ ດັນຕັນ ຜູ້ບັງຄັບການເຮືອ USS Ronald Reagan ກ່າວຕໍ່ສື່ມວນຊົນວ່າ ການມາຢ້ຽມຢາມຟິລິບປິນເປັນສ່ວນໜຶ່ງຂອງພາລະກິດສ້າງຄວາມໝັ້ນໃຈໃຫ້ແກ່ບັນດາປະເທດພັນທະມິດຂອງສະຫະລັດ ອາເມຣິກາໃນພູມມິພາກ, ເສີມສ້າງຄວາມສາມາດຂອງກອງທັບເຮືອສະຫະລັດ ອາເມຣິກາໃນການຄຸ້ມຄອງເສລີພາບຂອງທະເລ, ການຄ້າທີ່ບໍ່ຖືກກີດກັນ ແລະ ປ້ອງກັນຄວາມຂັດແຍ່ງ.

ກອ່ນໜ້ານີ້ມີລາຍງານວ່າ ກອງທັບຈີນໄດ້ຕິດຕັ້ງຂີປະນາວຸດຕໍ່ຕ້ານເຮືອ, ຂີປະນາວຸດແບບພື້ນສູ່ອາກາດ, ອຸປະກອນອິເລັກໂຕຼນິກ ແລະ ອຸປະກອນທາງທະຫານອື່ນໆ ເທິງເກາະຫຼາຍແຫ່ງທີ່ຈີນຖົມທະເລຂະຫຍາຍພື້ນທີ່ ໃນກຸ່ມເກາະສະແປຼດລີ ແລະ ນຳຍົນຖິ້ມລະເບີດໄປເຝິກຊ້ອມບິນຂຶ້ນລົງລານແລ່ນຢູ່ເທິງເກາະວູດີ ໃນກຸ່ມເກາະພາຣາເຊວ ສ້າງຄວາມແຕກຕື່ນຕົກໃຈຕໍ່ບັນດາປະເທດຄູ່ຂັດແຍ່ງເໜືອດິນແດນ ແລະ ສະຫະລັດ ອາເມຣິກາ.

ສະຫະລັດ ອາເມຣິກາບໍ່ໄດ້ອ້າງກຳມະສິດເໜືອດິນແດນໃດໆ ໃນທະເລຈີນໃຕ້ ແຕ່ໄດ້ປະກາດເສລີພາບໃນການແລ່ນເຮືອຜ່ານ ແລະ ການບິນຜ່ານ ເປັນຜົນປະໂຫຍດແຫ່ງຊາດຂອງສະຫະລັດ ອາເມຣິກາ.

ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງການປ້ອງກັນປະເທດສະຫະລັດ ອາເມຣິກາ ກ່າວເມື່ອຕົ້ນເດືອນນີ້ວ່າ: ການຕັດສິນໃຈຂອງລັດຖະບານສະຫະລັດ ອາເມຣິກາເມື່ອໄວໆນີ້ ທີ່ຈະບໍ່ເຊີນຈີນເຂົ້າຮ່ວມການຊ້ອມຮົບທາງທະເລກັບຫຼາຍປະເທດໃນລະດູຮ້ອນປີນີ້ ເປັນການຕອບສະໜອງເບື້ອງຕົ້ນຕໍ່ກິດຈະກຳຂອງຈີນຢູ່ເທິງເກາະທີ່ຍັງມີຄວາມຂັດແຍ່ງ ເຊິ່ງທ່າທີດັ່ງກ່າວຂອງສະຫະລັດ ອາເມຣິກາຖືເປັນການຕອບໂຕ້ເລັກນ້ອຍເທົ່ານັ້ນ ແລະ ທ່ານ ພົນເອກ ເຈມ ແມັດທິສ ເຊື່ອວ່າຜົນທີ່ຈະຕາມມາຂະໜາດໃຫຍ່ກວ່ານີ້ຈະເກີດຂຶ້ນໃນອະນາຄົດ.





No comments

Powered by Blogger.