ສົມເດັດ ຮຸນ ເຊນ ເຕືອນ ໃຜກໍ່ຕາມທີ່ຕໍ່ຕ້ານການເລືອກຕັ້ງ ຖືວ່າເປັນກະບົດ - ອິດສະຫຼະ

ສົມເດັດ ຮຸນ ເຊນ ເຕືອນ ໃຜກໍ່ຕາມທີ່ຕໍ່ຕ້ານການເລືອກຕັ້ງ ຖືວ່າເປັນກະບົດ



ສຳນັກຂ່າວຕ່າງປະເທດລາຍງານ 16 ມິຖຸນາ 2018 ວ່າ: ທ່ານ ສົກ ອີສານ ໂຄສົກພັກປະຊາຊົນກຳປູເຈຍ ເຊິ່ງເປັນພັກລັດຖະບານພາຍໃຕ້ການນຳຂອງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີ ກ່າວເມື່ອວັນສຸກ ທີ່ຜ່ານມາ ຢ້ຳເຕືອນເຖິງຄຳເວົ້າຂອງຜູ້ນຳກຳປູເຈຍ ທີ່ກ່າວໃນອາທິດນີ້ວ່າ ບຸກຄົນໃດກໍ່ຕາມ ທີ່ເຄື່ອນໄຫວປຸກລະດົມໃຫ້ເກີດການຕໍ່ຕ້ານການເລືອກຕັ້ງທົ່ວໄປ ທີ່ຈະຈັດຂຶ້ນໃນວັນທີ 29 ກໍລະກົດນີ້ ຈະຕ້ອງຖືກດຳເນີນຄະດີຕາມກົດໝາຍ ເນື່ອງຈາກເປັນພຶດຕິກຳທີ່ຖືວ່າເປັນກະບົດຕໍ່ປະເທດຊາດ.

ໃນເວລາດຽວກັນ, ກະຊວງປ້ອງກັນຄວາມສະຫງົບຂອງກຳປູເຈຍ ໄດ້ລາຍງານການຕິດຕາມຈັບກຸມເຈົ້າຂອງບັນຊີ facebook ຢ່າງໜ້ອຍ 1 ຄົນ ທີ່ລົງຂໍ້ຄວາມເມື່ອບໍ່ດົນມານີ້ວ່າ ຈະບໍ່ອອກໄປໃຊ້ສິດເລືອກຕັ້ງໃນທ້າຍເດືອນໜ້າ, ພາຍຫຼັງທີ່ທ່ານ ສົມ ຣັງສີ ອະດີດຜູ້ນຳຝ່າຍຄ້ານເຊິ່ງເປັນຄູ່ແຂ່ງທາງການເມືອງຕະຫຼອດການຂອງສົມເດັດ ຮຸນ ເຊນ ແລະ ປັດຈຸບັນລີ້ໄພຢູ່ໃນປະເທດຝຣັ່ງ ປະກາດນະໂຍບາຍຕໍ່ຕ້ານການເລືອກຕັ້ງຄັ້ງນີ້ໃນຊື່ວ່າ: “ນິ້ວສີຂາວ” ທີ່ສະແດງເຖິງບໍ່ພິມລາຍນິ້ວມື ເຊິ່ງເປັນສິ່ງທີ່ປະຊາຊົນຕ້ອງປະຕິບັດທຸກຄັ້ງເມື່ອອອກໄປໃຊ້ສິດເລືອກຕັ້ງ.

ຂະນະທີ່ຄະນະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດ (UNHRC) ເຊິ່ງມີສຳນັກງານໃຫຍ່ຢູ່ທີ່ນະຄອນເຈນິວາ ໃນປະເທດສະວິດ ອອກຖະະແຫຼງການວ່າ ການຕໍ່ຕ້ານການເລືອກຕັ້ງບໍ່ວ່າຈະເປັນການຂົ່ມຂູ່ ຫຼື ບີບບັງຄັບ ຍ່ອມສົ່ງຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເຖິງຢ່າງໃດກໍ່ຕາມ ການຈະໃຊ້ສິດເລືອກຕັ້ງ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວິຈາລະຈາຍານສ່ວນບຸກຄົນ, ນອກຈາກນີ້ UNHRC ຍັງສະແດງຄວາມເປັນຫ່ວງກ່ຽວກັບການທີ່ລັດຖະບານກຳປູເຈຍຕັ້ງກົດລະບຽບໃຫ້ກັບການລາຍງານຂ່າວສານຂອງສື່ມວນຊົນໃນໄລຍະການເລືອກຕັ້ງ ເຊິ່ງລວມເຖິງການໃຫ້ອຳນາດເຈົ້າໜ້າທີ່ລັດໃນການປິດກັ້ນລາຍງານຂ່າວທີ່ອາດເປັນການທ່ວງດຶງປະຊາຊົນບໍ່ໃຫ້ອອກໄປໃຊ້ສິດເລືອກຕັ້ງ.

ເຊິ່ງກຸ່ມປະເທດຕາເວັນຕົກ ທີ່ນຳໂດຍສະຫະລັດ ອາເມຣິກາ ໃຫ້ຢຸດຕິໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນການເລືອກຕັ້ງກຳປູເຈຍໃນຄັ້ງນີ້ ພາຍຫຼັງທີ່ສານສັ່ງໃຫ້ຍຸບພັກກູ້ຊາດກຳປູເຈຍ ເຊິ່ງເປັນພັກແກນນຳຝ່າຍຄ້ານ ເມື່ອເດືອນພຶດພະຈິກ ປີທີ່ຜ່ານມາ ແຕ່ຈີນ ແລະ ຍີ່ປຸ່ນຍັງຄົງໃຫ້ການສະໜັບສະໜູນໃນຫຼາຍດ້ານ.

No comments

Powered by Blogger.