5 ປີ ຜ່ານມາ ລັດເກັບລາຍຮັບຈາກ ຄ່າບິນຜ່ານ ໄດ້ຫຼາຍກວ່າ 2,600 ຕື້ກີບ - ອິດສະຫຼະ

5 ປີ ຜ່ານມາ ລັດເກັບລາຍຮັບຈາກ ຄ່າບິນຜ່ານ ໄດ້ຫຼາຍກວ່າ 2,600 ຕື້ກີບ



ການບິນຜ່ານ ແມ່ນການບິນໂດຍບໍ່ແວ່ລົງຈອດ ຂອງຍົນທີ່ໄດ້ຮັບອະນຸຍາດໃຫ້ບິນຜ່ານນ່ານຟ້າ ສປປ.ລາວ ໂດຍຈະມີການເກັບຄ່າບໍລິການບິນຜ່ານ ເພື່ອຄວບຄຸມ, ອຳນວຍຄວາມສະດວກໃຫ້ແກ່ຍົນທີ່ບິນຜ່ານນ່ານຟ້າ ດ້ວຍລະບົບສື່ສານ ເຊິ່ງປະກອບມີພາຫະນະ, ອຸປະກອນ, ເຕັກໂນໂລຊີທີ່ທັນສະໄໝ ແລະ ບຸກຄະລາກອນທີ່ມີຄຸນນະພາບ ທີ່ສາມາດເຊື່ອມໂຍງເຂົ້າກັບລະບົບສື່ສານຂອງບັນດາປະເທດໃນພາກພື້ນ ແລະ ສາກົນ ເພື່ອຮັບປະກັນປະສິດທິພາບຂອງການບິນຜ່ານ.

ຄ່າບິນຜ່ານນ່ານຟ້າ ຖືວ່າເປັນໜຶ່ງໃນລາຍຮັບທີ່ຕ້ອງມອບເຂົ້າບັນຊີເງິນຝາກ ຢູ່ຄັງເງິນແຫ່ງຊາດ ເປັນແຕ່ລະດືອນ ຊ້າສຸດແມ່ນບໍ່ໃຫ້ກາຍ 15 ວັນຂອງເດືອນຖັດໄປ, ໃນກໍລະນີທີ່ເກັບລາຍຮັບວິຊາການໄດ້ເກີນແຜນທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ, ສ່ວນທີ່ປະຕິບັດໄດ້ລື່ນແຜນການນັ້ນ ແມ່ນໃຫ້ປະຕິບັດຕາມລະບຽບການຂອງກະຊວງການເງິນໃນແຕ່ລະປີ.

ໂດຍວຽກງານດັ່ງກ່າວຮັບຜິດຊອບໂດຍ ກອງຄຸ້ມຄອງການຈະລາຈອນທາງອາກາດ ເຊິ່ງເປັນອົງການບໍລິຫານວິຊາການ ທີ່ນຳໃຊ້ຊັບສິນ ແລະ ງົບປະມານທີ່ລັດປະກອບໃຫ້ ເພື່ອບໍລິການຮັບໃຊ້ສັງຄົມ, ກອງຄຸ້ມຄອງການຈະລາຈອນທາງອາກາດ ເປັນຫົວໜ່ວຍງົບປະມານຂັ້ນສອງ ຂອງກະຊວງໂຍທາທິການ ແລະ ຂົ່ນສົງ, ໂດຍກະຊວງໂຍທາທິການ ແລະ ຂົນສ່ົງ ເປັນຜູ້ຕົກລົງຮັບຮອງເອົາແຜນການງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີຂອງກອງຄຸ້ມຄອງການຈະລາຈອນທາງອາກາດ ແລ້ວນຳສະເໜີຕໍ່ສະພາແຫ່ງຊາດ ໂດຍຜ່ານກະຊວງການເງິນ.

ການຄຸ້ມຄອງການຈະລາຈອນທາງອາກາດ ຈະຖືບັນຊີງົບປະມານແຫ່ງລັດ, ມີບັນຊີເງິນຝາກຢູ່ໃນລະບົບຄັງເງິນແຫ່ງຊາດ, ກອງຄຸ້ມຄອງຈະລາຈອນທາງອາກາດ ສາມາດຈ່າຍເງິນລ່ວງໜ້າໃນບັນຊີເງິນຝາກດັ່ງກ່າວໄດ້ ໃນກໍລະນີມີຄວາມຈຳເປັນ, ຫຼັງຈາກນັ້ນ ຈຶ່ງສ້າງໃບຂໍຖອນງົບປະມານມາປົດກັບການຈ່າຍລ່ວງໜ້າດັ່ງກ່າວ.

ໂດຍອີງຕາມການລາຍງານຂອງກະຊວງການເງິນ,​ ຜ່ານບົດລາຍງານເສດຖະກິດແຫ່ງຊາດ ຈຳປີ 2017 ສາມາດສະຫຼຸບຕົວເລກລາຍຮັບຈາກຄ່າບິນຜ່ານ 5 ປີ ຜ່ານມາ ແຕ່ປີ 2017 ລົງຫາ ປີ 2013 ໄດ້ດັ່ງນີ້:

- ປີ 2017 ລາຍຮັບຄ່າບິນຜ່ານປະຕິບັດໄດ້ 656.95 ຕື້ກີບ
- ປີ 2016 ລາຍຮັບຄ່າບິນຜ່ານປະຕິບັດໄດ້ 594.91 ຕື້ກີບ
- ປີ 2015 ລາຍຮັບຄ່າບິນຜ່ານປະຕິບັດໄດ້ 550.38 ຕື້ກີບ
- ປີ 2014 ລາຍຮັບຄ່າບິນຜ່ານປະຕິບັດໄດ້ 486.30 ຕື້ກີບ
- ປີ 2013 ລາຍຮັບຄ່າບິນຜ່ານປະຕິບັດໄດ້ 352.88 ຕື້ກີບ

No comments

Powered by Blogger.